spot_img
Homeທົ່ວໄປພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ

Published on

ພິທີສະເຫຼີມສະຫຼອງ ຄົບຮອບ 30 ປີ ແຫ່ງ ການສ້າງຕັ້ງ ບໍລິສັດ ເຄພີ ຈໍາກັດ
ໃນວັນທີ 21 ກຸມພາ 2025 ທີ່ຜ່ານມານີ້, ບໍລິສັດ ເຄພີ ຈໍາກັດ ໄດ້ຈັດງານສະເຫຼີມສະຫຼອງວັນສ້າງຕັ້ງບໍລິສັດ ຄົບຮອບ 30 ປີ ຂຶ້ນທີ່ ໂຮງແຮມແລນມາກ, ນະຄອນຫຼວງວຽງຈັນ. ງານດັ່ງກ່າວມີແຂກຈາກທັງພາກລັດ, ພາກເອກະຊົນ, ບັນດາຮ້ານຄ້າ ແລະ ຄູ່ຮ່ວມທຸລະກິດທັງຈາກພາຍໃນ ແລະ ຕ່າງປະເທດ ເຂົ້າຮ່ວມ.

 

ບໍລິສັດ ເຄພີ ຈຳກັດ ໄດ້ຮັບການສ້າງຕັ້ງຂຶ້ນ ໃນ ປີ 1995 ໂດຍໄດ້ສືບທອດເຈດຕະນາລົມຂອງ ທ່ານ ຄຳໃບ ພິລາພັນເດຊ, ຜູ້ເປັນພໍ່ ທີ່ໄດ້ເລີ່ມເຮັດທຸລະກິດ ນັບແຕ່ ປີ 1940, ບໍລິສັດ ໄດ້ດໍາເນີນທຸລະກິດ ພາຍໃຕ້ ການເປັນປະທານຂອງ ທ່ານ ປະສາດໄຊ ພິລາພັນເດຊ, ເຊິ່ງເລີ່ມຈາກ ທຸລະກິດຊື້ມາຂາຍໄປທີ່ເປັນທຸລະກິດຂະຫນາດນ້ອຍ ຂອງ ຄອບຄົວ ພິລາພັນເດຊ ແນໃສ່ການນໍາເຂົ້າສິນຄ້າທີ່ມີຄຸນນະພາບຈາກ ຕ່າງປະເທດ ເພື່ອມາຈຳໜ່າຍ ແລະ ສະໜອງໃຫ້ ປະຊາຊົນລາວໄດ້ຊົມໃຊ້ ແຕ່ຊຸມປີ 1990 ເປັນຕົ້ນມາ. ມາເຖິງ ປີ 2004, ບໍລິສັດ ເຄພີ ໄດ້ເຕີບໃຫຍ່ຂະຫຍາຍຕົວ ເໝືອນດັ່ງຕົ້ນໄມ້ ທີ່ ກໍາລັງແຕກກິ່ງກ້ານໃບ ພາຍໃຕ້ ການເຂົ້າມາຮັບ ຕໍາແໜ່ງ ປະທານບໍລິສັດ ຕໍ່ຈາກຜູ້ເປັນອ້າຍຂອງ ທ່ານ ເຂັມຊາດ ພິລາພັນເດຊ, ປະທານ ຜູ້ທີ 2. ບໍລິສັດ ເຄພີ ຈຳກັດ ໄດ້ຂະຫຍາຍທຸລະກິດເພີ່ມຂຶ້ນ 20 ບໍລິສັດ ຊຶ່ງປະກອບດ້ວຍທຸລະກິດຫຼາກຫຼາຍຮູບແບບເຊັ່ນ: ທຸລະກິດຈຳໜ່າຍລົດຍົນ ແລະ ການບໍລິການຫຼັງການຂາຍ, ທຸລະກິດໂຮງງານຜະລິດ ແລະ ສົ່ງອອກ, ທຸລະກິດດ້ານກະສິກຳ, ທຸລະກິດການຂົນສົ່ງ ແລະ ການບໍລິການນຳເຂົ້າສິນຄ້າ, ທຸລະກິດການເປັນຕົວແທນແລະ ການບໍລິການອື່ນໆ.

