Homeຂ່າວຕ່າງປະເທດລັດຖະບານໄທອະນຸຍາດແຮງງານ 3 ສັນຊາດກັບບ້ານໃນຊ່ວງບຸນປີໃໝ່ ຍົກເວັ້ນຄ່າທຳນຽມ

ລັດຖະບານໄທອະນຸຍາດແຮງງານ 3 ສັນຊາດກັບບ້ານໃນຊ່ວງບຸນປີໃໝ່ ຍົກເວັ້ນຄ່າທຳນຽມ

Published on

ລັດຖະບານໄທອະນຸຍາດແຮງງານ 3 ສັນຊາດກັບບ້ານໃນຊ່ວງບຸນປີໃໝ່ ຍົກເວັ້ນຄ່າທຳນຽມ ເລີ່ມ 1 ເມສາ-15 ພຶດສະພາ 2025.

ສຳນັກຂ່າວຕ່າງປະພເທດລາຍງານໃນວັນທີ 12 ມີນາ 2025 ນີ້ ທ່ານ ຄາລົມ ພົນພອນກາງ ຮອງໂຄສົກປະຈຳສຳນັກງານນາຍົກລັດຖະມົນຕີ ແຫ່ງປະເທດໄທ ເຜີດເຜີຍວ່າ: ລັດຖະບານສະໜັບສະໜູນຄວາມສຳພັນດ້ານແຮງງານລະຫສວ່າງ ໄທ ກັບປະເທດ ເພື່ອບ້ານ ລວມເຖິງຊ່ວຍຫຼຸດພາລະຄ່າໃຊ້ຈ່າຍໃຫ້ແຮງງານຂ້າມຊາດທີ່ຕ້ອງການເດີນທາງກັບບ້ານໄປຢ້ຽມຢາມຄອບຄົວ ແລະ ຮ່ວມງານປະເພນີບຸນປີໃໝ່ໃນປີນີ້ ໂດຍໄດ້ຜ່ອນຜັນໃຫ້ແຮງງານ 3 ສັນຊາດ: ກຳປູເຈຍ, ລາວ ແລະ ມຽນມາ ທີ່ມີໃບອານຸຍາດເຮັດວຽກຖືກຕ້ອງ  ສາມາດເດີນທາງອອກ ແລະ ກັບເຂົ້າໄທໄດ້ໂດຍບໍ່ຕ້ອງຍື່ນຂໍ Re-Entry Permit ສາມາດເດີນທາງກັບປະເທດເພືຶ່້ອຮ່ວງານປະເພນີບຸນປີໃໝ່ ແລະ ບໍ່ຕ້ອງເສຍຄ່ທຳນຽມຂໍອະນຸຍາດ ຂໍອະນຸດຍາດກັບເຂົ້າມາໃນຣຊິອານາຈັກ (Re-Entry Permit)

ສຳລັບຊ່ວງເວລາຜ່ອນຜັນ ກຳນົດແຕ່ວັນທີ 1 ເມສາ -5 ພຶດສະພາ 2025 ຫາກເດີນທາງກັບໄທຫຼັງວັນທີ 15 ພຶດສະພາ 2025 ຈະບໍ່ໄດ້ຮັບສິດຜ່ອນຜັນ ແລະ ຕ້ອງດຳເນີນການຂໍອານຸຍາດໝົດໃໝ່ຕາມປົກກະຕິ.

ທ່ານ ຄາລົມ ຍັງລະບຸວ່າ: ແຮງງານງານຂ້າມຊາດເປັນກຳລັງສຳຄັນຂອງເສດຖະກິດໄທ ການຜ່ອນຜັນນີ້ຖືເປັນການໃຫ້ສິດ ແລະ ສະວັດດິການທີ່ເໝາະສົມ ເພື່ອໃຫ້ແຮງງານກັບມາເຮັດວຽກຢູ່ທີ່ປະເທດໄທ ດ້ວຍຂວັນກຳລັງໃຈທີ່ດີຂຶ້ນ ແລະ ກັບມາເຮັດວຽກໄດ້ຕາມປົກກະຕິ.

ສຳລັບການຂໍອະນຸຍາດເພື່ອກັບເຂົ້າຣາຊະອານາຈັກໄທ (Re-entry Permit) ມີ 2 ປະເພດຄື:1. SingleRe-entry ຄືການຂໍອະນຸຍາດທຸກຄັ້ງກ່ອນເດີນທາງອອກນອກປະເທດ ເໝາະກັບຜູ້ທີ່ບໍ່ຄ່ອຍເດີນທາງອອກນອກປະເທດ ຫຼື ມີໄລຍະເວລາອະນຸຍາດໃຫ້ຢູ່ໃນຣາຊະອານາຈັກ ເປັນການຊົ່ວຄາວໄລຍະສັ້ນ ມີຄ່າທຳນຽມ 1,000 ບາດ ຫຼື ປະມານ 640,000 ກີບ ຕໍ່ຄັ້ງ ໃຊ້ໄດ້ຄັ້ງດຽວ ສຳລັບການເດີນທາງກັບເຂົ້າມາ.

ສ່ວນ Multiple Re-entry ຄືການຂໍອະນຸຍາດຄັ້ງດຽວ ແຕ່ສາມາດເດີນທາງອອກນອກປະເທດໄດ້ຫຼາຍຄັ້ງ ໃນຊ່ວງໄລຍະເວລາເທົ່າກັບໄລຍະເວລາອະນະຍາດໃຫ້ຢູ່ໃນຣາຊະອານາຈັກ ເປັນການຊົ່ວຄາວທີ່ມີຢູ່ ເໝາະກັບຜູ້ທີ່ຕ້ອງເດີນທາງອອກນອກປະເທດຕະຫຼອດ ຫຼື ມີໄລຍະເວລາອະນຸຍາດໃຫ້ຢູ່ໃນຣາຊະອານາຈັກ ເປັນການຊົ່ວຄາວໄລຍະຍາວ ຫຼື ໄດ້ຮັບອະນຸຍາດໃຫ້ຢູ່ໃນປະເທດໄທແບບ 1 ປີ ຄ່າທຳນຽມ 3,800 ບາດ ຫຼື ປະມານເກືອບ 2,500,000 ກີບຕໍ່ຄັ້ງ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...