spot_img
Homeຂ່າວຕ່າງປະເທດສະຫຼົດເດັກຍິງອາຍຸ 17 ປີ ຊາວອອສເຕເລຍ ຖືກປາສະຫຼາມກັດຂະນະລອຍນ້ຳຈົນເສຍຊີວິດ

ສະຫຼົດເດັກຍິງອາຍຸ 17 ປີ ຊາວອອສເຕເລຍ ຖືກປາສະຫຼາມກັດຂະນະລອຍນ້ຳຈົນເສຍຊີວິດ

Published on

ເດັກຍິງອາຍຸ 17 ປີ ໃນອອສເຕເລຍຖືກປາສະຫຼາມກັດ ໃນຂະນະລອຍນ້ຳຫຼິ້ນຢູ່ນອກຊາຍຝັ່ງໃຫ້ເມືອງບິສແບນ ແລະ ເສຍຊີວິດໃນເວລາຕໍ່ມາ ນັບເປັນເຫດສະຫຼາມທຳຮ້າຍຄົນຈົນເສຍຊີວິດໃນອອສເຕເລຍເປັນຄັ້ງທີ 2.

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 3 ກຸມພາ 2025 ນີ້ວ່າ: ເຈົ້າໜ້າທີ່ໜ່ວຍກູ້ໄພໄດ້ຮັບແຈ້ງວ່າເກີດເຫດປາສະຫຼາມທຳຮ້າຍຄົນຢ່າງຮຸນແຮງ ທີ່ຫາດຊາຍວູຣິມ (Woorim Beach) ທາງເໜືອຂອງ ເມືອງບິສແບນ ເມື່ອເວລາປະມານ 16:45 -ໂມງ ຂອງວັນທີ 3 ກຸມພາ 2025 ຜ່ານມາ.

ເຈົ້າໜ້າທີ່ຕຳຫຼວດສາມາດຢືນຢັນໄດ້ວ່າ: ຂະນະເກີິດເຫດ ເດັກຍິງຄົນນີ້ໄດ້ລົງຫຼິ້ນນ້ຳຢູ່ໃນທະເລນອກຊາຍຝັ່ງເກາະບານບີ ເຊິ່ງເປັນທີ່ຕັ້ງຂອງຫາດດູຣິມ ກ່ອນຈະຖືກສະຫຼາມໂຕດັ່ງກ່າວທຳຮ້າຍ ແຕ່ຍັງບໍ່ສາມາດລະບຸສາຍພັນໄດ້ ຕາມການລາຍງານປາສະຫຼາມໄດ້ກັດບໍລິເວນແຂນ ແລະ ບໍລິເວນສ່ວນເທິງຕົວ ຈົນເຮັດໃຫ້ເສຍຊີວິດເວລາຕໍ່ມາທີ່ໂຮງໝໍ.

ທັງນີ້ເຈົ້າໜ້າທີ່ຍັງໄດ້ລະບຸຕື່ມອີກວ່ານ້ຳບໍລິເວນຈຸດເກີດເຫດເປັນທີ່ຢູ່ຂອງສະຫຼາມຢ່າງຫຼວງຫຼາຍ ເຊິ່ງເຈົ້າໜ້າທີ່ມີມາດຕະການປ້ອງກັນ ບໍລິເວນໃກ້ຊາຍຝັ່ງໂດຍໃຊ້ຫຸ່ນທີ່ເອີ້ນວ່າ “drumline” ເຊິ່ງມີສະມໍດຶງໄວ້ ແລະ ມິຂໍເກາະໄວ້ດັກປາສະຫຼາມທີ່ລອຍເຂົ້າມາໃກ້ເກີນໄປ ເຊິ່ງສະຫຼາມທີ່ຖືກຈັບໄດ້ບາງສາຍພັນຈະໄດ້ທຳການທາລຸນຍະຄາດ ຂະນະທີ່ບາງສາຍພັນຈະຖືກປ່ອຍໃນບໍລິເວນອື່ນ.

ຢ່າງໃດກໍຕາມ ຄັ້ງນີ້ນັບເປັນເຫດການຄັ້ງທີ 2 ທີ່ສະຫຼາມທຳຮ້າຍຄົນຈົນເສຍຊີວິດ, ຄັ້ງທຳອິດເກີດຂຶ້ນເມື່ອວັນທີ 4 ມັງກອນ ໃນປີ 2024 ໂດຍນັກໂຕ້ຄື້ນ ຖືກໂຈມຕີທີ່ບໍລິເວນນອກຊາຍຝັ່ງ ລັດເຊົາອອສເຕເລຍ ຈົນເປັນເຫດເຮັດໃຫ້ເສຍຊີວິດ.

 

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...