ໃນປີ 2024, ບໍລິສັດ ເຄພີ ຈຳກັດ ໄດ້ສົ່ງຕໍ່ຕໍາແໜ່ງຜູ້ບໍລິຫານລະດັບສູງ ກໍ່ຄື ປະທານບໍລິສັດ ໃຫ້ແກ່ ທ່ານ ປະສາດໄຊ ພິລາພັນເດຊ, ຜູ້ເປັນນ້ອງຊາຍ ເພື່ອສືບຕໍ່ເຮັດໜ້າທີ່ໃນການນຳພາ ບໍລິສັດ ເຄພີ ຈຳກັດ ກ້າວໜ້າຕໍ່ໄປຢ່າງເຂັ້ມແຂງ ແລະ ຍືນຍົງ. ທ່ານ ປະສາດໄຊ ໄດ້ກ່າວວ່າ “ໃນຍຸກປັດຈຸບັນນີ້ ໜ້າທີ່ ແລະ ພາລະບົດບາດອັນສຳຄັນ ສຳລັບການເຮັດທຸລະກິດ, ພວກເຮົາ ຕ້ອງໄດ້ເອົາໃຈໃສ່ພັດທະນາ 2 ດ້ານທີ່ສໍາຄັນໄປຄຽງຄູ່ກັນຄື: 1) ການປັບປຸງ ແລະ ພັດທະນາອົງກອນ ໃຫ້ທ່ວງທັນກັບຍຸກສະໄໝດິຈິຕອນ ເປັນຕົ້ນແມ່ນການນຳໃຊ້ ປັນຍາປະດິດ (AI) ເຂົ້າໃນການດຳເນີນທຸລະກິດຂອງ ພວກເຮົາ ຢ່າງມີຄຸນນະພາບ ແລະ ເກີດປະສິດທິຜົນສູງສຸດ ເພື່ອເຮັດໃຫ້ທຸລະກິດຂອງພວກເຮົາ ເຕີບໃຫຍ່ຂະຫຍາຍຕົວ ແລະ ສາມາດແຂ່ງຂັນກັບ ບັນດາຄູ່ແຂ່ງ ຫຼື ໃຫ້ທຽບເທົ່າກັບທຸລະກິດອື່ນໆໃນສັງຄົມປັດຈຸບັນ; 2) ຕ້ອງພັດທະນາບຸກຄະລາກອນໃຫ້ມີຄວາມສາມາດນຳໃຊ້ ປັນຍາປະດິດ (AI) ເປັນເຄື່ອງມືໃນການເຮັດວຽກ ແລະ ການຕັດສິນໃຈຂອງເຂົາເຈົ້າ, ເຊິ່ງ ຂ້າພະເຈົ້າ, ຄິດວ່າ ເປັນ 2 ພາລະກິດ ທີ່ໜັກໜ່ວງພໍສົມຄວນ ທີ່ຈະຕ້ອງໄດ້ຮັບການພັດທະນາ ເພື່ອສາມາດນຳພາທຸລະກິດຂອງ ບໍລິສັດ ເຄພີ ໃຫ້ກ້າວຫນ້າໄປຢ່າງຍືນຍົງ ແລະ ໝັ້ນຄົງໄດ້.”

ນອກຈາກການຂະຫຍາຍທຸລະກິດໃຫ້ເຕີບໃຫຍ່ ແລະ ເຂັ້ມແຂງແລ້ວ, ບໍລິສັດ ເຄພີ ຍັງໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍການຊ່ວຍເຫຼືອສັງຄົມໃນດ້ານຕ່າງໆຕະຫຼອດໄລຍະເວລາ 30 ປີ ທີ່ຜ່ານມາ. ໃນນັ້ນອັນທີ່ພົ້ນເດັ່ນແມ່ນ ການປະກອບສ່ວນຊຸກຍູ້ໃນການສ້າງຄວາມເຂັ້ມແຂງດ້ານການກິລາ (ໄດ້ໃຫ້ການສະໜັບສະໜູນສະຫະພັນເຕະບານ, ກິລາຍິມນາສຕິກ, ກິລາບູໂດ ແລະ ສະຫະພັນກິລາອື່ນໆ).

