Homeຂ່າວຕ່າງປະເທດທ່ານ ໂດໂນ ທຣຳ ລົງນາມຄຳສັ່ງບໍລິຫານ ຍົກເລີກການໃຊ້ທໍ່ເຈ້ຍ ກັບມາໃຊ້ທໍ່ພລາສຕິກ

ທ່ານ ໂດໂນ ທຣຳ ລົງນາມຄຳສັ່ງບໍລິຫານ ຍົກເລີກການໃຊ້ທໍ່ເຈ້ຍ ກັບມາໃຊ້ທໍ່ພລາສຕິກ

Published on

ທ່ານ ໂດໂນ ທຣຳ ລົງນາມຄຳສັ່ງບໍລິຫານ ຍົກເລີກການໃຊ້ທໍ່ເຈ້ຍ ກັບມາໃຊ້ທໍ່ພລາສຕິກ

ປະທານາທິບໍດີ ໂດໂນ ທຣຳ ລົງນາມໃນຄຳສັ່ງຝ່າຍບໍລິຫານ ໃຫ້ຍຸດຕິຄວາມພະຍາຍາມຂອງອາເມລິກາ ໃນການແທນທີ່ທໍ່ດູດພລາສຕິກ ດ້ວຍທໍ່ດູດເຈ້ຍ ເຊິ່ງເປັນການກັບລຳນະໂຍບາຍຂອງອະດີດປະທານາທິບໍດີ ໂຈ ໄບເດນ ທີ່ເຄີຍລະບຸວ່າ ‘ປັນຫາມົນລະພິດພລາສຕິກເປັນວິກິດ’

ຄຳສັ່ງດັ່ງກ່າວມີຜົນບັງຄັບໃຊ້ທັນທີ ໂດຍກຳນົດໃຫ້ໜ່ວຍງານລັດທະບານກາງ ຢຸດຊື້ທໍ່ເຈ້ຍ ແລະວາງແຜນເພື່ອກຳຈັດການໃຊ້ທໍ່ເຈ້ຍທົ່ວປະເທດ.

ທ່ານ ໂດໂນ ທຣຳ ໃຫ້ສຳພາດທີ່ທຳນຽບຂາວ ເມື່ອວັນຈັນ 10 ກຸມພາ 2025 ວ່າ: “ທໍ່ພວກນີ້ໃຊ້ບໍ່ໄດ້ຜົນ ຂ້ອຍໃຊ້ມັນຫຼາຍເທື່ອແລ້ວ ບາງເທື່ອມັນແຕກ ຍາງເທື່ອມັນລະເບີດ ຖ້າເປັນຂອງຮ້ອນ ມັນຢູ່ໄດ້ພຽງແຕ່ບໍ່ເທົ່າໃດນາທີ ຫຼື ບາງເທື່ອກໍບໍ່ເທົ່າໃດວິນາທີ ມັນເປັນສະຖານະການທີ່ໄຮ້ສາລະ”

ການປ່ຽນແປງນີ້ ເປັນການຍົກເລີກນະໂຍບາຍຂອງໄບເດນໃນປີ 2024 ທີ່ສັ່ງໃຫ້ລັດຖະບານການຍຸດຕິການສັ່ງຊື້ທໍ່ພລາສຕິກ ລວມເຖິງບ່ວງຊ່ອມ ແລະບັນຈຸພັນພລາສຕິກ. ໂດຍໄບເດນເຄີຍຕັ້ງເປົ້າທີ່ຈະຍົກເລີກການໃຊ້ພລາສຕິກແບບໃຊ້ເທື່ອດຽວ ຈາກການດຳເນີນການຂອງລັດຖະບານການ ພາຍໃນປີ 2025.

ທຣຳເປັນຜູ້ວິພາກວິຈານທໍ່ເຈ້ຍມາໂດຍຕະຫຼອດ ໃນການຫາສຽງເລືອກຕັ້ງຕັ້ງແຕ່ປີ 2020 ເຊິ່ງລາວໄດ້ເສຍຕຳແໜ່ງໃຫ້ກັບໄບເດນ. ທີມຂອງລາວຈຳໜ່າຍທໍ່ພລາສຕິກ ທີ່ມາກາສິນຄ້າ “Trump” ໃນລາຄາຊຸດລະ 15 ໂດລາ (ປະມານ 400,000 ກີບ) ເພື່ອແທນທີ່ທໍ່ເຈ້ຍທີ່ລາວເອີ້ນມັນວ່າ “ຂອງພວກເສລີນິຍົມ” ລາຍງານລະບຸວ່າທໍ່ພລາສຕິກຂອງລາວ ເຮັດລາຍໄດ້ເກືອບ 500,000 ໂດລາ ພາຍໃນບໍ່ເທົ່າໃດອາທິດ.

ໂຄງການສິ່ງແວດລ້ອມແຫ່ງສະຫະປະຊາຊາດ (UNEP) ລະບຸວ່າທົ່ວໂລກ ມີການຜະລິດພລາສຕິກສູງເຖິງ 460 ລ້ານເມຕຣິກຕັນຕໍ່ປີ ເຊິ່ງເປັນປັດໄຈສຳຄັນທີ່ກໍ່ໃຫ້ເກີດຂີ້ເຫຍື້ອໃນມະຫາສະໝຸດ ແລະໄມໂຄພລາສຕິກ ທີ່ອາດຈະສົ່ງຜົນກະທົບຕໍ່ສຸຂະພາບຂອງມະນຸດ.

ຢ່າງໃດກໍຕາມ ມີງານສຶກສາຫຼາຍສະບັບ ທີ່ພົບວ່າທໍ່ເຈ້ຍ ອາດຈະມີສານເຄມີທີ່ເອີ້ນວ່າ PFAS ຫຼື “ສານເຄມີຕະຫຼອດການ” (Forever Chemicals) ໃນປະລິມານສູງ ເຊິ່ງສາມາດປົນເປື້ອນໃນສິ່ງແວດລ້ອມ ແລະແຫຼ່ງນ້ຳ ສົ່ງຜົນກະທົບຕໍ່ສຸຂະພາບໄລຍະຍາວໄດ້.

ການຕັດສິນໃຈຂອງທ່ານ ໂດໂນ ທຣຳ ໃນຄັ້ງນີ້ ຈຶ່ງອາດນຳໄປສູ່ການຖົກຖຽງຄັ້ງໃໝ່ ກ່ຽວກັບຄວາມສົມດຸນລະຫວ່າງສິ່ງແວດລ້ອມ ແລະຄວາມສະດວກສະບາຍຂອງຜູ້ບໍລິໂພກ ໃນຂະນະທີ່ຫຼາຍປະເທດທົ່ວໂລກ ກຳລັງສຸມໃສ່ການຫຼຸດຂີ້ເຫຍື້ອພລາສຕິກ ເພື່ອຄວາມຢັ່ງຢືນໃນໄລຍະຍາວ.

ທີ່ມາ: BBC

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...