spot_img
Homeຂ່າວຕ່າງປະເທດເຈົ້າໜ້າທີ່ຕຳຫຼວດໄທ ບຸກຈັບຜູ້ຖືກຫາ ຊາວລາວ 3 ຄົນ ລັກລອບຂົນຢາເສບຕິດຂ້າມປະເທດ

ເຈົ້າໜ້າທີ່ຕຳຫຼວດໄທ ບຸກຈັບຜູ້ຖືກຫາ ຊາວລາວ 3 ຄົນ ລັກລອບຂົນຢາເສບຕິດຂ້າມປະເທດ

Published on

ເຈົ້າໜ້າທີ່ຕຳຫຼວດໄທ ບຸກຈັບຜູ້ຖືກຫາ ຊາວລາວ 3 ຄົນ ລັກລອບຂົນຢາເສບຕິດຂ້າມປະເທດພ້ອມຂອງກາງຈຳນວນຫຼາຍ.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກຸມພາ 2025 ນີ້ວ່າ ເຈົ້າໜ້າທີ່ໜ່ວຍງານສະກັດກັ້ນ ແລະ ປາບປາມຢາເສບຕິດໄທ ໄດ້ເປີດປະຕິບັດການຈັບກຸມຜູ້ຄ້າຢາເສບຕິດຊາວລາວ 3 ຄົນ ພ້ອມຂອງກາງ ຢາໄອ້ 658 ກິໂລກຣາມ ແລະ ຢາບ້າກວ່າ 1.1 ແສນເມັດ ທີ່ຈະນຳຂ້າມມາຍັງຝັ່ງໄທໃນພຶ້ນທີ່ ບໍລິເວນແຄມຂອງ ບ້ານແພງໃຕ້ ອຳເພີ ບ້ານແພງ ຈັງຫວັດນະຄອນພະນົມ ໃນເວລາ 11:00 ໂມງ ຂອງວັນທີ 11 ກຸມພາ 2025 ຜ່ານມາ.

ຕາມການລາຍງານຂອງເຈົ້າໜ້າທີ່: ໄດ້ຮັບແຈ້ງວ່າຈະມີການລັກລອບນຳຢາເສບຕິດຈາກຝັ່ງລາວເຂົ້າມາໃນພຶ້ນທີ່ ຈຶ່ງໄດ້ຈັດກອງກຳລັງເຝົ້າກວດຈຸດທີ່ຄາດວ່າຜູ້ຕ້ອງຫາຈະລັກລອບນຳຢາເສບຕິດເຂົ້າມາໃນປະເທດໄທ ສຸດທ້າຍກໍພົບເຮືອ ຈຳນວນ 2 ລຳ ແລະ ລົດຕູ້ 1 ຄັນ, ຈຶ່ງໄດ້ທຳການສະແດງໂຕ ແລະ ເຂົ້າຈັບກຸມຜູ້ຖືກຫາໄດ້ 3 ຄົນ.

ໃນນັ້ນ, ຜູ້ຖືກຫາ 3 ຄົນເປັນຊາຍຊາວລາວອາຍຸລະຫວ່າງ 16-17 ປີ: ຜູ້ທີ 1 ຊື່ທ້າວດຳ (ບໍ່ມີນາມສະກຸມ) ອາຍຸ 16 ປີ, ຜູ້ທີ 2 ຊື່ທ້າວ ລີ (ບໍ່ມີນາມສະກຸນ) ອາຍຸ 17 ປີ, ຜູ້ທີ 3 ຊື່ທ້າວ ພົງ ອາໄພໂສ ອາຍຸ 30 ປີ ພ້ອມຍຶດຂອງກາງ ຢາໄອ້ 16 ເປົາ ນ້ຳໜັກລວມ 658 ກິໂລກຣາມ ແລະ ຢາບ້າ 58 ມັດ ຈຳນວນປະມານ 116,000 ເມັດ ຈາກນັ້ນເຈົ້າໜ້າທີ່ຈຶ່ງໄດ້ນຳຂອງກາງເພື່ອກວດສອບ ແລະ ນຳສົ່ງຜູ້ຖືກຫາເພື່ອດຳເນີນຄະດີຕາມກົດໝາຍຕໍ່ໄປ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...