Homeຂ່າວພາຍ​ໃນທໍາລາຍໝາກກະໂພກ ແລະ ບັ້ງໄຟດອກ ມູນຄ່າເກືອບ 300 ລ້ານກີບ

ທໍາລາຍໝາກກະໂພກ ແລະ ບັ້ງໄຟດອກ ມູນຄ່າເກືອບ 300 ລ້ານກີບ

Published on

ເຈົ້າໜ້າທີ່ທຳລາຍໝາກກະໂພກ ແລະ ບັ້ງໄຟດອກ ທີ່ລັກລອບນຳເຂົ້າລວມມູນຄ່າເກືອບ 300 ລ້ານກີບ

ພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໄດ້ທໍາລາຍໝາກກະໂພກ ແລະ ບັ້ງໄຟດອກ ທີ່ຍຶດໄດ້ຈາກການ ລັກລອບນຳເຂົ້າ ແລະ ຈຳໜ່າຍ ເຊິ່ງການທຳລາຍຄັ້ງນີ້ ຈັດຂຶ້ນໃນວັນທີ 7 ກຸມພາ 2025 ທີ່ກອງພັນໃຫຍ່ 497.

ທ່ານ ມະໂນສັກ ໄຊສິລິກຸນ ຮອງຫົວໜ້າຂະແໜງການຄ້າພາຍ ໃນ ໃຫ້ຮູ້ວ່າ: ເຈົ້າໜ້າທີ່ການຄ້າ ພະ ແນກອຸດສາຫະກໍາ ແລະ ການ ຄ້າ ນວ ແລະ ຫ້ອງການອຸດສາຫະກຳ ແລະ ການຄ້າ 9 ຕົວເມືອງ ໄດ້ເຄື່ອນໄຫວວຽກງານຕ້ານ ແລະ ສະກັດກັ້ນການຄ້າຂາຍເຖື່ອນ ຄ້າ ຂາຍນອກລະບົບທຸກຮູບແບບ ໃນໄລຍະບຸນປີໃໝ່ສາກົນ ປີໃໝ່ຊາວຈີນ ແລະ ຊາວຫວຽດນາມ ປີ 2025 ເຊິ່ງໄດ້ກວດກາບັນດາຮ້ານຄ້າ ແລະ ຕະຫຼາດ ໃນນະຄອນຫຼວງວຽງຈັນ ທັງໝົດ 24 ຕະຫຼາດ ແລະ 166 ຮ້ານ ຜ່ານການກວດກາໄດ້ພົບເຫັນການລັກລອບນຳເຂົ້າ ແລະ ຈຳໜ່າຍ ໝາກກະໂພກ ແລະ ບັ້ງ ໄຟດອກ ທີ່ເປັນສິນຄ້າເກືອດຫ້າມນໍາເຂົ້າ ແລະ ຈໍາໜ່າຍ ລວມນ້ຳໜັກທັງໝົດປະມານ 576,6 ກິໂລກຣາມ ຄິດເປັນມູນຄ່າ 295.040.000 ກີບ.

ສະນັ້ນ ເຈົ້າໜ້າທີ່ການຄ້າ ຈຶ່ງໄດ້ເຮັດບົດບັນທຶກກວດກາ ແລະ ຍຶດສິນຄ້າດັ່ງກ່າວ ມາເກັບຮັກສາໄວ້ເພື່ອລໍຖ້າທໍາລາຍຖີ້ມຕາມລະບຽບການ.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...