Homeຂ່າວການຮ່ວມມືກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025

ກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025

Published on

ກອງປະຊຸມຮ່ວມມືລົງທຶນ ລາວ-ຫວຽດນາມ ປະຈໍາປີ 2025 ຈັດຂຶ້ນເມື່ອບໍ່ດົນຜ່ານມານີ້ ຢູ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງ 2 ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ສປປ ລາວ ແລະ ສສ ຫວຽດນາມ ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ທ່ານ ຟ້າມ ມິງ ຈິງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ, ມີຜູ້ຕາງໜ້າຈາກພາກລັດ ແລະ ພາກທຸລະກິດ ເຂົ້າຮ່ວມ.

ກອງປະຊຸມຄັ້ງນີ້, ຈັດຂຶ້ນພາຍໃຕ້ຫົວຂໍ້ “ສົ່ງເສີມການພັດທະນາທີ່ຍືນຍົງ ແລະ ຄວາມສີວິໄລຮ່ວມກັນ” ຖືເປັນເວທີແຫ່ງການເສີມຂະຫຍາຍສາຍພົວພັນ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານທີ່ ສະຫາຍເລຂາທິການໃຫຍ່ ປະທານປະເທດ ຂອງ 2 ປະເທດ ໄດ້ລົງນາມໃນສົນທິສັນຍາ ແລະ ການຮ່ວມມື ຄົບຮອບ 47 ປີ (18/7/1977-18/7/2024) ແລະ ການສ້າງຕັ້ງສາຍພົວພັນການທູດລາວ-ຫວຽດນາມ ຄົບຮອບ 62 ປີ (5/9/1962-5/9/2024).

ທ່ານ ເພັດ ພົມພິພັກ ໄດ້ໃຫ້ຮູ້ວ່າ: ລັດຖະບານ ສປປ ລາວ ຖືເອົາວຽກງານ ການຄ້າ-ການລົງທຶນ ເປັນໜຶ່ງໃນແຜນງານບຸລິມະສິດ ຂອງລັດຖະບານ ເພື່ອຊຸກຍູ້ການເຕີບໂຕທາງດ້ານເສດຖະກິດ, ການສ້າງລາຍຮັບເຂົ້າປະເທດ ກໍຄື ການພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ. ພາຍໃນ 11 ເດືອນ ຕົ້ນປີ 2024 ມູນຄ່າການຄ້າສອງຝ່າຍ ລາວ-ຫວຽດນາມ ສາມາດບັນລຸ 1,94 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 32,8% ທຽບໃສ່ໄລຍະດຽວກັນຂອງປີ 2023. ໃນນັ້ນ ມູນຄ່າການນຳເຂົ້າ ສິນຄ້າຈາກຫວຽດນາມ ບັນລຸ 641,8 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 32% ແລະ ມູນຄ່າສົ່ງອອກໄປຫວຽດ ນາມ ບັນລຸ 1,3 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 26,2%. ໃນດ້ານການລົງທຶນ, ນັບແຕ່ ສປປ ລາວ ເປີດຮັບການລົງທຶນຈາກຕ່າງປະເທດ ຈົນເຖິງປັດຈຸບັນ ກໍໄດ້ມີການລົງທຶນຈາກ ບັນດາປະເທດທີ່ມີຄວາມສົນໃຈມາລົງທຶນ ຢູ່ ສປປ ລາວ. ໃນນັ້ນ, ການລົງທຶນຈາກ ສສ ຫວຽດນາມ ມີທັງໝົດ 417 ໂຄງການ, ມີມູນຄ່າອະນຸມັດ ຫລາຍກວ່າ 4,9 ຕື້ໂດລາສະຫະລັດ, ການລົງທຶນ ຂອງຫວຽດນາມ 100% ມີມູນຄ່າ 4,6 ຕື້ໂດລາສະຫະລັດ ເຊິ່ງສ່ວນໃຫຍ່ຈະເປັນການລົງທຶນໃນຂະແໜງບໍ່ແຮ່ ມີມູນຄ່າການລົງທຶນ 1.040 ລ້ານໂດລາສະຫະລັດ, ຂະແໜງພະລັງງານໄຟຟ້າ ມີມູນຄ່າການລົງທຶນ 980 ລ້ານໂດລາສະຫະລັດ, ຂະແໜງກະສິກໍາ ມີມູນຄ່າການລົງທຶນ 680 ລ້ານໂດລາສະຫະລັດ ແລະ ຂະແໜງບໍລິການອື່ນໆ ມີມູນຄ່າການລົງທຶນ 2 ຕື້ໂດລາສະຫະລັດ. ການລົງທຶນ ຈາກ ສສ ຫວຽດນາມ ໃນປັດຈຸບັນ ແມ່ນຈັດຢູ່ໃນອັນດັບ 3 ຈາກ 53 ປະເທດ ທີ່ເຂົ້າມາລົງທຶນໃນ ສປປ ລາວ.

ສຳລັບປະເທດທີ່ມີການລົງທຶນຫຼາຍທີ່ສຸດໃນ ສປປ ລາວອັນດັບ 1 ແມ່ນ ສປ ຈີນ ສ່ວນອັນດັບ 2 ແມ່ນປະເທດໄທ.

ແຫຼ່ງຂ່າວ: ຂ່າວເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...