Homeຂ່າວສະພາບອາກາດສະພາບອາກາດເວລາ 12 ໂມງ ຂອງວັນທີ 8 ມັງກອນ 2025

ສະພາບອາກາດເວລາ 12 ໂມງ ຂອງວັນທີ 8 ມັງກອນ 2025

Published on

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນໄພ ສະພາບອາກາດຫນາວເຢັນ ປະຈໍາວັນທີ 08 ມັງກອນ 2025, ເວລາ 12 ໂມງ

ມວນອາກາດຫນາວເຢັນ ຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງປານກາງ ຫາ ແຮງ, ສົມທົບກັບກະແສລົມຕາເວັນອອກ ສ່ຽງເຫນືອພັດປົກຄຸມ. ຊຶ່ງຈະເຮັດໃຫ້ ອາກາດຍັງຈະເຢັນ ຫາ ຫນາວເຢັນຢູ່ທົ່ວໄປໃນແຕ່ລະພາກ, ສໍາລັບເຂດພູສູງ, ພູດອຍ, ຮ່ອມພູ ຢູ່ບັນດາ ແຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ອາກາດຈະຫນາວເຢັນຫຼາຍ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ, ອົງການປົກຄອງທ້ອງຖິ່ນ ແລະ ອົງການຈັດຕັ້ງທຸກພາກສ່ວນ, ຈົ່ງມີສະຕິກຽມພ້ອມຮັບ ມືກັບສະພາບອາກາດຫນາວເຢັນຫຼາຍ ໂດຍສະເພາະ ຢູ່ເຂດພູສູງ, ພູດອຍ ແລະ ຮ່ອມພູ ເຊັ່ນ: ບັນດາແຂວງພາກເຫນືອ, ແຂວງໄຊສົມບູນ, ພາກກາງ ແລະ ເຂດພູພຽງບໍລະເວນໃນໄລຍະວັນທີ 09 ຫາ 15 ມັງກອນ 2025 ນີ້. ຊຶ່ງອາດຈະມີຜົນກະທົບຕໍ່ສຸຂະພາບ ຂໍໃຫ້ຮັກສາສຸຂະພາບນຸ່ງຫົ່ມໃຫ້ ຮ່າງກາຍອົບອຸ່ນຢູ່ສະເຫນີ, ພ້ອມທັງໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງເປັນປະຈໍາ.

ພາກເຫນືອດ້ານຕາເວັນອອກ: ອາກາດຫນາວເຢັນ ຫາ ຫນາວເຢັນຫຼາຍ, ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກໃນລະດັບຄ່ອຍຢູ່ບາງທ້ອງຖິ່ນ ຫຼື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 10% ຂອງພາກ. ອຸນຫະພູມໃນລະຫວ່າງ 07 – 21 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ອາກາດຫນາວເຢັນ, ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 10 – 29 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດເຢັນ ຫາ ຫນາວເຢັນໃນຕອນເຊົ້າ, ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວ ໄປ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 15 – 29 ອົງສາ.

ພາກກາງ: ອາກາດເຢັນ ຫາ ຫນາວເຢັນ, ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 12 – 30 ອົງສາ.

ແຂວງໄຊສົມບູນ: ອາກາດຫນາວເຢັນຫຼາຍ, ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີລົມພັດແຮງຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 07 – 26 ອົງສາ.

ພາກໃຕ້: ອາກາດເຢັນ ຫາ ຫນາວເຢັນໃນຕອນເຊົ້າ, ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ ແລະ ຈະມີ ບໍ່ມີຝົນຕົກ ລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 14 – 33 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດຫນາວເຢັນຫຼາຍ, ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນ ເຊົ້າ ແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 05 – 26 ອົງສາ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...