spot_img
Homeຂ່າວພາຍ​ໃນການປັບປຸງ ແລະ ສ້ອມແປງເສັ້ນທາງແຕ່ສີໄຄ-ສີເກີດ ຈະໃຫ້ສໍາເລັດໃນທ້າຍເດືອນມີນາ 2025

ການປັບປຸງ ແລະ ສ້ອມແປງເສັ້ນທາງແຕ່ສີໄຄ-ສີເກີດ ຈະໃຫ້ສໍາເລັດໃນທ້າຍເດືອນມີນາ 2025

Published on

ທ່ານ ດາລາວຽງ ຈັນທະລັງສີ, ຜູ້ຈັດການບໍລິຫານໂຄງການປັບປຸງເສັ້ນທາງສີໄຄ ຫາ ສີເກີດ ໃຫ້ສໍາພາດຕໍ່ນັກຂ່າວວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 13 ທັນວາ 2024 ວ່າ: ປັດຈຸບັນ, ການສ້າງຮ່ອງນໍ້າແຄມທາງສໍາເລັດແລ້ວ 100%, ເທເບຕົງໜ້າທາງ ສໍາເລັດ 65% ແລະ ພວມສືບຕໍ່ເທເບຕົ່ງໜ້າທາງຢ່າງຕໍ່ເນື່ອງ ໂດຍສາມາດເທໄດ້ 1,4 ກິໂລແມັດຕໍ່ອາທິດ (ເຮັດທັງເວັນ ແລະ ຄືນ).

May be an image of 1 person and text

ສ່ວນການວາງລະບົບດອນກາງ ແລະ ເສົາໄຟເຍືອງທາງໂດຍໃຊ້ໂຊລາເຊວ ສໍາເລັດແລ້ວປະມານ 40%. ສໍາລັບການເທເບຕົງໜ້າທາງຈະໃຫ້ສໍາເລັດ 100% ພາຍໃນເດືອນມັງກອນ 2025, ຈາກນັ້ນຈະໃຫ້ສໍາເລັດໜ້າວຽກຕ່າງໆ ໃນທ້າຍເດືອນກຸມພາ, ກ່ອນມີພິທີມອບ-ຮັບໂຄງການຢ່າງເປັນທາງການໃນທ້າຍເດືອນມີນາ 2025.

May be an image of 3 people

ສ່ວນຄວາມຫຍຸ້ງຍາກໃນການປັບປຸງ ແລະ ກໍ່ສ້າງເສັ້ນທາງດັ່ງກ່າວໃນປັດຈຸບັນ ແມ່ນບັນຫາການສັນຈອນຂອງລົດບັນທຸກຈໍານວນຫຼາຍສັນຈອນຜ່ານເສັ້ນທາງນີ້. ສ່ວນຈຸດທີ່ມາຄວາມຫຍຸ້ງຍາກຫຼາຍກວ່າໝູ່ ແມ່ນເຂດໜ້າຕະຫຼາດສີໄຄ ເນື່ອງຈາກມີລົດແອອັດ. ນອກຈາກນີ້ ແມ່ນເສັ້ນທາງຈາກສາມແຍກໜອງໜ້ຽວເບື້ອງຂວາມື ເຂົ້າຫາຖະໜົນສີທອງ-ຄິວລົດເມສາຍເໜືອ, ເຊິ່ງມີຄວາມຈໍາເປັນຕ້ອງປິດເສັ້ນທາງນັບແຕ່ວັນທີ 11 ທັນວາ ເປັນຕົ້ນມາ, ເພື່ອຄວາມສະດວກໃນການສ້ອມແປງເສັ້ນທາງຂອງບໍລິສັດ ຈິ່ງຂໍຮຽກຮ້ອງມາຍັງຜູ້ໃຊ້ລົດໃຊ້ຖະໜົນຫຼີກລ້ຽງ, ໃຫ້ນຳໃຊ້ເສັ້ນທາງດົງນາທອງ ແລະ ຖະໜົນພົງຊັບ ຫຼື ເສັ້ນທາງອື່ນທົດແທນກ່ອນ, ໂດຍຄາດວ່າຈຸດດັ່ງກ່າວຈະໃຊ້ເວລາປະມານ 1 ເດືອນຈິ່ງສໍາເລັດ.

May be an image of car, street and roadໃນໂອກາດນີ້, ທ່ານໄດ້ຮຽກຮ້ອງມາຍັງສັງຄົມກໍຄື ຜູ້ໃຊ້ລົດໃຊ້ຖະໜົນທີ່ຜ່ານເສັ້ນທາງເລກ 13 ເໜືອ ໄລຍະທາງແຕ່ ສີໄຄ-ສີເກີດ ໃນໄລຍະນີ້ໃຫ້ອົດທົນ, ຄ່ອຍໄປຄ່ອຍມາ, ປະຕິບັດຕາມການແນະນໍາຂອງເຈົ້າໜ້າທີ່ກ່ຽວຂ້ອງຢ່າງເຂັ້ມງວດ ແລະ ເຂົ້າໃຈຄວາມຈໍາເປັນຂອງບໍລິສັດຮັບເໝົາກໍສ້າງ ທີ່ມີຄວາມຈໍາເປັນຕ້ອງປິດເສັ້ນທາງບາງຈຸດໃນແຕ່ໄລຍະເພື່ອຄວາມສະດວກໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງດັ່ງກ່າວ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...