Homeຂ່າວຕ່າງປະເທດພໍ່ຕູ້ອາຍຸ 70 ປີ ຕັດສິນໃຈປະຕິເສດເງິນເກືອບ 5 ຕື້ກີບ ຈາກການຂາຍບ້ານ ສຸດທ້າຍຖືກສ້າງທາງດ່ວນອ້ອມ

ພໍ່ຕູ້ອາຍຸ 70 ປີ ຕັດສິນໃຈປະຕິເສດເງິນເກືອບ 5 ຕື້ກີບ ຈາກການຂາຍບ້ານ ສຸດທ້າຍຖືກສ້າງທາງດ່ວນອ້ອມ

Published on

ສຳນັກຂ່າວຕ່າງປະເທດລາຍງານເມື່ອບໍ່ດົນມານີ້ ກ່ຍວກັບເລື່ອງສຸດຮືຮາ ເມື່ອພໍ່ຕູ້ຊາວຈີນອາຍຸ 70 ປີ ທີ່ອາໄສຢູ່ບ້ານກັບລານຊາຍອາຍຸ 11 ປີ ໃນມົນທົນຈຽງຊູ ປະເທດຈີນ ກຳລັງເປັນທີ່ໜ້າສົນໃຈໃນສື່ສັງຄົມອອນລາຍ ຫຼັງຈາກປະຕິເສດຂໍ້ສະເໜີຈາກລັດທະບານຈີນ ທີ່ໃຫ້ເງິນຊົດເຊີຍ ເກືອບ 5 ຕື້ກີບ ເພື່ອໃຫ້ຍ້າຍອອກຈາກບ້ານ 2 ຊັ້ນຂອງລາວທີ່ຕັ້ງຢູ່ໃນບໍລິເວນທີ່ກຳລັງກໍ່ສ້າງທາງດ່ວນ.

ຕາມການລາຍງານລະບຸວ່າເ ປັດຈຸບັນບ້ານຂອງພໍ່ຕູ້ ໄດ້ຖືກຫົນທາງອ້ອມຮອບ ແລະ ຫຼັງຄາບ້ານຢູ່ລະດັບດຽວກັບທາງດ່ວນ ທີ່ກຳລັງກໍ່ສ້າງຢູ່ ໂດຍຕ້ອງພົບກັບສະພາບຝຸ່ນ ແລະ ສຽງດັງຈາກການກໍ່ສ້າງ ຈົນບ້ານຕ້ອງສັ່ນສະເທືອນ ຈາກສຽງເຄື່ອງຈັກຈົນຕົນກັບຫຼານໄດ້ອອກໄປອາໃສຢູ່ໃນເມືອງເພື່ອຫຼີກຫຼຽງການກໍ່ສ້າງ.

ເຖິງແມ່ນວ່າລັດຖະບານຈະສະເໜີເງິນຊົດເຊີຍໃຫ້ ແຕ່ພໍ່ຕູ້ເລືອກທີ່ຈະຕັດສິນໃຈບໍ່ຂາຍບ້ານ ແລະ ຍົງຄົງອາໄສຢູ່ບ່ອນເກົ່າ ເນື່ອງຈາກລາວບໍ່ຕ້ອງການຍ້າຍໄປຢູ່ບ່ອນອື່ນ ແຕ່ສຸດທ້າຍພໍ່ຕູ້ກໍຕ້ອງເສຍໃຈທີ່ການຕັດສິນໃຈຂອງລາວຄ້າຍຄືການ ແພ້ການພະນັນຄັ້ງໃຫຍ່.

ສຸດທ້າຍພໍ່ຕູ້ໄດ້ກ່າວວ່າ: ຖ້າຍ້ອນເວລາໄປໄດ້ ລາວຈະຍອມຮັບຂໍ້ສະເໜີຂອງລັດຖະບານ ແລະ ຍ້າຍອອກໄປແຕ່ຕົ້ນ.

ແຫຼ່ງຂ່າວ: TV pool

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...