Homeຂ່າວກິລາຊາວໜຸ່ມ ກະຊວງ ປກສ ຄວ້າແຊ້ມກິລາບານເຕະ Lao Youth Union Cup ປະຈຳປີ 2024

ຊາວໜຸ່ມ ກະຊວງ ປກສ ຄວ້າແຊ້ມກິລາບານເຕະ Lao Youth Union Cup ປະຈຳປີ 2024

Published on

ກະຊວງ ປກສ ຄວ້າແຊ້ມບານເຕະ Lao Youth Union Cup ປະຈຳປີ 2024 ໄດ້ສຳເລັດ

ການແຂ່ງຂັນກິລາບານເຕະ ຊີງຂັນ ສະຫາຍ ເລຂາຄະນະບໍລິຫານງານ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ (Lao Youth Union Cup ປະຈຳປີ 2024) ໄດ້ສຳເລັດໃນວັນທີ 25 ກຸມພາ 2025 ທີ່ສະໜາມກິລາລ້ານຊ້າງ ສະເຕດ້ຽມ (ບ້ານໜອງໄຮ) ເຊິ່ງຄູ່ຊີງຊະນະເລີດ ເປັນການພົບກັນລະຫວ່າງ ທີມຊາວໜຸ່ມ ກະຊວງ ປກສ ພົບກັບ ທີມຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ, ຈົບການແຂ່ງຂັນ ທີມກະຊວງ ປກສ ເອົາຊະນະດ້ວຍຜົນປະຕູ 3-0 ຄວ້າແຊັມໄປຄອງໄດ້ສຳເລັດ.

ສໍາລັບຜົນຂອງການແຂ່ງຂັນ ມີດັ່ງນີ້:
1. ລາງວັນຊະນະເລີດ ແມ່ນ ທີມນັກກິລາຊາວໜຸ່ມ ກະຊວງປ້ອງກັນຄວາມສະຫງົບ ໄດ້ຮັບຫຼຽນຄໍາ, ຂັນລາງວັນໜຶ່ງໜ່ວຍ ພ້ອມເງິນ 20.000.000 ກີບ
2. ອັນດັບທີ II ທີມຊາວໜຸ່ມ ກະຊວງສຶກສາທິການ ແລະ ກິລາ ໄດ້ຮັບຫຼຽນເງິນ ພ້ອມເງິນ 15.000.000 ກີບ
3. ອັນດັບທີ III ທີມຊາວໜຸ່ມ ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮັບຫຼຽນທອງ ພ້ອມເງິນ 10.000.000 ກີບ
4. ອັນດັບທີ IV ທີມຊາວໜຸ່ມ ກະຊວງປ້ອງກັນປະເທດ ໄດ້ຮັບເງິນ 5.000.000 ກີບ

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...