ນອກຈາກນີ້, ບໍລິສັດ ເຄພີ ຍັງໄດ້ປະກອບສ່ວນຊ່ວຍເຫຼືອ ດ້ານວັດຖຸ ແລະ ປັດໄຈ ແກ່ ຜູ້ປະສົບເຄາະຮ້າຍຈາກໄພພິບັດທາງທຳມະຊາດຕ່າງໆ, ຊ່ວຍເຫຼືອກໍ່ສ້າງໂຮງຮຽນຫຼາຍແຫ່ງ ແລະອື່ນໆ. ທຸລະກິດຂອງພວກເຮົາ ແມ່ນເປັນທຸລະກິດຂອງ ຄົນລາວ, ເຊິ່ງພວກເຮົາ ບໍ່ເຄີຍປ່ອຍປະພາລະໜ້າທີ່ອັນສຳຄັນນີ້, ເພາະການທີ່ຈະ ຈະເລີນເຕີບໃຫຍ່ຂະຫຍາຍຕົວໄດ້ແມ່ນ ຍ້ອນມີປະຊາຊົນລາວ ເປັນຜູ້ສົ່ງເສີມ ແລະ ເປັນແຮງພັກດັນທີ່ສຳຄັນໃຫ້ ພວກເຮົາມີການປັບປຸງທຸລະກິດຂອງ ພວກເຮົາຢູ່ສະເໝີ. ສະນັ້ນ ໃນໂອກາດ ຄົບຮອບ 30 ປີ ແຫ່ງການກໍ່ຕັ້ງ ບໍລິສັດ ເຄພີ, ພວກເຮົາ ຂໍສະແດງຄວາມຂອບໃຈ ມາຍັງ ທຸກໆທ່ານທີ່ເປັນລູກຄ້າຂອງ ພວກເຮົາ ບໍ່ວ່າໂດຍທາງກົງ ຫຼື ທາງອ້ອມທີ່ໄດ້ສົ່ງເສີມທຸລະກິດຂອງພວກເຮົາຕະຫຼອດມາ, ແລະ ຈາກນີ້ ກໍ່ຫວັງວ່າທຸກໆຄົນຈະສືບຕໍ່ເປັນລູກຄ້າຂອງ ພວກເຮົາຕະຫຼອດໄປ.
ລາຍລະອຽດເພີ່ມເຕີມກ່ຽວກັບບໍລິສັດ ໃນເຄືອ ເຄພີ:
– ບໍລິສັດ ລາວ ໂຕໂຢຕ້າ ບໍລິການ ຈຳກັດ ປີ 1992 ສູນຈຳຫນ່າຍລົດໂຕໂຍຕ້າທົ່ງຂັນຄຳ ແລະ ນາແຮ່
– ບໍລິສັດ ລາວ ສະແຕນເລ ຈຳກັດ ປີ 1993 ໂຮງງານປະກອບອາໄຫລ່ລົດຍົນ
– ບໍລິສັດ ເຄພີຈຳກັດ ປີ 1995 ຕົວແທນຈຳຫນ່າຍສິນຄ້າ ອຸປະໂພກບໍລິໂພກ ແລະ ອາໄຫລ່ລົດຍົນ
– ບໍລິສັດ ໂລຈິດແຕັມ ລາວ ຈີແອສເຄພີ ຈຳກັດ ປີ 2007 ລະບົບຂົນສົ່ງຕ່າງປະເທດ ເຊື່ອມຕໍ່ ໄທ-ລາວ-ຫວຽດນາມ
– ບໍລິສັດ ເຄພີ 3ຈີ ແອນ ໂນມູຮະເທຣດດີ້ງ ຈຳກັດ ປີ 2011 ສູນຈຳຫນ່າຍລົດຍົນ ສຸຊຸກິ
– ບໍລິສັດ ເຄພີ ບິວ ລາວ ຈຳກັດ ປີ 2012 ໂຮງງານຜະລິດຕຸກະຕາ ສົ່ງອອກຍີ່ປຸ່ນ
– ບໍລິສັດ ເຄພີບໍລິການ ແລະ ພັດທະນາສີມືແຮງງານ ຈຳກັດ ປີ 2012 ສະຫນອງແຮງງານພາຍໃນ ແລະສົ່ງອອກແຮງງານໄປຕ່າງປະເທດ
– ບໍລິສັດ ພີພີ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ປີ 2014 ຕົວແທນຈຳຫນ່າຍສິນຄ້າ ອຸປະໂພກບໍລິໂພກ
– ບໍລິສັດ ເຄພີ ໂລຈິດຕິກ ຈຳກັດ ປີ 2016 ລະບົບຂົນສົ່ງພາຍໃນປະເທດ
– ບໍລິສັດ ເຄເອັສພີ ການຄ້າ ຈຳກັດ ປີ 2017 ຕົວແທນຈຳຫນ່າຍສິນຄ້າ ອຸປະໂພກບໍລິໂພກ
– ບໍລິສັດ ເຄພີວີ ການຄ້າ ຈຳກັດ ປີ 2017 ຕົວແທນຈຳຫນ່າຍສິນຄ້າ ອຸປະໂພກບໍລິໂພກ
– ບໍລິສັດ ເຄພີທີເເອ໋ວ ໂອໂຕ ຈຳກັດ ປີ 2017 ຕົວແທນຈຳຫນ່າຍສິນຄ້າອາໄຫລ່ລົດຍົນ
– ບໍລິສັດ ອິໂນະຈິໂອະ ເຄ.ພີ ລາວ ປີ 2019 ສວນການກະເສດ ແຂວງເຊກອງ ແລະ ສາລະວັນ

