Homeຂ່າວພາຍ​ໃນງານເທດສະການອາຫານລາວ ຄັ້ງທີ 20 ຈະຈັດຂຶ້ນໃນທ້າຍເດືອນມັງກອນນີ້

ງານເທດສະການອາຫານລາວ ຄັ້ງທີ 20 ຈະຈັດຂຶ້ນໃນທ້າຍເດືອນມັງກອນນີ້

Published on

ງານເທດສະການອາຫານລາວ ຄັ້ງທີ 20 ປີ 2025 ຈັດຂຶ້ນພາຍໃຕ້ຄໍາຂວັນ 20 ປີ ເທດສະການອາຫານລາວມີໄຊ ສືບຕໍ່ກ້າວໄປສູ່ສາກົນ ຈະໄດ້ຈັດແບບເປີດກວ້າງໂດຍອະນຸຍາດໃຫ້ມີອາຫານລາວ ແບບພື້ນບ້ານ, ອາຫານລາວປະຍຸກ ແລະ ອາຫານນາໆຊາດມາວາງຂາຍເຖິງ 180 ຮ້ານ. ໃນນັ້ນ, ອາຫານເອກະ ລັກຈາກແຂວງຕ່າງໆ ແລະ ຈາກຜູ້ສະໜັບສະໜູນງານລວມ 160 ຮ້ານ, ຂາຍ ເຄື່ອງຫັດຖະກໍາ ແລະ ກະສິກໍາ 20 ຮ້ານ ຊຶ່ງຈະໄດ້ຈັດຂຶ້ນໃນລະຫວ່າງວັນທີ 22-26 ມັງກອນ ທີ່ສວນເຈົ້າອານຸວົງແຄມຂອງນະຄອນຫຼວງວຽງຈັນ.

ຈຸດປະສົງໃນການຈັດງານເທດສະການອາຫານລາວ ຄັ້ງທີ 20 ປີ 2025 ນີ້ ເພື່ອຂໍ່ານັບຮັບຕ້ອນ ຄົບຮອບ 20 ປີຂອງການຈັດຕັັ້ງງານເທດສະການອາຫານລາວ ຂອງສະມາຄົມນັກທຸລະກິດແມ່ຍິງລາວ ແລະ ສ້າງຂະບວນການເພື່ອຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ IV ຂອງສະມາຄົມນັກທຸລະກິດແມ່ຍິງໃນປີ 2025 ນີ້, ເພື່ອສືບຕໍ່ອະນຸລັກວັດທະນະທໍາດ້ານອາຫານລາວໃຫ້ຄົງຢູ່ຄູ່ກັບກັບສັງຄົມລາວ ແລະ ສາມາດຂາຍຜ່ານລະບົບອອນລາຍໃນຍຸກດີຈີຕອນໄດ້ ເພື່ອສ້າງລາຍຮັບໃຫ້ຜູ້ປະກອບການແມ່ຍິງລາວ ກ່ຽວກັບອາຫານໃຫ້ເປັນປົກກະຕິ, ເພື່ອເສີມຂະຫຍາຍຄວາມສາມັກຄີ, ສ້າງຄວາມເຂັ້ມແຂງໃຫ້ສະມາຊິກພາຍໃນສະມາຄົມນັກທຸລະກິດຍິງດ້ວຍກັນ ແລະ ຜູ້ປະກອບການແມ່ຍິງທາງດ້ານອາຫານໃນທົ່ວປະເທດ ແລະ ໃນຕ່າງປະເທດ, ສາມາດສ້າງເປັນຍີ່ຫໍ້ອາຫານເອກະລັກແບບລາວໆ ຈໍາໜ່າຍອອກສູ່ສາກົນ ແລະ ໃຫ້ເປັນທີ່ຮູ້ຈັກ ແລະ ແຜ່ຫຼາຍທັງພາຍໃນ ແລະ ຕ່າງປະເທດ, ໂຄສະນາ ແລະ ສົ່ງເສີມທຸລະກິດອາຫານລາວໃຫ້ເປັນທີ່ຍອມຮັບວ່າ ການບໍລິໂພກອາຫານລາວແມ່ນສະອາດ ແລະ ປອດໄພ.

ສຳລັບງານເທດສະການອາຫານ ເປັນຕະຫຼາດນັດຂະໜາດໃຫຍ່ລະດັບຊາດເພື່ອໃຫ້ຜູ້ປະກອບການແມ່ຍິງ ແລະ ຄອບຄົວໄດ້ຈໍາໜ່າຍພືດຜັກຜົນຜະລິດກະສິກໍາ, ຫັດຖະກໍາ, ແລະ ໂຄສະນາຍີ່ຫໍ້ເມດອິນລາວຂອງຫົວ ໜ່ວຍທຸລະກິດທີ່ຜູ້ບໍລິໂພກສາມາດຈັບຈ່າຍຊື້-ຂາຍດ້ວຍຄວາມໝັ້ນໃຈ ແລະ ປອດໄພ.

ພາຍໃນງານຈະມີອາຫານລາວແບບພື້ນບ້ານ, ອາຫານລາວປະຍຸກ ແລະ ອາຫານນາໆຊາດມາວາງຂາຍເຖິງ 180 ຮ້ານ, ໃນນັ້ນອາຫານເອກະລັກຈາກແຂວງຕ່າງໆ ແລະ ຈາກຜູ້ສະໜັບສະໜູນງານລວມ 160 ຮ້ານ, ຂາຍເຄື່ອງຫັດຖະກໍາ ແລະ ກະສິກໍາ 20 ຮ້ານ, ຄາດຄະເນເງິນໝູນວຽນປະມານ 10 ຕື້ກີບ. ນອກຈາກນີ້ ຍັງຂາຍອາຫານລາວເອກະລັກ 18 ແຂວງ, ອາຫານທົ່ວໄປປອດສານພິດ ແລະ ຜະລິດຕະພັນຫັດຖະກໍາລາວ, ສະແດງສິລະປະ ແລະ ຮ້ອງເພງຊົມເຊີຍເທດສະການອາຫານລາວຕົບ ແຕ່ງເຮືອນຄົວລາວເປັນບ່ອນອະນຸລັກ ແລະ ເຜີຍແຜ່ວັດທະນະທໍາ, ວິຖີຊີວິດການແຕ່ງກິນແບບລາວໆ ເພື່ອໃຫ້ແຂກທ່ຽວຊົມສຶກສາ ແລະ ຖ່າຍຮູບທີ່ລະນຶກ.

ທີ່ມາ: ໜັງສືພິມປະຊາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...