Homeຂ່າວທ້ອງຖິ່ນຜົນສໍາເລັດໃນການພັດທະນາຂົງເຂດການພັດທະນາຊົນນະບົດຢູ່ແຂວງອຸດົມໄຊ

ຜົນສໍາເລັດໃນການພັດທະນາຂົງເຂດການພັດທະນາຊົນນະບົດຢູ່ແຂວງອຸດົມໄຊ

Published on

ໃນໂອກາດຂຶ້ນລາຍງານຕໍ່ກອງປະຊຸມ ສະໄໝສາມັນເທື່ອທີ 8 ຂອງສະພາປະຊາຊົນ ແຂວງອຸດົມໄຊ ຊຸດທີ II ໃນຕອນເຊົ້າວັນທີ 14 ມັງກອນ 2025 ທີ່ສະໂມສອນແຂວງ, ທ່ານ ບຸນຄົງ ຫຼ້າຈຽມພອນ, ເຈົ້າແຂວງອຸດົມໄຊ ໄດ້ຍົກໃຫ້ເຫັນເຖີງຜົນສໍາເລັດໃນການພັດທະນາຂົງເຂດການພັດທະນາຊົນນະບົດຢູ່ແຂວງອຸດົມໄຊ ວ່າ: ປີ 2024 ຜ່ານມາ ແຂວງໄດ້ສຸມໃສ່ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຂອງປະຊາຊົນ. ອັນພົ້ນເດັ່ນແມ່ນສາມາດປະກາດ ບ້ານຫຼັກ 32, ເມືອງໄຊ ແລະ ບ້ານສີບຸນເຮືອງ, ເມືອງຮຸນ ເປັນຕົວເມືອງນ້ອຍ ຢ່າງເປັນທາງການ (ທຽບໃສ່ມະຕິສະພາ ປະຕິບັດໄດ້ 100% ຂອງແຜນການ); ສາມາດສ້າງຄອບຄົວພົ້ນທຸກ ໄດ້ 3,405 ຄອບຄົວ, ເທົ່າກັບ 92% ຂອງແຜນການ; ບ້ານພົ້ນທຸກ ໄດ້ 33 ບ້ານ, ເທົ່າກັບ 80.5% ຂອງແຜນການ; ສ້າງເມືອງພົ້ນທຸກ ໄດ້ 1 ເມືອງ (ເມືອງໄຊ), ສ້າງຄອບຄົວພັດທະນາ ໄດ້ 3,998 ຄອບຄົວ, ເທົ່າກັບ 94% ຂອງແຜນການ ແລະ ສ້າງບ້ານພັດທະນາ ໄດ້ 30 ບ້ານ, ເທົ່າກັບ 100% ຂອງແຜນການ.

ນອກຈາກນີ້, ແມ່ນຈັດສັນພູມລຳເນົາ ແລະ ທີ່ຢູ່ອາໄສໃຫ້ປະຊາຊົນຢູ່ເຂດຊົນນະບົດຕິດພັນກັບການກໍ່ສ້າງພື້ນຖານໂຄງລ່າງທີ່ຈໍາເປັນເພື່ອຮັບໃຊ້ການຜະລິດ ແລະ ປຸກລະດົມທົ່ວສັງຄົມໃຫ້ມີສ່ວນຮ່ວມຫຼາຍຂຶ້ນ ໂດຍໄດ້ຈັດຕັ້ງປະຕິບັດຢູ່ 3 ເມືອງ ຄື: ເມືອງງາ (ຈຸດສຸມຫ້ວຍໄລ), ເມືອງແບງ (ຈຸດສຸມນາໂຮມ) ແລະ ເມືອງຮຸນ (ຈຸດສຸມບ້ານນາຊຽງດີ ແລະ ສີບຸນເຮືອງ), ມີທັງໝົດ 9 ບ້ານ, 361 ຄອບຄົວ, ໃນນີ້ ໄດ້ຍົກຍ້າຍມາຢູ່ຈຸດທີ່ຈັດສັນໃຫ້ແລ້ວ 154 ຄອບຄົວ, ຍັງບໍ່ທັນຍົກຍ້າຍ 207 ຄອບຄົວ ແລະ ໄດ້ຈັດສັນທີ່ຢູ່ອາໄສໄດ້ 208 ຄອບຄົວ, ຈັດສັນອາຊີບປູກຝັງ ແລະ ລ້ຽງສັດໄດ້ 150 ຄົນ.

ສໍາລັບປີ 2025 ນີ້, ແຂວງອຸດົມໄຊ ວາງຄາດໝາຍສ້າງຄອບຄົວພົ້ນທຸກໃໝ່ ໃຫ້ໄດ້ 3,699 ຄອບຄົວ ແລະ ບ້ານພົ້ນທຸກໃໝ່ ໃຫ້ໄດ້ 52 ບ້ານ (ເມືອງແບງ 16 ບ້ານ, ນາໝໍ້ 10 ບ້ານ, ເມືອງໄຊ 7 ບ້ານ, ເມືອງຫຼາ 6 ບ້ານ, ເມືອງຮຸນ 5 ບ້ານ, ປາກແບງ 5 ບ້ານ ແລະ ເມືອງງາ 3 ບ້ານ). ຮອດທ້າຍປີ 2025 ຄອບຄົວພົ້ນທຸກໃນທົ່ວແຂວງໃຫ້ມີ 44,479 ຄອບຄົວ, ກວມ 72.12% ຂອງຄອບຄົວທັງໝົດ ແລະ ບ້ານພົ້ນທຸກໃຫ້ມີ 336 ບ້ານ, ກວມ 72.10% ຂອງຈໍານວນບ້ານທັງໝົດ.

ແຫຼ່ງຂ່າວ: ວສລ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...