ບົດຄວາມຫຼ້າສຸດ

ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ໃນການອຳນວຍຄວາມສະດວກ ໃນໄລຍະປີໃໝ່ລາວ 2025

ເພື່ອສະກັດກັ້ນອຸບັດເຫດ ກົມຕຳຫຼວດຈະລາຈອນ ຈະນໍາໃຊ້ຕຳຫຼວດຈະລາຈອນ 1,172 ສະຫາຍ ຕັ້ງຈຸດກວດກາ 143 ຈຸດ ຕາມແຕ່ລະເສັ້ນທາງ ໄລຍະປີໃໝ່ລາວ. ທ່ານ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕຳຫລວດຈະລາຈອນ,...

ລະທຶກ! ເຮືອສະປີດໂບ໊ດເກີດໄຟໄໝ້ກາງທະເລອັນດາມັນ ປະເທດໄທ

ເລັ່ງອົບພະຍົບຜູ້ໂດຍສານ ຈາກເຫດໄຟໄໝ້ເຮືອສະປີດໂບ໊ດ ບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ. ສຳນັກຂ່າວຕ່າງປະເທດລາຍງານ ເຫດໄຟໄໝ້ເຮືອສະປີດໂບ໊ດບໍລິເວນເກາະໄມ້ທ່ອນ ຈັງຫວັດພູເກັດ ປະເທດໄທ ໃນເວລາປະມານ 09:10 ນາທີ ຂອງວັນທີ 1 ເມສາ...

ເພີ່ມຂຶ້ນຕໍ່ເນື່ອງເຫຍື່ອແຜ່ນດິນໄຫວທີ່ມຽນມາ ຫຼ້າສຸດມີຜູ້ເສຍຊີວິດກວ່າ 2,056 ຄົນ

ສະຖານະການແຜ່ນດິນໄຫວໃນມຽນມາຍັງໜ້າເປັນຫ່ວງ ເຈົ້ານ້າທີ່ຕ້ອງເລັ່ງທຳການຄົ້ນຫາ ແລະ ຊ່ວຍຜູ້ລອດຊີວິດອອກມາຈາກໃຕ້ຊາກອາຄານ ຫຼັງຈາກ້າວເຂົ້າສູ່ມື້ທີ 4 ນັບຕັ້ງແຕ່ເກີດເຫດເມື່ອວັນທີ 28 ມີນາ 2025. ສຳນັກຂ່າວຕ່າງປະເທດລາຍນງານໃນວັນທີ 1 ເມສາ 2025 ນີ້,...

ພາກກາງ-ໃຕ້ ສືບຕໍ່ຮ້ອນເອົ້າ ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025

ພະຍາກອນອາກາດ ປະຈໍາວັນທີ 31 ມີນາ 2025, ເວລາ 12 ໂມງ 00 ພາກກາງ-ພາກໃຕ້ ສືບຕໍ່ອາກາດຮ້ອນເອົ້າ ຄວາມກົດດັນສູງຂອງອາກາດເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ ຫາ ປານກາງ,...