spot_img
Homeຂ່າວພາຍ​ໃນທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

Published on

ທຫລ ປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການ ຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ລາວ

ໃນວັນທີ 26 ກຸມພາ 2025 ນີ້, ທ່ານ ອາລຸນ ບຸນຍົງ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ (ທຫລ) ໄດ້ຖະແຫລງຂ່າວປະກາດໃຊ້ ຂໍ້ຕົກລົງວ່າດ້ວຍການຄຸ້ມຄອງບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ ສະບັບເລກທີ 155/ທຫລ ເຊິ່ງໄດ້ປະກາດ ໃນວັນທີ 19 ກຸມພາ 2025 ຜ່ານມາ ໂດຍຈະມີຜົນສັກສິດ ແລະ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 5 ເມສາ 2025 ເປັນຕົ້ນໄປ.

ຂໍ້ຕົກລົງສະບັບດັ່ງກ່າວ, ມີຈຸດປະສົງເປັນການສົ່ງເສີມຜູ້ທີ່ມີເງິນຕາຕ່າງປະເທດ ຖືຄອງໃນຮູບແບບເງິນສົດໃຫ້ນໍາເງິນຕາຕ່າງປະເທດໄປຝາກໄວ້ ນໍາທະນາຄານທຸລະກິດ ແລະ ເປັນການປັບປຸງລະບົບ ການຊຳລະພາຍໃນປະເທດໃນຮູບແບບເອເລັກໂຕຣນິກ ທີ່ເປັນເງິນຕາຕ່າງປະເທດ ໃຫ້ມີຂອບເຂດຈະແຈ້ງ, ມີກົນໄກການຢັ້ງຢືນທຸລະກໍາຖືກຕ້ອງຕາມຈຸດປະສົງ ຂອງການຊຳລະທີ່ແທ້ຈິງ ເຮັດໃຫ້ການເຄື່ອນໄຫວເງິນຕາຕ່າງປະເທດ ຜ່ານລະບົບທະ ນາຄານ ເຊິ່ງບໍ່ໄດ້ຈຳກັດ ສິດໃນການເປີດ ແລະ ນໍາໃຊ້ບັນຊີເງິນຝາກເງິນຕາຕ່າງປະເທດ ແຕ່ຢ່າງໃດ. ບຸກຄົນ, ນິຕິບຸກຄົນ ແລະ ການຈັດຕັ້ງ ທັງພາຍໃນ ແລະ ຕ່າງປະເທດ ຢູ່ ສປປ ລາວ ຍັງສາມາດຄອບຄອງເງິນຕາຕ່າງປະເທດໃນບັນຊີເງິນຝາກໂດຍບໍ່ຈໍາກັດຈໍານວນ, ສາມາດ ຝາກ, ຖອນເງິນ ໄດ້ຕາມປົກກະຕິ ຄືທີ່ຜ່ານມາ ແລະ ສາມາດໂອນເງິນຕາຕ່າງປະເທດຢູ່ພາຍໃນ ສປປ ລາວ ໄດ້ ໂດຍບໍ່ຈຳກັດຈໍານວນ.

