Homeຂ່າວພາຍ​ໃນທ່ານປະທານປະເທດລົງຢ້ຽມຢາມ ຖານການຜະລິດຝຸ່ນໂປຕາສ ຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຢູ່ແຂວງຄໍາມ່ວນ.

ທ່ານປະທານປະເທດລົງຢ້ຽມຢາມ ຖານການຜະລິດຝຸ່ນໂປຕາສ ຂອງ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຢູ່ແຂວງຄໍາມ່ວນ.

Published on

ວັນທີ 16 ມັງກອນ 2025 ໃນໂອກາດທີ່ທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່, ປະທານປະເທດ ພ້ອມດ້ວຍຄະນະ ໄປຢ້ຽມຢາມ ບໍລິສັດ ຊີໂນ-ອາກຣີ ໂປຕາສ ຈໍາກັດ ຢູ່ແຂວງຄຳມ່ວນ ໄດ້ຮັບຟັງການລາຍງານ ຈາກຄະນະອໍານວຍການ ກ່ຽວກັບສະພາບການພັດທະນາໂຄງການຂຸດຄົ້ນ ແລະ ຈໍາໜ່າຍຜະລິດຕະພັນຂອງບໍລິສັດ, ຕະຫລອດເຖິງການປະກອບສ່ວນທາງສັງຄົມ ແລະ ມອບພັນທະເຂົ້າງົບປະມານໃຫ້ລັດຖະບານ ກໍ່ຄືແຂວງຄໍາມ່ວນ, ການສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ, ການຊ່ວຍເຫລືອພັດທະນາ ແລະ ປັບປຸງແກ້ໄຂຄວາມທຸກຍາກຂອງປະຊາຊົນ.

ເຊິ່ງບໍລິສັດຊີໂນ-ອາກຣີ ໂປຕາສ ຈໍາກັດ ເປັນບໍລິສັດລະດັບສາກົນທີ່ດໍາເນີນການຂຸດຄົ້ນ, ຜະລິດ ແລະ ຈໍາໜ່າຍ ເກືອໂປຕາສ. ເຊິ່ງມີເປົ້າໝາຍການຜະລິດໃຫ້ບັນລຸເຖິງ 7-10 ລ້ານໂຕນຕໍ່ປີໃນອະນາຄົດ, ເພື່ອຕອບສະໜອງການບໍລິການຜະລິດຕະພັນທີ່ມີຄຸນນະພາບສູງໃຫ້ແກ່ອາຊີ ແລະ ທົ່ວໂລກ, ບໍລິສັດຍັງໄດ້ຈັດຕັ້ງດຳເນີນຫຼາກຫຼາຍກິດຈະກຳ ວິສາຫະກິດ ເພື່ອເສີມສ້າງທີມງານທີ່ສາມັກຄີກົມກຽວ ເພື່ອພ້ອມກັນພະຍາຍາມສູ້ຊົນໃຫ້ບັນລຸຄາດໝາຍໂຄງການປອດໄພ, ສີຂຽວ, ເປັນມິດກັບສິ່ງແວດລ້ອມ ແລະ ພັດທະນາຍືນຍົງ.

ນອກນີ້ໃນເຂດດັ່ງກ່າວຍັງຈະໄດ້ສ້າງເປັນນິຄົມອຸດສາຫະກຳໝູນວຽນອັດສະລິຍະ ອາຊີໂປຕາສ ສາກົນ ໂດຍຈະແບ່ງອອກເປັນ 3 ພາກສ່ວນໃຫຍ່ຄື: ສວນອຸດສາຫະກຳໂປຕາສ, ສວນອຸດສາຫະກຳອະໂປຕາສ ແລະ ເມືອງອັດສະລິຍະ, ມີເນື້ອທີ່ລວມປະມານ 2.000 ເຮັກຕາ, ຄາດຄະເນການລົງທຶນທັງໝົດ 4,31 ຕື້ໂດລາສະຫະລັດ. ມາຮອດປະຈຸບັນໄດ້ບັນລຸມູນຄ່າຜົນຜະລິດດ້ານອຸດສາຫະກຳປະມານ 1.34 ຕື້ໂດລາ ແລະ ສ້າງວຽກເຮັດງານທໍາເກືອບ 20,000 ຄົນ. ໃນນັ້ນ ມີພະນັກງານລາວ 5,000 ຄົນເຮັດວຽກຢູ່ຖານການຜະລິດ; 6,000 ຄົນ ທີ່ໃຫ້ການບໍລິການດ້ານການກໍ່ສ້າງ ແລະການຜະລິດ; ນອກຈາກນັ້ນ ບັນດາຮ້ານຄ້າທີ່ໃຫ້ບໍລິການມີຫຼາຍເຖິງ 300 ຮ້ານ ແລະ ພະນັກງານທີ່ໃຫ້ການບໍລິການໃນມີ 3,600 ຄົນ, ມູນຄ່າການຊື້ຂາຍປະຈຳເດືອນບັນລຸ 26.2 ຕື້ກີບ.

ແຫຼ່ງຂ່າວ: MediaLAOS

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...