Homeຂ່າວພາຍ​ໃນພິທີລົງນາມເອກະສານແລກປ່ຽນໃນໂຄງການພັດທະນາເສດຖະກິດ-ສັງຄົມ

ພິທີລົງນາມເອກະສານແລກປ່ຽນໃນໂຄງການພັດທະນາເສດຖະກິດ-ສັງຄົມ

Published on

ລັດຖະບານຍີ່ປຸ່ນມອບທຶນ 11.3 ລ້ານໂດລາສະຫະລັດ ຊ່ວຍເຫຼືອ ໃນການຈັດຊື້ອຸປະກອນທີ່ຈໍາເປັນເພື່ອຮອງຮັບການຄວາມຕ້ອງການອັນຮີບດ່ວນ ແລະ ເພີ່ມສັກກະຍະພາບໃນການບັນເທົາໄພພິບັດໃນ ສປປ ລາວ.

ພິທີລົງນາມເອກະສານແລກປ່ຽນໃນໂຄງການພັດທະນາເສດຖະກິດ-ສັງຄົມ (ໂຄງການມອບອຸປະກອນສໍາລັບສ້ອມແປງຂົວ) ໄດ້ຖືກຈັດຂຶ້ນທີ່ກະຊວງການຕ່າງປະເທດລາວ ໃນ 6 ມີນາ 2025 ຜ່ານມາ, ໂດຍໃຫ້ກຽດລົງນາມລະຫວ່າງ ພະນະທ່ານ ໂຄອິຊຶມິ ຊຶໂຕະມຸ, ເອກອັກຄະຣາຊະທູດຍີ່ປຸ່ນ ປະຈໍາ ສປປ ລາວ ແລະ ພະນະທ່ານ ພົງສະຫວັນ ສີສຸລາດ, ຮອງລັດຖະມົນຕີກະຊວງການຕ່າງປະເທດລາວ.

ໃນປີ 2024 ປະເທດລາວໄດ້ປະເຊີນກັບໜຶ່ງໃນໄພພິບັດທໍາມະຊາດຂະໜາດໃຫຍ່ທີ່ສຸດໃນປະຫວັດສາດລາວ ເຊິ່ງກໍ່ຄືພາຍຸໄຕ້ຝຸ່ນ Yagi. ພາຍຸດັ່ງກ່າວ ໄດ້ສ້າງຄວາມເສຍອັນໜັກໜ່ວງໃຫ້ແກ່ພື້ນຖານໂຄງລ່າງເຊັ່ນ: ຖະໜົນຫົນທາງ, ຂົວ ແລະ ການຂົນສົ່ງສາທາລະນະທີ່ຈໍາເປັນ. ດັ່ງນັ້ນ ລັດຖະບານຍີ່ປຸ່ນ ຈິ່ງໄດ້ໃຫ້ການສະໜັບສະໜຸນເປັນມູນຄ່າ 1,707ລ້ານເຢັນ (ໜຶ່ງພັນເຈັດຮ້ອຍ ເຈັດລ້ານເຢັນ ຫຼື ປະມານ 11.3 ລ້ານໂດລາສະຫະລັດ) ໃນການຈັດຊື້ອຸປະກອນທີ່ຈໍາເປັນເພື່ອຮອງຮັບການຄວາມຕ້ອງການອັນຮີບດ່ວນ ແລະ ເພີ່ມສັກກະຍະພາບໃນການບັນເທົາໄພພິບັດໃນ ສປປ ລາວ.

ລາຍການເຄື່ອງກົນຈັກທີ່ໄດ້ຮັບການຊ່ວຍເຫຼືອໃນຄັ້ງນີ້ປະກອບມີວັດສະດຸສ້ອມແປງຂົວເຊັ່ນ: ຄານຂົວທີ່ເປັນເຫຼັກ, ອຸປະກອນປ້ອງກັນໄພພິບັດ, ລົດເຄຼນ, ລົດຈົກໜ້າຍາວພິເສດ, ທີ່ພັກສຸກເສີນ ແລະ ອື່ນໆ.

ເພື່ອເປັນການສະໜັບສະໜຸນການພັດທະນາເສດຖະກິດ ແລະ ສັງຄົມຂອງປະເທດລາວແບບຍືນຍົງ, ປະເທດຍີ່ປຸ່ນໃຫ້ການຊ່ວຍເຫຼືອໃນການປັບປຸງ ພື້ນຖານໂຄງລ່າງທີ່ມີຄຸນນະພາບສູງຢູ່ທົ່ວປະເທດລາວຕະຫຼອດມາ ເຊັ່ນ: ຂົວຂ້າມແມ່ນໍ້າຂອງແຫ່ງທີ 2, ຂົວປາກເຊ, ປັບປຸງເສັ້ນທາງ ເລກ 9 ແລະ ເສັ້ນທາງເລກ 1 ຂອງນະຄອນຫຼວງວຽງຈັນ.

ການຊ່ວຍເຫຼືອໃນຄັ້ງນີ້ແມ່ນຈະຊ່ວຍຮັບປະກັນຄວາມສະດວກສະບາຍ ແລະ ຄວາມປອດໄພຂອງປະຊາຊົນໃນຂົງເຂດນັ້ນ, ຍົກລະດັບເສັ້ນທາງການຂົນສົ່ງທີ່ແມ່ນແກນຫຼັກຂອງການພັດທະນາ ເສດຖະກິດ, ອຸດສາຫະກໍາ ແລະ ການຄ້າ ຂອງປະເທດລາວ, ພ້ອມທັງແມ່ນການຊຸກຍູ້ເປົ້າໝາຍຂອງ ລັດຖະບານລາວທີ່ວ່າດ້ວຍການຫັນຈາກປະເທດ Land-Locked ໄປເປັນປະເທດ Land-Linked.

ສາຍພົວພັນ ຍີ່ປຸ່ນ-ລາວ ສືບຕໍ່ພັດທະນາ ແລະ ເຂັ້ມແຂງຕະຫຼອດມາ ແລະ ໃນປີນີ້ເອງ ທັງສອງປະເທດກໍ່ໄດ້ຍົກລະດັບສາຍພົວພັນມາເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ”.

ສາຍພົວພັນ ຍີ່ປຸ່ນ-ລາວ ສືບຕໍ່ພັດທະນາ ແລະ ເຂັ້ມແຂງຕະຫຼອດມາ ແລະ ໃນປີນີ້ເອງ ທັງສອງປະເທດກໍ່ໄດ້ຍົກລະດັບສາຍພົວພັນມາເປັນ “ຄູ່ຮ່ວມຍຸດທະສາດຮອບດ້ານ”.

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...