Homeຂ່າວຄວາມສະຫງົບຈັບກຸມ 3 ສ່ຽວໂຈນອາຍຸ 15 ປີ ກໍ່ເຫດລັກລົດຈັກ

ຈັບກຸມ 3 ສ່ຽວໂຈນອາຍຸ 15 ປີ ກໍ່ເຫດລັກລົດຈັກ

Published on

ອີງຕາມການລາຍງານຂອງ ເຈົ້າໜ້າທີ່ໜ່ວຍງານຄະດີອາຍາ ພະແນກຕຳຫຼວດ ປກສ ເມືອງຫຼວງນໍ້າທາ ແຂວງຫຼວງນ້ຳທາ ໄດ້ຮັບແຈ້ງຈາກປະຊາຊົນວ່າ: ມີຄົນຮ້າຍເຄື່ອນໄຫວລັກຊັບປະເພດລົດຈັກ ເປັນຈຳນວນ 11 ລາຍ; ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ສ້າງແຜນຂຶ້ນບັນຊີເປົ້າໝາຍ ຜູ້ທີ່ເຄື່ອນໄຫວລັກຊັບ ແລະ ສາມາດກັກໄດ້ຜູ້ຖືກຫາໄດ້ 3 ຄົນ ຊື່ ທ້າວ ເອັບເອັມ ອາຍຸ 16 ປີ ປະຊາຊົນ ຢູ່ ບ້ານປ່າຄາ ເມືອງລອງ ແຂວງຫຼວງນໍ້າທາ, ທ້າວໄກສອນ ອາຍຸ 16 ປີ ປະຊາຊົນ ຢູ່ ບ້ານວຽງທອງ ເມືອງຫຼວງນ້ຳທາ ແລະ ທ້າວ ເອກ ອາຍຸ 15 ປີ ນັກຮຽນ ຢູ່ ບ້ານຫຼວງ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ພ້ອມຍຶດຂອງກາງລົດຈັກ ຈໍານວນ 4 ຄັນ ມາດໍາເນີນການສອບສວນ.

ຜ່ານການສອບສວນ ຜູ້ກ່ຽວທັງ 3 ຄົນ ໃຫ້ການຕໍ່ເຈົ້າໜ້າທີ່ຕຳຫຼວດວ່າ: ໃນທ້າຍເດືອນ ທັນວາ 2024 ຫາ ເດືອນ ມັງກອນ 2025, ຜູ້ກ່ຽວ ໄດ້ເຄື່ອນໄຫວລັກຊັບ ປະເພດລົດຈັກມາແລ້ວຫຼາຍຄັ້ງ ຢູ່ເຂດຮ້ານອາຫານບັນເທິງ ແລະ ຮ້ານກິນດື່ມຕ່າງໆ ພາຍໃນແຂວງ ແລະ ບັນດາເມືອງ; ວິທີການລັກ ແມ່ນໄດ້ຫັກຄໍລົດຈັກ, ພາຍຫຼັງທີ່ລັກໄດ້ມາແລ້ວ ແມ່ນໄດ້ປັບປ່ຽນ, ສະລັບສີອາໄລຂອງລົດ ແລ້ວນຳໄປເລາະຂາຍຕໍ່ຢູ່ບັນດາຮ້ານສ້ອມແປງລົດ, ບຸກຄົນ ແລະ ຂາຍອອນລາຍທາງກຸ່ມເຟສບຸກ; ພໍຮອດ ວັນທີ 25 ທັນວາ 2024 ແລະ ວັນທີ 5 ມັງກອນ 2025 ໄດ້ຖືກເຈົ້າໜ້າທີ່ກັກຕົວມາດໍາເນີນຄະດີ.

ຕໍ່ກັບພວກກ່ຽວທັງ 3 ຄົນ, ທາງເຈົ້າໜ້າທີ່ຕຳຫຼວດ ປກສ ແຂວງ ໄດ້ກັກຂັງໄວ້ ພ້ອມທັງໄດ້ຍຶດຂອງກາງລົດຈັກ 4 ຄົນໄວ້ ເພື່ອສືບຕໍ່ສອບສວນຂະຫຍາຍພົນຫາພັກພວກກຸ່ມແກ້ງ ມາດຳເນີນຄະດີຕາມລະບຽບກົດໝາຍ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...