Homeຂ່າວຄວາມສະຫງົບເກີດເຫດໄຟໄໝ້ໂຮງງານຢາງຕີນລົດເກົ່າ ເສຍຫາຍ 13 ຕື້ກວ່າກີບ

ເກີດເຫດໄຟໄໝ້ໂຮງງານຢາງຕີນລົດເກົ່າ ເສຍຫາຍ 13 ຕື້ກວ່າກີບ

Published on

ພະແນກຕຳຫຼວດມອດໄຟ ປກສ ແຂວງຫຼວງນ້ຳທາ ລາຍງານເຫດການໄຟໄໝ້ ໂຮງງານຢາງຕີນລົດໃຫຍ່ເກົ່າ ຂອງບໍລິສັດແຫ່ງໜຶ່ງ ທີ່ຕັ້ງຢູ່ ບ້ານດອນມູນ, ເມືອງຫຼວງນ້ຳທາ, ແຂວງຫຼວງນ້ຳທາ ໃນວັນທີຄືນ ວັນທີ 2 ມັງກອນ 2025 ຜ່ານມາ, ເຮັດໃຫ້ໄດ້ຮັບຄວາມເສຍຫາຍລວມມູນຄ່າ 13 ຕື້ກວ່າກີບ.

ພາຍຫຼັງເກີດໄຟໄໝ້ ພະແນກຕໍາຫຼວດມອດໄຟ ປກສ ແຂວງຫຼວງນໍ້າທາ ກໍໄດ້ແຕ່ງຕັ້ງພະນັກງານວິຊະສະເພາະ ຈຳນວນ 13 ສະຫາຍ ພ້ອມລົດມອບໄຟ 4 ຄັນ ເຂົ້າດັບມອດໄຟ ເຊິ່ງໄດ້ໃຊ້ເວລາໃນການມອດ 16 ຊົ່ວໂມງ ຈຶ່ງສາມາດສະກັດກັ້ນມອດໄຟໄດ້.

ຕາມການລາຍງານຂອງຜູ້ເປັນຮຸ້ນສ່ວນ ເຊິ່ງໄດ້ນອນເຝົ້າໂຮງງານທີ່ເກີດເຫດໃນຄັ້ງນີ້ ໄດ້ໃຫ້ຮູ້ວ່າ: ໃນຄໍ່າຄືນທີ່ເກີດເຫດ ຜູ້ກ່ຽວນອນເຝົ້າ ແລະ ໄດ້ເຫັນໄຟໄໝ້ຢາງຕີນລົດໃຫຍ່ເກົ່າ ເຊິ່ງໄຟໄດ້ໄໝ້ຂະຫຍາຍເປັນວົງກວ້າງ ຈຶ່ງໄດ້ແຈ້ງຕໍ່ເຈົ້າໜ້າທີ່ ທີ່ກ່ຽວຂ້ອງມາຊ່ວຍດັບມອບໄຟ; ສຳລັບຜົນເສຍຫາຍໃນເບື້ອງຕົ້ນຄາດວ່າປະມານ 13 ຕື້ ກວ່າກີບ, ສ່ວນໂຮງງານ ແລະ ພະຫະນະ ແມ່ນທາງເຈົ້າໜ້າທີ່ ສາມາດສະກັດກັ້ນໄວ້ໄດ້ກ່ອນ, ປັດຈຸບັນ ທາງເຈົ້າໜ້າທີ່ ພວມເລັ່ງເກັບກຳຂໍ້ມູນຫຼັກຖານ ເພື່ອຊອກຫາສາເຫດທີ່ພາໃຫ້ເກີດອັກຄີໄພໃນຄັ້ງນີ້.

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...