Homeຂ່າວສະພາບອາກາດແຈ້ງເຕືອນ ສະພາບອາກາດຫນາວເຢັນ ແລະ ລົມພັດແຮງ ວັນທີ 27 ຫາ 31 ມັງກອນ 2025

ແຈ້ງເຕືອນ ສະພາບອາກາດຫນາວເຢັນ ແລະ ລົມພັດແຮງ ວັນທີ 27 ຫາ 31 ມັງກອນ 2025

Published on

ເນື່ອງຈາກວ່າ ມວນອາກາດຫນາວເຢັນທີ່ປະເທດຈີນໄດ້ເພີ່ມກໍາລັງແຮງ ຈະແຜ່ລົງມາປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ອີກເທື່ອໃຫມ່, ພ້ອມດຽວກັນລົມມໍລະສຸມຕາເວັນອອກສ່ຽງເຫນືອທີ່ມີກໍາລັງແຮງພັດປົກຄຸມເປັນ ສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ອຸນຫະພູມອາກາດຈະເຢັນລົງ 2 ຫາ 4 ອົງສາ ຢູ່ໃນແຕ່ລະພາກ ແລະ ຈະເຮັດໃຫ້ມີຝົນຕົກ ໃນລະດັບຄ່ອຍ ແລະ ສະພາບອາກາດຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າຢູ່ໃນແຕ່ລະພາກ ແລະ ຈະຫນາວເຢັນຫຼາຍຢູ່ແຂວງພາກເຫນືອ, ພາກກາງ ແລະ ເຂດພູພຽງບໍລະເວນ ພ້ອມມີຫມອກຫນາປົກຫຸ້ມຢູ່ເຂດ ພູດອຍ, ພູສູງ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ໃນໄລຍະວັນທີ 27 ຫາ 31 ມັງກອນ 2025 ນີ້.

ພາກເຫນືອ ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ ຢູ່ ແຂວງ ຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນໍ້າທາ, ຫຼວງພະບາງ, ໄຊຍະບູລີ ແລະ ຈະມີຝົນຕົກໃນລະດັບ ຄ່ອຍຢູ່ບາງທ້ອງຖີ່ນ. ອຸນຫະພູມຕໍ່າສຸດ 04 ຫາ 13 ອົງສາ;

ພາກກາງ ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີລົມພັດແຮງ ໂດຍສະເພາະຢູ່ ແຂວງ ໄຊສົມບູນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕ່ໍາສຸດ 11 ຫາ 16 ອົງສາ;

ນະຄອນຫຼວງວຽງຈັນ ອາກາດເຢັນ ຫາ ຫນາວເຢັນ ພ້ອມຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມຕ່ໍາສຸດ 12 ຫາ 17 ອົງສາ;

ພາກໃຕ້ ອາກາດເຢັນ ຫາ ຫນາວເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງ ຢູ່ບາງທ້ອງຖີ່ນ ແຂວງ ຈໍາປາສັກ, ເຊກອງ ແລະ ອັດຕະປື. ອຸນຫະພູມຕໍ່າສຸດ 12 ຫາ 17 ອົງສາ;

ເຂດພູພຽງບໍລະເວນ ອາກາດຈະຫນາວເຢັນ ຫາ ຫນາວເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ບາງບໍລິເວນ. ອຸນຫະພູມຕໍ່າສຸດ 04 ຫາ 12 ອົງສາ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ ຈົ່ງມີສະຕິກຽມພ້ອມຮັບມືກັບສະພາບການປ່ຽນແປງຂອງອຸນຫະພູມອາກາດຫນາວເຢັນ ດັ່ງກ່າວ ໂດຍສະເພາະຢູ່ ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເຫນືອ, ແຂວງ ໄຊສົມບູນ, ພາກກາງ ແລະ ເຂດພູພຽງບໍລະ ເວນ ຈະຫນາວເຢັນຫຼາຍ. ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ຮ່າງກາຍອົບອຸ່ນຢູ່ ສະເຫນີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກ ກົມອຸຕຸນິຍົມ ແລະ ອຸທົກກະສາດ ຢ່າງເປັນປະຈໍາ.

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...