ເນື້ອໃນສໍາຄັນຂອງຂໍ້ຕົກລົງສະບັບດັ່ງກ່າວ, ແມ່ນໄດ້ກຳນົດຫລັກການ, ລະບຽບການ ແລະ ມາດຕະການ ໃນການເປີດ ແລະ ນໍາໃຊ້ບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ ມີຜົນບັງຄັບໃຊ້ສໍາລັບ ຜູ້ມີ ແລະ ຜູ້ກຳລັງຈະມີບັນຊີເງິນຝາກເງິນຕາຕ່າງປະເທດຢູ່ ສປປ ລາວ ເຊິ່ງຂໍ້ຕົກລົງດັ່ງກ່າວ, ບໍ່ໄດ້ນໍາໃຊ້ກັບບັນຊີເງິນຝາກກ່ຽວກັບການນໍາເຂົ້າ-ສົ່ງອອກ ແລະ ການລົງທຶນ, ໝາຍຄວາມວ່າການດໍາເນີນທຸລະກຳກັບຕ່າງປະເທດ ເປັນຕົ້ນ ຊຳລະສິນຄ້ານໍາເຂົ້າ, ເງິນລົງທຶນຕ່າງປະເທດ ແມ່ນສາມາດເຄື່ອນໄຫວທຸລະກຳໄດ້ປົກກະຕິ ຄືດັ່ງທີ່ຜ່ານມາ ຕາມລະບຽບການກ່ຽວຂ້ອງ. ພ້ອມທັງໄດ້ກຳນົດເງື່ອນໄຂໃໝ່ ເປັນຕົ້ນ ຜູ້ທີ່ຈະເປີດບັນຊີເງິນຝາກເງິນຕາຕ່າງປະເທດ ຕ້ອງເປັນຜູ້ທີ່ມີເງິນຕາຕ່າງປະເທດໄວ້ໃນການຄອບຄອງ ຫລື ມີແຫລ່ງລາຍຮັບເປັນເງິນຕາຕ່າງປະເທດ; ການໂອນເງິນຕາຕ່າງປະ ເທດລະຫວ່າງບັນຊີເງິນຝາກ ແມ່ນບໍ່ໄດ້ຈຳກັດຈຳນວນ ເຊິ່ງການໂອນເງິນຕາຕ່າງປະເທດ ລະຫວ່າງບັນຊີເງິນຝາກທີ່ອອກຊື່ບັນຊີຕ່າງກັນ ຈະມີຄ່າທໍານຽມການໂອນເງິນ ຈາກທະນາຄານທຸລະກິດ ຕົ້ນທາງ 0,5% ຂອງມູນຄ່າທຸລະກຳ ໂດຍກຳນົດຄ່າທໍານຽມ ຕໍ່າສຸດບໍ່ຫລຸດ 1 ໂດລາສະຫະລັດ ຫລື ທຽບເທົ່າ ແລະ ສູງສຸດບໍ່ເກີນ 50 ໂດລາສະຫະລັດ ຫລື ທຽບເທົ່າ ຕໍ່ໜຶ່ງທຸລະກຳ.

ສຳລັບ ບັນຊີເງິນຝາກຂອງບຸກຄົນ ຖ້າເປັນການໂອນບໍ່ເກີນ 1.000 ໂດລາສະຫະລັດ ຫລື ທຽບເທົ່າຕໍ່ວັນ ແມ່ນໃຫ້ໃສ່ພຽງແຕ່ຈຸດປະສົງຂອງການໂອນເງິນ ແຕ່ຖ້າໂອນເກີນ 1.000 ໂດລາສະຫະລັດ ຫລື ທຽບເທົ່າ ຂຶ້ນໄປຕໍ່ວັນ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນເງິນ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ. ສ່ວນບັນຊີເງິນຝາກຂອງວິສາຫະກິດ ຖ້າເປັນການໂອນບໍ່ເກີນ 10.000 ໂດລາສະຫະລັດ ຫລື ທຽບເທົ່າຕໍ່ວັນ ແມ່ນໃຫ້ໃສ່ພຽງແຕ່ຈຸດປະສົງຂອງການໂອນເງິນ, ແຕ່ຖ້າໂອນເກີນ 10.000 ໂດລາສະຫະລັດ ຫລື ທຽບເທົ່າຂຶ້ນໄປຕໍ່ວັນ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນເງິນ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ. ບັນຊີເງິນຝາກຂອງການຈັດຕັ້ງ ຖ້າເປັນການໂອນບໍ່ເກີນ 20.000 ໂດລາສະຫະລັດ ຫລື ທຽບເທົ່າຕໍ່ວັນ ແມ່ນໃຫ້ໃສ່ພຽງແຕ່ຈຸດປະສົງຂອງການໂອນເງິນ, ແຕ່ຖ້າໂອນເກີນ 20.000 ໂດລາສະຫະລັດ ຫລື ທຽບເທົ່າຂຶ້ນໄປຕໍ່ວັນ ແມ່ນໃຫ້ໃສ່ຈຸດປະສົງຂອງການໂອນເງິນ ແລະ ຄັດຕິດເອກະສານທີ່ກ່ຽວຂ້ອງ.

