Homeຂ່າວຄາດຕະກຳສອງຊາຍໄວໜຸ່ມກໍ່ເຫດຄາຕະກຳຊີງຊັບ ແລ້ວຖິ້ມຜູ້ເຄາະຮ້າຍລົງໜອງ

ສອງຊາຍໄວໜຸ່ມກໍ່ເຫດຄາຕະກຳຊີງຊັບ ແລ້ວຖິ້ມຜູ້ເຄາະຮ້າຍລົງໜອງ

Published on

ສອງນ້ອງຮັກ ຫັກລ່ຽມໂຫດກໍ່ເຫດຄາຕະກຳເພື່ອຊິງຊັບ ແລ້ວທຳລາຍຫຼັກຖານ.

ປກສ ນະຄອນຫລວງວຽງຈັນ ລາຍງານວ່າ: ວັນທີ 25 ຕຸລາ 2024 ຜ່ານມາ ເກີດເຫດຄາຕະກໍາ ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ. ຜູ້ເສຍຊີວິດ ຊື່ ທ້າວ ດາວວອນ ອາຍຸ 42 ປີ ຢູ່ບ້ານໜອງແຫ້ວ ເມືອງຫາດຊາຍຟອງ ນະຄອນຫລວງວຽງຈັນ ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີ.

ຜ່ານການສອບສວນ ພົບວ່າ: ທ້າວ ດາວວອນ ໄດ້ພົວພັນກັບກຸ່ມໄວລຸ້ນທີ່ດື່ມນໍ້າກະທ່ອມຫລາຍກຸ່ມ ເຈົ້າໜ້າທີ່ຈຶ່ງໄດ້ຄັດຈ້ອນເປົ້າໝາຍຫາຜູ້ກໍ່ເຫດ ຈຶ່ງສາມາດກໍານົດໄດ້ເປົ້າໝາຍຄື: 1. ທ້າວອານຸຊາ ອາຍຸ 21 ປີ ພັກເຊົາຢູ່ ບ້ານໂນນແກ້ວ ເມືອງສີໂຄດຕະບອງ, ຜູ້ທີ 2 ທ້າວ ຊຸບເປີ ອາຍຸ 20 ປີ ຢູ່ບ້ານທົ່ງປົ່ງ ເມືອງສີໂຄດຕະບອງ. ພາຍຫລັງທີ່ກໍານົດເປົ້າໝາຍແລ້ວ ເຈົ້າໜ້າທີ່ ປກສ ນະຄອນຫລວງວຽງຈັນ ນຳຈັບຕົວພວກກ່ຽວໄດ້ໃນວັນທີ 22 ທັນວາ 2024 ຈຶ່ງໄດ້ສອບສວນພວກກ່ຽວໃນຂໍ້ຫາຄາຕະກໍາ ແລະ ດໍາເນີນຄະດີຕາມຂັ້ນຕອນລະບຽບກົດໝາຍ.

ພາຍຫລັງໂອນເງິນແລ້ວ ທັງສອງໄດ້ເອົາໂຖນໍ້າກ້ອນຕີຫົວທ້າວດາວວອນ ແຕ່ທ້າວ ດາວວອນ ລຸກແລ່ນໜີໄດ້ ທັງສອງຈຶ່ງໄດ້ດຶງຈົນທ້າວ ດາວວອນ ລົ້ມລົງພື້ນ ພ້ອມມືໄປຈັບເອົາມີດ ແຕ່ທ້າວ ອານຸຊາ ຍາດໄວ້ທັນ ແລະ ໄດ້ແທງຄໍທ້າວ ດາວວອນ 1 ບາດ ແທງທ້ອງ ຫລາຍບາດ ເຮັດໃຫ້ທ້າວດາວວອນ ເສຍຊີວິດ. ຈາກນັ້ນ, ທັງສອງໄດ້ເອົາສົບທ້າວດາວອນລົງໃສ່ຖັງ ແລະ ໄດ້ອະນາໄມບ່ອນເກີດເຫດ ພາຍຫລັງມ້ຽນແລ້ວໄດ້ເອົາສົບທ້າວດາວວອນ ໄປຖິ້ມລົງໜອງທີ່ຢູ່ຫຼັງເຮືອນ ເພື່ອທໍາລາຍຫຼັກຖານ ແລະ ໄດ້ພາກັນມາປ່ຽນເຄື່ອງຫລົບໜີ.

ແຫຼ່ງຂ່າວ: ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...