Homeຂ່າວເຫດການເສຍຫາຍໜັກ! ມູນຄ່າຄວາມເສຍຫາຍຈາກເຫດການໄຟໄໝ້ ທີ່ບ.ນາໝີ ມ. ໄຊ ຂ.ອຸດົມໄຊ

ເສຍຫາຍໜັກ! ມູນຄ່າຄວາມເສຍຫາຍຈາກເຫດການໄຟໄໝ້ ທີ່ບ.ນາໝີ ມ. ໄຊ ຂ.ອຸດົມໄຊ

Published on

ເສຍຫາຍມູນຄ່າ 22 ຕື້ກວ່າກີບ ແລະ 2 ລ້ານກວ່າຢວນ ຈາກເຫດການໄຟໄໝ້ ທີ່ບ.ນາໝີ ມ. ໄຊ ຂ.ອຸດົມໄຊ

ອິງຕາມບົດລາຍງານ ຂອງພະແນກ ແຮງງານ ແລະ ສະຫວັດດີການສັງຄົມ ແຂວງອຸດົມໄຊ ໃນວັນທີ 23 ກຸມພາ 2025 ໃຫ້ຮູ້ວ່າ: ຈາກເຫດການເກີດໄພພິບັດ (ອັກຄີໄພ) ໃນເວລາ 10 ໂມງ 33 ນາທີ, ຂອງວັນທີ 14 ກຸມພາ 2025 ຢູ່ທີ່ບ້ານ ນາໝີ, ເມືອງ ໄຊ, ແຂວງອຸດົມໄຊ ແລະ ໄດ້ມີເຫດລະເບີດຂື້ນຢູ່ທີ່ຮ້ານຂາຍອາໄຫຫຼ່ລົດ ຂອງທ້າວ ພານຕົງ ເຊື້ອຊາດ, ສັນຊາດຈີນ ທີ່ມາດໍາເນີນທຸລະກິດຢູ່ແຂວງອຸດົມໄຊ. ໃນຂະນະທີ່ເກີດເຫດ ເຈົ້າຂອງຮ້ານ ແລະ ປະຊາຊົນໃກ້ຄຽງ ພ້ອມກັນສຸມໃສ່ດັບມອດໄຟ ແລະ ໄດ້ແຈ້ງຫາເຈົ້າໜ້າທີ່ກ່ຽວຂ້ອງຕໍ່ມາປະມານ 10 ນາທີ ກໍ່ໄດ້ເກີດເຫດລະເບີດຂຶ້ນຢ່າງຮຸນແຮງ.

ເຫດການດັ່ງກ່າວໄດ້ສ້າງຜົນກະທົບ ແລະ ຜົນເສຍຫາຍຢ່າງມະຫາສານແກ່ປະຊາຊົນຢ່າງໜັກໜ່ວງ ເປັນຕົ້ນແມ່ນ: ດ້ານຊີວິດ, ຊັບສິນ, ທີ່ຢູ່ອາໄສ ໃນ 3 ບ້ານຄື: ບ້ານ ນາໝີ, ບ້ານ ນາເລົາ, ບ້ານ ນາສ້າວ ຕໍ່ກັບເຫດການດັ່ງກ່າວການນໍາຂັ້ນແຂວງ, ຂັ້ນເມືອງ ແຕ່ງຕັ້ງຄະນະຊີ້ນໍາ ແລະ ຄະນະຮັບຜິດຊອບແກ້ໄຂ ໃນການຊຸກຍູ້ພາກສ່ວນກ່ຽວຂ້ອງ ໃຫ້ການຊວ່ຍເຫຼືອແກ້ໄຂສຸກເສີນເບື້ອງຕົ້ນ ແລະ ພ້ອມທັງໄດ້ລົງເກັບກໍາເອົາຂໍ້ມູນຜົນເສຍຫາຍຕົວຈິງ ມີຜົນເສຍຫາຍທັງໝົດ: 22,570,754,000 ກີບ ແລະ 2,019,362.60 ຢວນ.

ໃນນີ້ດ້ານທີ່ຢູ່ອາໄສຫຼັງຄາເຮືອນ, ເພ່ດານ, ບານປະຕູ, ບານປອງຢ້ຽມ, ຝາເຮືອນແຕກ ແລະ ດ້ານໂຄງສ້າງອື່ນໆ ລວມມີ 142 ຫຼັງຄາເຮືອນ, ມີ 133 ຄອບຄົວ, ມີວັດ 2 ຫຼັງ, ມີ 8 ຮ້ານ ແລະ ພາຫະນະລົດໃຫ່ຍ ຈຳນວນ 2 ຄັນ, ລວມມູນຄ່າເສຍຫາຍທັງໝົດ 15,583,492,000 ກີບ.

ໃນນີ້ບ້ານ ນາໝີ ມີເຮືອນປະຊາຊົນຖືກເສຍຫາຍ ຈໍານວນ 119 ຫຼັງຄາເຮືອນ, ມີວັດ 01 ຫຼັງ ພາຫະນະລົດໃຫ່ຍ 2 ຄັນ, ລວມມູນຄາເສຍຫາຍທັງ ໝົດ 14,939,227,000 ກີບ; ບ້ານ ນາເລົ່າ; ມີເຮືອນປະຊາຊົນຖືກເສຍຫາຍ ຈໍານວນ 19 ຫຼັງຄາເຮືອນ, ມີວັດ 01 ຫຼັງ, ມີ 02 ຮ້ານ, ລວມມູນຄ່າເສຍຫາຍທັງໝົດ 616,865,000ກີບ; ບ້ານ ນາສ້າວ: ມີເຮືອນປະຊາຊົນຖືກເສຍຫາຍ ຈໍານວນ 04 ຫຼັງຄາເຮືອນ, ມີ 02 ຮ້ານ, ລວມມູນຄາເສຍຫາຍທັງໝົດ 27,400,000 ກີບ.

ສຳລັບເຫດການດັ່ງກ່າວມີຜູ້ເສຍຊີວິດ 04 ຄົນ, (ສັນຊາດ ລາວ 01 ຄົນ ແລະ ສັນຊາດຈີນ 03 ຄົນ); ຜູ້ໄດ້ຮັບບາດເຈັບ ທັງໝົດ 06 ຄົນ, ຍິງ 02 ຄົນ. ໃນນີ້, ຜູ້ໄດ້ຮັບບາດເຈັບສາຫັດ 03 ຄົນ, (ສັນຊາດ ຈີນ) ແລະ ຜູ້ບາດເຈັບເລັກນ້ອຍ ຈໍານວນ 03 ຄົນ, ຍິງ 02 ຄົນ (ສັນຊາດ ລາວ 02 ຄົນ, ຍິງ 02 ຄົນ, ສັນຊາດ ຈີນ 01 ຄົນ).

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...