Homeຂ່າວພາຍ​ໃນການປັບປຸງກົງຈັກການຈັດຕັ້ງ

ການປັບປຸງກົງຈັກການຈັດຕັ້ງ

Published on

ມະຕິ ຂອງ ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ວ່າດ້ວຍ ການປັບປຸງກົງຈັກການຈັດຕັ້ງ

ອີງຕາມມະຕິ ເລກທີ 03/ຄບສພ, ລົງວັນທີ 12 ມີນາ 2025 ວ່າດ້ວຍການປັບປຸງກົງຈັກການຈັດຕັ້ງ ໃຫ້ຮູ້ວ່າ: ມາຮອດປີ 2024, ກົງຈັກການຈັດຕັ້ງຢູ່ຂັ້ນສູນກາງ ມີທັງໝົດ 47 ພາກ ສ່ວນ ນັບທັງອົງການຂອງພັກ, ລັດ, ແນວລາວສ້າງຊາດ, ສະຫະ ພັນນັກຮົບເກົ່າ, ອົງການຈັດຕັ້ງມະຫາຊົນ, ມີຈໍານວນກົມ 456 ກົມ ແລະ ມີພະແນກຂຶ້ນກັບກົມ ຈຳນວນ 2.222 ພະແນກ.

ການກໍານົດຕຳແໜ່ງງານ ຍັງມີບາງດ້ານບໍ່ທັນຈະແຈ້ງ, ຕ້ອງ ການພະນັກງານຫຼາຍ, ບໍ່ທັນໄປຖືກຕາມທິດ ຄົນໜຶ່ງເຮັດຫຼາຍໜ້າວຽກ, ລັດຖະກອນ ປີ 2024 ມີທັງໝົດ 168.572 ຄົນ (ໃນນີ້ ບໍ່ລວມກໍາລັງປະກອບອາວຸດ), ກວມເອົາ 2,18% ຂອງພົນລະເມືອງ, ທຽບໃສ່ປະເທດໃນອາຊຽນ ຢູ່ລໍາດັບທີ 6, ລັດຖະ ບານ ຕ້ອງໄດ້ແບກຫາບງົບປະມານເບີກຈ່າຍດ້ານຕ່າງໆ ໃຫ້ພະ ນັກງານ ເປັນຈຳນວນມະຫາສານ ແຕ່ໜ້າວຽກ ກໍບໍ່ທັນເດີນແມ່ນແລ່ນສະດວກ ແຕ່ຢ່າງໃດ (ປີ 2024 ປະມານ 46 ພັນກວ່າຕື້ກີບກວມເອົາ 38% ຂອງລາຍຮັບປະຈຳປີ ເທົ່າກັບ 6,29% ຂອງ GDP) ເກີດມີສະພາບຂາດດຸນ ລະຫວ່າງ ລາຍຮັບ ແລະ ລາຍ ຈ່າຍນັບມື້ນັບກວ້າງອອກ, ບໍ່ສາມາດສະສົມທຶນ ເພື່ອພັດທະນາປະເທດ; ພ້ອມນັ້ນ ການສັບຊ້ອນ, ຈັດວາງພະນັກງານ- ລັດຖະ ກອນ ຢູ່ແຕ່ລະຂັ້ນ ກໍບໍ່ທັນຮັດກຸມ, ບໍ່ສົມສ່ວນ-ດຸນດ່ຽງກັນ ລະ ຫວ່າງສູນກາງ, ທ້ອງຖິ່ນ-ຮາກຖານ

ຈາກສະພາບຄືດັ່ງກ່າວນັ້ນ ຈຶ່ງບໍ່ສາມາດປັບປຸງ ຫຼື ກ້າວສູ່ການປະຕິຮູບນະໂຍບາຍຂອງລະບອບເງິນເດືອນ, ເງິນອຸດໜຸນນະໂຍບາຍຂອງພະນັກງານ-ລັດຖະກອນ ໃຫ້ແທດເໝາະ ແລະ ສົມເຫດສົມຜົນກັບລະດັບການຂະຫຍາຍຕົວຂອງການພັດທະ ນາ ແລະ ຄ່າຄອງຊີບໄດ້ ເທື່ອ, ຈຶ່ງສົ່ງຜົນກະທົບ ແລະ ເກີດມີກໍລະນີຄຸນນະພາບ ແລະປະສິດທິຜົນຂອງວຽກງານຍັງຕໍ່າ, ການສະເລ່ຍ-ເກື້ອກູນສູງ, ຈຶ່ງບໍ່ສາມາດສ້າງແຮງຈູງໃຈ ແລະ ກະຕຸກຊຸກ ຍູ້ຄວາມຕັ້ງໜ້າ, ຫ້າວຫັນ ຕໍ່ການປະຕິບັດໜ້າທີ່, ບໍ່ສົ່ງເສີມໄດ້ຜູ້ມີຫົວຄິດປະດິດສ້າງ, ຜູ້ເຮັດວຽກດີ-ເຮັດວຽກເກັ່ງຂອງພະນັກ ງານລັດຖະກອນ ໄດ້ເທົ່າທີ່ຄວນ, ຍິ່ງໄປກວ່ານັ້ນ ກໍເກີດມີຊ່ອງ ຫວ່າງສວຍໃຊ້ ໜ້າທີ່-ຕໍາແໜ່ງ, ສວຍໃຊ້ຊ່ອງຫວ່າງກົດໝາຍ ເພື່ອຫາຜົນປະໂຫຍດສ່ວນຕົວ, ສ້າງກຸ່ມກ້ອນ ທີ່ບໍ່ຊອບທໍາ, ເກີດມີການປຽບທຽບຊັ່ງຊາ, ລະແວງສົງໃສກັນ ລະຫວ່າງຂະ ແໜງການ ກັບ ຂະແໜງການ ແລະ ລະຫວ່າງ ກຸ່ມຂົງເຂດນີ້ກັບ ຂົງເຂດອື່ນ, ເຊິ່ງໄດ້ເກີດຂຶ້ນ ແລະ ກໍາລັງ ເກີດຂຶ້ນຢ່າງແຜ່ຫຼາຍ.

ບົນພື້ນຖານສະພາບດັ່ງກ່າວ ແລະ ໂດຍປະຕິບັດຕາມນະໂຍບາຍທີ່ວາງອອກ ໃນກອງ ປະຊຸມໃຫຍ່ຄັ້ງທີ XI ຂອງພັກ ຈຶ່ງມີຄວາມຈໍາເປັນຕ້ອງປັບປຸງກົງຈັກການຈັດຕັ້ງຂອງລັດຖະບານຄືນໃໝ່.

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...