spot_img
Homeຂ່າວຕ່າງປະເທດຫວຽດນາມເລັ່ງກູ້ຊີວິດ ກຳມະກອນ 12 ຄົນ ຕິດອຸໂມງຖະຫລົ່ມ ກ່ອນທີ່ນ້ຳຈະຖ້ວມ!

ຫວຽດນາມເລັ່ງກູ້ຊີວິດ ກຳມະກອນ 12 ຄົນ ຕິດອຸໂມງຖະຫລົ່ມ ກ່ອນທີ່ນ້ຳຈະຖ້ວມ!

Published on

557000014981303

 

ເຈົ້າໜ້າທີ່ກູ້ໄພຫວຽດນາມ ເລັ່ງປ້ຳອາກາດເຂົ້າໄປໃນອຸໂມງທີ່ຖະຫລົ່ມ ເພື່ອຮັກສາຊີວິດກຳມະກອນ 12 ຄົນທີ່ຕິດຢູ່ໃຕ້

ດິນຫລັງຝົນຕົກໜັກຈົນນ້ຳຖ້ວມໃນພື້ນທີ່.

 

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ທັນວາຜ່ານມານີ້ວ່າ ກຳມະກອນທັງ 12 ຄົນ ຍັງຄົງປອດໄພດີ ຫລັງເຫດອຸ

ໂມງທີ່ເປັນສ່ວນໜຶ່ງຂອງເຂື່ອນໄຟຟ້າພະລັງນ້ຳ ໃນແຂວງເລິມດົງ ທາງພາກກາງຂອງປະເທດຫວຽດນາມ ເກີດເຫດຖະ

ຫລົ່ມລົງ ນັບຕັ້ງແຕ່ຕອນເຊົ້າຂອງມື້ວັນອັງຄານທີ 16 ທັນວາຜ່ານມາ ເນື່ອງຈາກຝົນຕົກໜັກໃນພື້ນທີ່, ແຕ່ສະຖານະ

ການຍັງຢູ່ໃນສະພາວະຮີບດ່ວນ ເນື່ອງຈາກລະດັບນ້ຳທີ່ເພີ່ມສູງຂຶ້ນ ຕາມການລະບຸຂອງລັດຖະມົນຕີກະຊວງກໍ່ສ້າງຫວຽດ

ນາມ.

 

ເຈົ້າໜ້າທີ່ກູ້ໄພພະຍາຍາມທີ່ຈະຫາທາງສູບນ້ຳອອກ ແລະ ຂຸດອຸໂມງເພື່ອນຳເອົາຜູ້ທີ່ຕິດຢູ່ພາຍໃນອຸໂມງອອກມາ, ຂະນະ

ດຽວກັນເຈົ້າໜ້າທີ່ກໍໄດ້ສົ່ງອາຫານ ແລະ ປ້ຳອົກຊີເຢັນເຂົ້າໄປໃຫ້ກັບຜູ້ທີ່ຕິດຢູ່ພາຍໃນອຸໂມງ ຜ່ານທາງຮູຂະໜາດນ້ອຍ

ທີ່ເຈາະໄວ້.

 

ປັດຈຸບັນກຸ່ມຜູ້ຊ່ຽວຊານຈາກ ກຸ່ມບໍລິສັດອຸດສາຫະກຳຖ່ານຫີນ ແລະ ຮ່ທາດແຫ່ງຊາດຫວຽດນາມ (Vinacomin) ໄດ້ປະ

ສານງານກັບທະຫານຊ່າງແສງ ໄດ້ສົນທິກຳລັງກັນເຂົ້າຂຸດເຈາະຂຸມອີກແຫ່ງໜຶ່ງ ເພື່ອທີ່ຈະເຂົ້າໄປພາຍໃນອຸໂມງ ເຊິ່ງຈະ

ພະຍາຍາມສອດທໍ່ຂະໜາດໃຫຍ່ເຂົ້າໄປ ແລະ ນຳຕົວຜູ້ທີ່ຕິດຢູ່ດ້ານໃນອອກມາທາງທໍ່.

 

557000014981301

557000014981304

557000014981305

 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...