Homeຂ່າວຕ່າງປະເທດຂສມກ ແຫ່ງປະເທດໄທ ເປີດໃຫ້ບໍລິການຂີ່ລົດໄຟຟຣີ 7 ມື້ ເພື່ອຫຼຸດຜ່ອນຝຸ່ນ PM 2.5

ຂສມກ ແຫ່ງປະເທດໄທ ເປີດໃຫ້ບໍລິການຂີ່ລົດໄຟຟຣີ 7 ມື້ ເພື່ອຫຼຸດຜ່ອນຝຸ່ນ PM 2.5

Published on

ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 26 ມັງກອນ 2025, ອົງການຂົນສົ່ງມວນຊົນກຸງເທບ (ຂສມກ) ເປີດໃຫ້ບໍລິການລົດໂດຍສານຟຣີ ທຸກເສັ້ນທາງ ເພື່ອແກ້ໄຂບັນຫາສະຖານະການຝຸ່ນລະອອງຂະນາດນ້ອຍ ຫຼື PM 2.5 ເລີ່ມຕັ້ງແຕ່ວັນທີ 25-31 ມັງກອນ 2025.

ທ່ານ ສຸລິຍະ ຈຶງຮຸ່ງເຮືອງກິດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງຄົມມະນາຄົມ ແຫ່ງປະເທດໄທ ໄດ້ມອບນະໂຍບາຍໃຫ້ກັບໜ່ວຍງານກ່ຽວຂ້ອງທີ່ຢູ່ພາຍໃຕ້ສັງກັດກະຊວງຄົມມະນາຄົມ ເພື່ອດຳເນີນການແກ້ໄຂບັນຫາສະຖານະການຝຸ່ນລະອອງຂະນາດນ້ອຍ ຫຼື PM 2.5 ທີ່ມີປະລິມານເພີ່ມຂຶ້ນສູງຢ່າງຕໍ່ເນື່ອງຈຶ່ງໄດ້ດຳເນີນການນະໂຍບາຍການໃຫ້ບໍລິການໃຫ້ນຳໃຊ້ລົດໂດຍສານຟຣີທຸກເສັ້ນທາງ ເພື່ອສົ່ງເສີມການໃຊ້ລົດສາທາລະນະ ແລະ ຫຼຸດຜ່ອນການໃຊ້ລົດສ່ວນຕົວ ເປັນໄລຍະເວລາ 7 ມື້ ແຕ່ວັນທີ 25-31 ມັງກອນ 2025.

ສຳລັບລົດໄຟຟ້າທີ່ເປີດໃຫ້ບໍລິການມີທັງໝົດຄື: ລົດໄຟຟ້າ Airport Rail Link, ລົດໄຟຟ້າຊານເມືອງ (ສາຍສີແດງ), ລົດໄຟຟ້າສາຍສະເຫຼີມຣັດຊະມົງຄົນ, ລົດໄຟຟ້າສາຍສະຫຼອງລັດຊະທຳ, ລົດໄຟຟ້າ BTS ສາຍສີຂຽວ, ລົດໄຟຟ້າ ສາຍສີທອງ, ລົດໄຟຟ້າ ນັກລາພິພັດ ແລະ ລົດໄຟຟ້າສີບົວຜູ້ໃຫ້ບໍລິການ.

ຕາມການລາຍງານຄາດວ່າຕະຫຼອດ 7 ມື້ລັດທະບານໄທຕ້ອງໃຊ້ງົບປະມານໃນການອຸດໜຸນລະບົບຂົນສົ່ງມວນຊົນທັງໝົດ 140-150 ລ້ານບາດ ໂດຍແຫຼ່ງງົບປະມານຈະໃຊ້ລົບປະມານກາງເປັນຫຼັກ ສ່ວນຂະບວນການຂໍງົບປະມານໜ້າຈະບໍ່ມີບັນຫາເພາະອຳນາດກາງເປັນຂອງ ນາຍົກລັດຖະມົນຕີ ທີ່ສາມາດສັ່ງເບິກຈ່າຍໄດ້ໂດຍຈະມີການເຮັດລາຍງານເຂົ້າສູ່ກອງປະຊຸມຄະນະລັດຖະມົນຕີ ເພື່ອຮັບຊາບ.

ແຫຼ່ງຂ່າວ: ກຸງເທບທຸລະກິດ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...