spot_img
Homeຂ່າວຕ່າງປະເທດພາຍຸໄຊໂຄຣນ ອັນເຟດ ໃກ້ພັດເຂົ້າອອສເຕເລຍ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນຫາຍແສນຄົນ

ພາຍຸໄຊໂຄຣນ ອັນເຟດ ໃກ້ພັດເຂົ້າອອສເຕເລຍ ເຈົ້າໜ້າທີ່ເລັ່ງອົບພະຍົບປະຊາຊົນຫາຍແສນຄົນ

Published on

ອອສເຕເລຍກຽມຮັບມືພາຍຸໄຊໂຄຣນ ອັນເຟດ ເຈົ້າໜ້າທີ່ຄາດປະຊາຊົນໄດ້ຮັບຜົນກະທົບກວ່າ 4 ລ້ານຄົນ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 7 ມີນາ 2025, ປະຊາຊົນຫຼາຍແສນຄົນທາງຕະເວັນອອກຂອງປະເທດອອສເຕເລຍ ໄດ້ຮັບຄຳສັ່ງອົບພະຍົບກ່ອນທີ່ພາຍຸໄຊໂຄຣນ ອັນເຟດ ຈະພັດຂຶ້ນຝັ່ງໃນເຊົ້າວັນເສົາ 8 ມີນາ 2025 ເນື່ອງຈາກພາຍຸເລີ່ມເຮັດໃຫ້ຝົນຕົກໜັກ ມີຄື້ນໃຫຍ່ ແລະ ກະແສລົມແຮງ ທີ່ສົ່ງຜົນເຮັດໃຫ້ໄຟຟ້າດັບ ແລະ ໄດ້ປິດສະໜາມບິນ​.

ຜູ້ຊ່ຽວຊານດ້ານສະພາບອາກາດລະບຸວ່າ: ເສັ້ນທາງຂອງພາຍຸຊ້າລົງໃນຊ່ວງບໍ່ເທົ່າໃດມື້ຜ່ານມາ ແລະ ເຄື່ອນທີ່ບໍ່ສະໝ່ຳສະເໝີ ເຊິ່ງເປັນສາເຫດທີ່ພາຍຸຈະຂຶ້ນຝັ່ງຊ້າກວ່າທີ່ຄາດການເອົາໄວ້ກ່ອນໜ້ານີ້ ໂດຍມີຜູ້ຄົນກວ່າ 4 ລ້ານຄົນຢູ່ໃນແນວຂອງພາຍຸໄຊໂຄຣນ ອັນເຟດ ຄາດວ່າຈະພັດເຂົ້າທາງຊາຍຝັ່ງຊັນຊາຍໂຄສ ແລະ ໂກໂຄສ ເຊິ່ງເປັນຊາຍຝັ່ງຂອງອອສເຕເລຍທີ່ມີຊື່ສຽຽທີ່ສຸດໃນເລື່ອງຊາຍຫາດທີ່ສວຍງາມ ລວມເຖິງເມືອງບິສເບນ ຫຼື ເມືອງໃຫຍ່ອັນດັບທີ 3 ຂອງອອສເຕເລຍ.

ນອກຈາກກະແສລົມທີ່ແຮງແລ້ວ ຄາດວ່າພາຍຸໄຊໂຄຣນ ອັນເຟດ ຈະເຮັດໃຫ້ເກີດຝົນຕົກໜັກໃນປະລິມານທີ່ຫຼາຍ ເຊິ່ງຈະສົ່ງຜົນກະທົບຕໍ່ພຶ້ນທີ່ຂະໜາດໃຫຍ່ ເພາຈະເກີດເຫດການ້ຳຖ້ວມກະທັນຫັນ ເນື່ອງຈາກຈະເຮັດໃຫ້ແມ່ນ້ຳລົ້ນອອກຈາກຝັ່ງ.

ຢ່າງໃດກໍຕາມໂຮງຮຽນເກືບ 1,000 ແຫ່ງໄດ້ປິດການຮຽນການສອນ ລະບົບຂົນສົ່ງສາທາລະນະຖືກລະງັບ ແລະ ສະໜາມບິນ ຖືກປິດໃຫ້ບໍລິການ ເຊິ່ງຄາດວ່າຖ້ຽວບິນໜ້າຈະກັບມາໃຫ້ການບໍລິການໄດ້ໄວທີ່ສຸດໃນວັນອາທິດນີ້.

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...