spot_img
Homeຂ່າວພາຍ​ໃນສື່ມວນຊົນ ລາວ-ໄທ ຮ່ວມປະຊຸມປະຫວັດສາດ ສະຫຼອງ 75 ປີ ຄວາມສຳພັນການທູດ

ສື່ມວນຊົນ ລາວ-ໄທ ຮ່ວມປະຊຸມປະຫວັດສາດ ສະຫຼອງ 75 ປີ ຄວາມສຳພັນການທູດ

Published on

2 ສະມາຄົນສື່ມວນຊົນ ລາວ-ໄທ ຮ່ວມປະຊຸມປະຫວັດສາດ ສະຫຼອງ 75 ປີ ຄວາມສຳພັນການທູດ

ເມື່ອວັນທີ 7 ກຸມພາ 2025 ທີ່ຜ່ານມາ, ສະມາຄົມນັກຂ່າວ ແຫ່ງປະເທດໄທ ນຳໂດຍ ທ່ານ ນາງ ນ.ຣິນີ ເຣືອງໜູ ປະທານສະມາຄົມນັກຂ່າວ ແຫ່ງປະເທດໄທ (TJA) ພ້ອມກົມບໍລິຫາສະມາຄົມ ໃຫ້ການຕ້ອນຮັບ ແລະຈັດປະຊຸມຮ່ວມກັບ ສະມາຄົມນັກຂ່າວແຫ່ງ ສປປ ລາວ (LJA) ນຳໂດຍ ທ່ານ ສະຫວັນຄອນ ຣາຊະມົນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປ ລາວ.

ໂດຍທັງສອງສະມາຄົມໄດ້ມີການຫາລືແລກປ່ຽນຄວາມຄິດເຫັນ ເຖິງສະຖານະການສື່ ພ້ອມກັບເຫັນກົງກັນໃນການປັບປຸງບົດບັນທຶກຄວາມເຂົ້າໃຈ ຫຼື MOU ໃຫ້ສອດຄ່ອງກັບຍຸກສະໄໝຫຼາຍຂຶ້ນ ໂດຍຈະເພີ່ມບໍລິບົດໃນການປ້ອງກັນການແກ້ໄຂປັນຫາ Fake News, ການຮັບມືກັບຂ່າວສານໃນຍຸກປັນຍາປະດິດ (AI), ການມີສ່ວນຮ່ວມໃນການແກ້ໄຂໄພຈາກການຖືກຕົວະທາງອອນລາຍ ແລະ ເພີ່ມກິດຈະກຳຍົກລະດັບວິຊາຊີບ ເພື່ອລົງນາມ MOU ສະບັບໃໝ່ຕໍ່ໄປໃນອະນາຄົດນີ້.

ຫຼັງຈາກນັ້ນ ສະມາຄົມນັກຂ່າວ ແຫ່ງປະເທດໄທ ໄດ້ຈັດສຳມະນາວິຊາການ “ບົດບາດສື່ມວນຊົນ ໃນໂອກາດ 75 ປີ ຂອງການສະຖາປະນາຄວາມສຳພັນທາງການທູດ ລາວ-ໄທ” ໂດຍມີຜູ້ແທນອົງກອນສື່ມວນຊົນໃນປະເທດໄທຮ່ວມສຳມະນາ ເຊັ່ນ: ສະພາການສື່ມວນຊົນແຫ່ງຊາດ, ສະມາຄົມຜູ້ຜະລິດຂ່າວອອນລາຍ ແລະ ສະຖາບັນອິສຣາ ລວມທັງຜູ້ແທນຈາກຂໍ້ມູນຂ່າວສານ, ກະຊວງການຕ່າງປະເທດ.

ທ່ານ ປານິດົນ ປັດສິມສະຫວັດ ຮອງຫົວໜ້າກົມຂໍ້ມູນຂ່າວສານ ກ່າວໃນການສຳມະນາວ່າ: “ປີນີ້ໄທມີກິດຈະກຳສຳຄັນຫຼາກຫຼາຍ ນອກຈາກການສະເຫຼີມສະຫຼອງຄວາມສຳພັນທາງການທູດ ໄທ-ລາວ ຄົບຮອບ 75 ປີແລ້ວ, ເຮົາຍັງຈະເປັນເຈົ້າພາບຈັດການປະຊຸມຜູ້ນຳແມ່ຂອງ ລະຫວ່າງວັນທີ 2 – 4 ເມສາ ແລະ ປະຊຸມ ACMECS ເຊິ່ງສື່ມວນຊົນ ຖືເປັນຫຸ້ນສ່ວນສຳຄັນຂອງພາກລັດ ໃນການຂັບເຄື່ອນຄວາມຮ່ວມມືລະຫວ່າງປະເທດ ໂດຍສະເພາະໃນຂອບເຂດອາຊຽນ ເຊິ່ງບໍ່ພຽງແຕ່ກັບ ສປປ ລາວ ແຕ່ລວມເຖິງປະເທດເພື່ອນບ້ານອື່ນໆ ເຊັ່ນ: ກຳປູເຈຍ ແລະຫວຽດນາມ”

ພ້ອມກັບເນັ້ນຢ້ຳເຖິງຄວາມທ້າທາຍໃນຍຸກດິຈິຕໍ ໂດຍສະເພາະເລື່ອງເຕັກໂນໂລຊີ, ສື່ສັງຄົມອອນລາຍ ແລະ AI ເຊິ່ງປຽບເໝືອນດາບສອງຄົມ ມີທັງຄຸນປະໂຫຍດ ແລະ ໂທດ, ສື່ມວນຊົນຈຶ່ງຕ້ອງມີບົດບາດສຳຄັນໃນການໃຫ້ຂໍ້ມູນທີ່ເປັນປະໂຫຍດແກ່ປະຊາຊົນ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...