Homeຂ່າວຢາເສບຕິດປກສ ຊຽງຂວາງ ທໍາລາຍສວນຢາຝິ່ນເນື້ອທີ່ 14.100 ກວ່າຕາແມັດ

ປກສ ຊຽງຂວາງ ທໍາລາຍສວນຢາຝິ່ນເນື້ອທີ່ 14.100 ກວ່າຕາແມັດ

Published on

ໃນວັນທີ 16 ມັງກອນ 2025 ພະແນກກວດກາຄວບຄຸມຢາເສບຕິດ ກອງບັນຊາການປ້ອບງກັນຄວາມສະຫງົບແຂວງຊຽງຂວາງ ຮ່ວມກັບກຳລັງປ້ອງກັນຊາດປ້ອງກັນຄວາມສະຫງົບ ເມືອງພູກູດ ພ້ອມພາກສ່ວນກ່ຽວຂ້ອງ ໄດ້ລົງທຳລາຍສວນຢາຝິ່ນທີ່ປະຊາຊົນລັກລອບປູກ ຢູ່ບ້ານພູແຊວ, ເມືອງພູກູດ, ແຂວງຊຽງຂວາງ ເນື້ອທີ່14.100 ກວ່າຕາແມັດ.

ເຊິ່ງການທຳລາຍຄັ້ງນີ້ໄດ້ໃຊ້ພ້າຖາງ, ໄມ້ຟາດ, ພ້ອມຫຼົກຕົ້ນອອກ ເພື່ອບໍ່ໃຫ້ສາມາດເກັບກ່ຽວໄດ້, ພາຍຫຼັງທຳລາຍແລ້ວໄດ້ນຳຕົວຜູ້ລັກລອບປູກຝິ່ນ ມາເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ຊີ້ແຈງຜົນຮ້າຍຂອງຢາຝິ່ນໃຫ້ເຂົ້າໃຈຢ່າງເລິກເຊິ່ງ.

ພາຍຫຼັງກວດພົບການລັກລອບປູກຝິ່ນດັ່ງກ່າວ, ເຈົ້າໜ້າທີ່ພະແນກກວດກາຄວບຄຸມຢາເສບຕິດ ກອງບັນຊາການປ້ອງກັນຄວາມສະຫງົບແຂວງຊຽງຂວາງ ຮ່ວມກັບກຳລັງປ້ອງກັນຊາດປ້ອງກັນຄວາມສະຫງົບ ເມືອງພູກູດແຂວງຊຽງຂວາງ ໄດ້ລົງທຳລາຍສວນປູກຝິ່ນດັ່ງກ່າວ ແລະ ໄດ້ເຮັດບົດບັນທຶກສຶກສາອົບຮົມກ່າວເຕືອນ ແລະ ຊີ້ແຈງເຖິງຜົນຮ້າຍຂອງຢາຝິ່ນໃຫ້ປະຊາຊົນທີ່ລັກລອບປູກໃຫ້ຮັບຮູ້ ແລະ ເຂົ້າໃຈເຖິງຜົນຮ້າຍຂອງຢາຝິ່ນ.

ຂ່າວ: ປກສ ແຂວງຊຽງຂວາງ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...