Homeຂ່າວພາຍ​ໃນແຈ້ງການປະກອບຂໍ້ມູນສິນຄ້າໃສ່ກະຕ່າຂອງຂວັນ ແລະ ຄູສັງຄະທານ ກ່ອນວາງຈໍາຫນ່າຍໃຫ້ ຜູ້ຊົມໃຊ້

ແຈ້ງການປະກອບຂໍ້ມູນສິນຄ້າໃສ່ກະຕ່າຂອງຂວັນ ແລະ ຄູສັງຄະທານ ກ່ອນວາງຈໍາຫນ່າຍໃຫ້ ຜູ້ຊົມໃຊ້

Published on

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການເຖິງບັນດາຜູ້ປະກອບການຂາຍສິນຄ້າ ປະເພດກະຕ່າຂອງຂວັນ ແລະ ຄຸສັງຄະທານ ໃນຂອບເຂດທົ່ວປະເທດ ກ່ຽວກັບການປະກອບຂໍ້ມູນສິນຄ້າໃສ່ກະຕ່າຂອງຂວັນ ແລະ ຄູສັງຄະທານ ກ່ອນວາງຈໍາຫນ່າຍໃຫ້ ຜູ້ຊົມໃຊ້.

ຫ້ອງການກະຊວງ ອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ:
1. ໃຫ້ຜູ້ປະກອບການທີ່ຂາຍກະຕ່າຂອງຂວັນ ແລະ ຄູສັງຄະທານ ໃນຂອບເຂດທົ່ວປະເທດ ຕ້ອງຕິດສະຫຼາກ ສິນຄ້າເປັນພາສາລາວ ໃສ່ກະຕ່າຂອງຂວັນ ແລະ ຄຸສັງຄະທານ ລະບຸເນື້ອໃນຄື: ຈໍານວນສິນຄ້າ, ຊະນິດ ສິນຄ້າ, ວັນເດືອນປີຫມົດອາຍຸ, ຊື່ວິສາຫະກິດ ຫຼື ຮ້ານຄ້າທີ່ຂາຍກະຕ່າຂອງຂວັນ ຫຼື ຄຸສັງຄະທານ ພ້ອມເປີ ໂທຕິດຕໍ່. ນອກນັ້ນ, ສິນຄ້າທີ່ມາປະກອບຕ້ອງເປັນສິນຄ້າຕົງປົກ ດ້ານນອກກົງກັບດ້ານໃນ;

2. ໃຫ້ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງ, ນະຄອນຫຼວງ ແຕ່ງຕັ້ງເຈົ້າຫນ້າທີ່ການຄ້າ ໂດຍສົມທົບກັບ ຫ້ອງການອຸດສາຫະກໍາ ແລະ ການຄ້າເມືອງ, ນະຄອນ ເອົາໃຈໃສ່ໃນການໂຄສະນາເຜີຍແຜ່ວຽກງານປົກ ປ້ອງຜູ້ຊົມໃຊ້ ແລະ ລົງຕິດຕາມກວດກາບັນດາຮ້ານຄ້າທີ່ຂາຍກະຕ່າຂອງຂວັນ ແລະ ຄູສັງຄະທານ ຢ່າງ ເປັນປົກກະຕິ ໂດຍສະເພາະກ່ອນເທດສະການ ງານຕ່າງໆ ເປັນຕົ້ນ: ປີໃຫມ່ລາວ, ປີໃຫມ່ສາກົນ ແລະ ວັນ ສໍາຄັນຕ່າງໆ. ກໍລະນີ ຫາກພົບເຫັນການລະເມີດ ໃຫ້ນໍາໃຊ້ມາດຕະການຕາມກົດຫມາຍ ແລະ ລະບຽບການ ຢ່າງ ເຂັ້ມງວດ;

3. ສໍາລັບຜູ້ຊົມໃຊ້ ໃນການເລືອກຊື້ສິນຄ້າປະເພດກະຕ່າຂອງຂວັນ ແລະ ຄູສັງຄະທານ ຄວນເລືອກຊື້ຈາກ ຮ້ານ ທີ່ມີຫນ້າຮ້ານເຊື່ອຖືໄດ້, ໃບບິນຊື້-ຂາຍ ຫຼື ຫຼັກຖານການໂອນເງິນ. ກໍລະນີທີ່ໄດ້ຮັບຜົນກະທົບ ຫຼື ສິນຄ້າທີ່ບໍ່ໄດ້ຄຸນນະພາບ ຫຼື ອື່ນໆ ສາມາດແຈ້ງຂໍ້ມູນໂດຍກົງຕໍ່ຫ້ອງການອຸດສາຫະກໍາ ແລະ ການຄ້າ ເມືອງ, ນະຄອນ, ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງ, ກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າ ຫຼື ຜ່ານສາຍດ່ວນປົກປ້ອງຜູ້ຊົມໃຊ້ ຫມາຍ ເລກ 1510 ຫຼື ຜ່ານເຟດບຸກເພສ ສາຍດ່ວນປົກປ້ອງຜູ້ຊົມໃຊ້;

4. ມອບໃຫ້ບັນດາພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ນະຄອນຫຼວງວຽງຈັນ ສະຫຼຸບລາຍງານຜົນ ການຈັດຕັ້ງປະຕິບັດມາຍັງກົມແຂ່ງຂັນທາງທຸລະກິດ ແລະ ກວດກາການຄ້າ ເປັນປະຈໍາທຸກ 03 ເດືອນ ເພື່ອລາຍງານ ແລະ ຂໍທິດຊີ້ນໍາຈາກຄະນະນໍາກະຊວງອຸດສາຫະກໍາ ແລະ ການຄ້າ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...