ບົດຄວາມຫຼ້າສຸດ

ເຮືອໂດຍສານຫຼົ້ມ ທີ່ປະເທດໄນຈີເຣຍ ເສຍຊີວິດ 60 ຄົນ ເຊິ່ງມີການບັນຈຸຜູ້ໂດຍສານຫຼາຍກວ່າ 100 ຄົນ

ເສຍຊີວິດ 60 ຄົນ ເຫດການເຮືອໂດນສານຫຼົ້ມທີ່ປະເທດໄນຈີເຣຍ ຜູ້ເສຍຊີວິດສ່ວນຫຼາຍແມ່ນຜູ້ຍິງ ແລະ ເດັກນ້ອຍ. ໃນວັນທີ 02 ກັນຍາ 2025 ທີ່ຜ່ານມາ, ເກີດເຫດເຮືອໂດຍສານຫຼົ້ມ ປະເທດໄນຈີເຣຍ, ເນື່ອງຈາກເຮືອໄດ້ຕໍາກັບຕໍໄມ້ທີ່ຢູ່ໃນນ້ໍ້າ...

ຮັບຮອງເປັນມໍຣະດົກແຫ່ງຊາດ ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ ມີຄວາມສຳຄັນໃນລະດັບພູມິພາກອາຊີຕາເວັນອອກສ່ຽງໃຕ້

ສະຖານບູຮານໜອງດິນຈີ່ ເມືອງໂພນທອງ ແຂວງຈຳປາສັກ, ຖືກຮັບຮອງເປັນມໍຣະດົກແຫ່ງຊາດ ຕາມຂໍ້ຕົກລົງຂອງທ່ານລັດຖະມົນຕີກະຊວງວັດທະນະທຳ ແລະ ການທ່ອງທ່ຽວ. ເມື່ອວັນທີ 11 ສິງຫາ 2025 ທີ່ຜ່ານມາ, ວ່າດ້ວຍການຮັບຮອງເອົາມໍຣະດົກແຫ່ງຊາດລະດັບຊາດ ດ້ານວັດທະນະທຳ, ປະຫວັດສາດ...

ລາວເປັນປະເທດທີ່ມີຄວາມສະຫງົບ ໂດຍຖືກຈັດຢູ່ອັນດັບທີ 10 ປະເທດທີ່ສະຫງົບສຸກ ແລະ ສັນຕິພາບທີ່ສຸດໃນອາຊີ ປະຈຳປີ 2025

ລາວຖືກຈັດຢູ່ ອັນດັບທີ່ 10 ປະເທດທີ່ສັນຕິພາບທີ່ສຸດໃນອາຊີ ຕາມລາຍງານ ດັດຊະນີສັນຕິພາບໂລກ (GPI) 2025 ສະບັບລ້າສຸດ ທີ່ອອກໂດຍ ສະຖາບັນເສດຖະກິດແລະສັນຕິພາບ (IEP). (GPI) 2025 ສະບັບລ້າສຸດ...

ສາຍກິນດິບໃຫ້ລະວັງ! ພະຍາດໃບໄມ້ໃນປອດທີ່ເກີດຈາກການກິນດິບ ໂດຍສະເພາະເມນູກຸ້ງເຕັ້ນ ແລະ ປູດິບຈາກແຫຼ່ງນໍ້າຈືດ

ພະຍາດໃບໄມ້ໃນປອດ ເກີດຈາກການກິນອາຫານດິບ ແລະ ສຸຂະອະນາໄມໃນການປຸງແຕ່ງອາຫານ ສາຍກິນດິບຄວນລະວັງ, ເມື່ອບໍ່ດົນມານີ້,ມີກໍລະນີເດັກນ້ອຍອາຍຸ 14 ປີ ຈາກ ສ.ເກົາຫຼີ ທີ່ມັກກິນກຸ້ງສົດ ແລະ ປູສົດນໍ້າຈືດ ມີອາການຫາຍໃຈລໍາບາກ, ໄອມີເສມຫະ...