Homeຂ່າວພາຍ​ໃນທົ່ວປະເທດ ເກັບກ່ຽວເຂົ້ານາປີໄດ້ແລ້ວ 100% ໄດ້ຜົນຜະລິດ 3.2 ລ້ານໂຕນ!

ທົ່ວປະເທດ ເກັບກ່ຽວເຂົ້ານາປີໄດ້ແລ້ວ 100% ໄດ້ຜົນຜະລິດ 3.2 ລ້ານໂຕນ!

Published on

rice

 

ກະຊວງ​ກະສິກຳ ​ແລະ ປ່າ​ໄມ້​ ​ໃຫ້​ຮູ້​ວ່າ: ມາ​ຮອດ​ປັດຈຸບັນ ທົ່ວ​ປະ​ເທດ​ສາມາດເກັບ​ກ່ຽວ​ມ້ຽນ​ມັດ​ເຂົ້ານາປີ​ແລ້ວ​ 100%

ຂອງ​ເນື້ອທີ່​ 772.600 ​ເຮັກຕາ, ຄາດຄະເນຜົນຜະລິດບັນລຸໄດ້ປະມານ 3.2 ລ້ານໂຕນ, ໃນນີ້ພາກ ເໜືອປະຕິບັດໄດ້ 476

ພັນກວ່າ ໂຕນ, ພາກກາງປະຕິບັດໄດ້ ຫຼາຍກວ່າ 1,84 ລ້ານໂຕນ, ພາກ ໃຕ້ປະຕິບັດໄດ້ 958 ພັນໂຕນ ແລະ ຜູ້ລາຍງານ

ໃຫ້ຮູ້ອີກ ວ່າ : ການຜະລິດເຂົ້ານາປີ ປີນີ້​ເມື່ອ​ທຽບ​ໃສ່​ປີຜ່ານມາ​ແລ້ວ​ເຫັນ​ວ່າ: ມີຂະ​ບວນກາ​ນ​ດີຂຶ້ນ, ສຳລັບ​ການ​ເກັບ​

ກ່ຽວ​ເຂົ້າຢູ່ເຂດ​ເນີນ​ສູງ ແມ່ນສຳເລັດແຕ່ທ້າຍເດືອນພະ ຈິກຜ່ານມາ, ສ່ວນຂະ ບວນການ​ປູກ​ພືດອື່ນໆສາມາດປະຕິ

ບັດໄດ້ ແລ້ວໃນ​ເນື້ອທີ່​ປະມານ 5 ແສນ ກວ່າ​ເຮັກຕາ ​ເທົ່າ​ກັບ 80% ຂອງເນື້ອທີ່ແຜນ ການ, ສຳລັບພຶດອາຍຸສັ້ນປູກໄດ້

ຫຼາຍຮອບ ວຽນກໍມີການເກັບກູ້ເພື່ອຕອບສະໜອງ ຄວາມຕ້ອງການຂອງຕະຫຼາດພາຍ ໃນ ແລະທ້ອງຖິ່ນໄດ້ເປັນຢ່າງ

ດີ​, ໃນສະເພາະໜ້ານີ້ ຂະ​ແໜງ​ກະສິກຳຈະ​ໄດ້​ສືບຕໍ່​​ສົມທົບ​ກັບ​ທ້ອງ​ຖິ່ນ​ສັງ​ລວມ​ແຜນ ການ ​ແລະ ຊຸກຍູ້ການ​ຜະລິດ​ເຂົ້າ

ນາ​ແຊງ ​ແລະ ພືດ​ລະດູ​ແລ້ງສົກ​ປີ 2014-2015 ​ໃຫ້​ໄດ້​ຕາມ​ຄາດໝາຍ​ທີ່​ວາງ​ໄວ້ໂດຍ​ເນັ້ນ​ໃສ່​ປັດ​ໄຈ​ທີ່​ກ່ຽວຂ້ອງ​ເຊັ່ນ: ນ້ຳ,

ຝຸ່ນປຸ໋ຍ, ​ແນວ​ພັນ ​ແລະ ອື່ນໆໃຫ້ຮັບປະກັນດີກວ່າເກົ່າ.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...