Homeຂ່າວພາຍ​ໃນທະນາຄານກາງ ແຈ້ງພົບເຫັນເງິນປອມໃບ 100 ໂດາລາ (Series 2017 A) ຕົວອັກສອນນໍາຫນ້າ PL ແລະ PH

ທະນາຄານກາງ ແຈ້ງພົບເຫັນເງິນປອມໃບ 100 ໂດາລາ (Series 2017 A) ຕົວອັກສອນນໍາຫນ້າ PL ແລະ PH

Published on

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເລື່ອງ: ຍົກສູງສະຕິ ໃນການຖືຄອງເງິນຕາຕ່າງປະເທດ ສະກຸນໂດລາສະຫະລັດ.

ທະນາຄານແຫ່ງ ສປປ ລາວ ອອກແຈ້ງການເຖິງ: ພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ນັກຮຽນ ນັກສຶກສາ ໃນຂອບເຂດທົ່ວປະເທດ ກ່ຽວກັບເລື່ອງ ຍົກສູງສະຕິ ໃນການຖືຄອງເງິນຕາຕ່າງປະເທດ ສະກຸນໂດລາສະຫະລັດ.

ໃນປະຈຸບັນໄດ້ກວດພົບເຫັນເງິນປອມສະກຸນເງິນຕາ ຕ່າງປະເທດ ປະເພດໃບ 100 ໂດລາສະຫະລັດ (Series 2017 A) ຕົວອັກສອນນໍາຫນ້າ PL ແລະ PH, ຮູບແບບ ການປອມແປງ ແມ່ນນໍາໃຊ້ເຄື່ອງຈັກທີ່ທັນສະໄຫມຜະລິດຂຶ້ນມາສະເພາະ ມີຮູບແບບສີສັນລວດລາຍໃກ້ຄຽງກັບເງິນ ແທ້ຫຼາຍທີ່ສຸດ ເຮັດໃຫ້ຈໍາແນກໄດ້ຍາກ,ສະນັ້ນ, ຈຶ່ງແຈ້ງມາຍັງພໍ່ແມ່ປະຊາຊົນ, ພໍ່ຄ້າຊາວຂາຍ, ພະນັກງານ, ທະຫານ, ຕໍາຫຼວດ ແລະ ນັກຮຽນ ນັກສຶກສາໃນຂອບເຂດທົ່ວປະເທດ ດັ່ງນີ້:

1.ກ່ອນການຖືຄອງເງິນຕາຕ່າງປະເທດ ສະກຸນເງິນໂດລາສະຫະລັດ ປະເພດໃບ 100 (Series 2017 A) ຕ້ອງ ເປັນເຈົ້າການກວດກາເບີ່ງໃຫ້ລະອຽດ ຕາມຄຸນລັກສະນະວິທີສັງເກດເງິນແທ້-ເງິນປອມ ໃນເອກະສານຊ້ອນທ້າຍຄັດຕິດມາພ້ອມນີ້.

2. ຫຼີກລ້ຽງການຖືຄອງເງິນຕາຕ່າງປະເທດ ເງິນປອມ. ບໍ່ຄວນຖືຄອງເງິນສົດໄວ້.ໃຫ້ນໍາໄປຝາກໄວ້ນໍາ ທະນາຄານທຸລະກິດ, ກໍລະນີມີຄວາມຈໍາເປັນຊໍາລະສະສາງ ຊື້ສິນຄ້າ ແລະ ບໍລິການ ຫຼື ການເຮັດທຸລະກໍາຕ່າງໆ ໃຫ້ ໂອນຊໍາລະຜ່ານລະບົບທະນາຄານ ທຸລະກິດ ແລະ Application ຕ່າງໆ ຂອງທະນາຄານທຸລະກິດ ຫຼື ຊໍາລະສະສາງ ດ້ວຍສະກຸນເງິນກີບ ຂອງ ສປປ ລາວ ຈະມີຄວາມປອດໄພຫຼາຍທີ່ສຸດ.

3. ກໍລະນີພົບເຫັນ ຫຼື ຮູ້ຂໍ້ມູນແຫຼ່ງທີ່ມາຂອງເງິນປອມດັ່ງກ່າວ ກະລຸນາແຈ້ງຕໍ່ເຈົ້າຫນ້າທີ່ຕໍາຫຼວດ ຫຼື ທະນາຄານ ແຫ່ງ ສປປ ລາວ (ກົມພິມຈໍາຫນ່າຍ ເບີໂທ & WhatsApp 020 5800 7361, 020 5999 9632), ສາຂາ ທະນາຄານ ແຫ່ງ ສປປ ລາວ ປະຈໍາພາກເຫນືອ ແຂວງອຸດົມໄຊ (856-81) 260012, ແຂວງຫຼວງພະບາງ (856-71) 260700,ແຂວງຊຽງຂວາງ (856-61) 260030, ພາກກາງ ແຂວງສະຫວັນນະເຂດ (856-41) 260305, ພາກໃຕ້ ແຂວງຈໍາປາສັກ (856-031) 214129 ແລະ ທະນາຄານທຸລະກິດໃນຂອບເຂດທົ່ວປະເທດ.

4.ບຸກຄົນໃດ ຫາກໄດ້ໃຊ້ເຄື່ອງພິມ ຫຼື ວິທີການອື່ນປອມແປງເງິນ ຫຼື ນໍາເອົາເງິນປອມຈາກຕ່າງປະເທດເຂົ້າມາຈໍາ ຫນ່າຍ ຈໍລະຈອນ ຢູ່ ສປປ ລາວ ຈະຖືກປະຕິບັດມາດຕະການ ຕາມທີ່ກໍານົດໄວ້ໃນ ມາດຕາ 129 ຂອງປະມວນກົດ ຫມາຍອາຍາ ສະບັບເລກທີ 26/ສພຊ, ລົງວັນທີ 17 ພຶດສະພາ 2017 ຫຼື ລະບຽບກົດຫມາຍທີ່ກ່ຽວຂ້ອງ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...