spot_img
Homeຂ່າວພາຍ​ໃນເຈົ້າຄອງ ນວ ລາຍງານເສດຖະກິດ-ສັງຄົມຂອງ ນວ ມີການຂະຫຍາຍຕົວໃນປີ 2024

ເຈົ້າຄອງ ນວ ລາຍງານເສດຖະກິດ-ສັງຄົມຂອງ ນວ ມີການຂະຫຍາຍຕົວໃນປີ 2024

Published on

ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ລາຍງານໃນກອງປະຊຸມສະໄໝສາມັນ ເທື່ອທີ 8 ຂອງສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ II ໃນວັນທີ 16 ທັນວາ 2024 ນີ້ວ່າ: ໃນປີ 2024 ນີ້, ການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ ຂອງ ນວ ມີການຂະຫຍາຍຕົວ ແລະ ມີຜົນສຳເລັດໃນຫລາຍດ້ານ ເປັນຕົ້ນ ໃນປີ 2024 ນີ້, ເສດຖະກິດຂອງ ນວ ຄາດວ່າຈະຂະຫາຍຕົວສະເລ່ຍໃນລະດັບ 5,85% (ມະຕິສະພາ ໃຫ້ບັນລຸ 5,5%) ເຊິ່ງປັດໄຈຕົ້ນຕໍ ທີ່ເຮັດໃຫ້ ຈີດີພີ ຂະຫຍາຍຕົວ ແມ່ນ ຂະແໜງ ອຸດສາຫະກໍາ ຂະຫຍາຍຕົວ 8,02%, ອັນພົ້ນເດັ່ນ ແມ່ນການຂະຫຍາຍຕົວ ຂອງໂຮງງານອຸດສາຫະກໍາປຸງແຕ່ງ ແລະ ຫັດຖະກໍາ ເພີ່ມຂຶ້ນ 8,5% ລວມຍອດຜະລິດອຸດສາຫະກໍາ ປະຕິບັດໄດ້ 10.085,07 ຕື້ກີບ ແລະ ຍອດມູນຄ່າຜະລິດຫັດຖະກໍາ ໄດ້ 134,36 ຕື້ກີບ.
อาจเป็นรูปภาพของ 1 คน, แท่นบรรยาย และ ข้อความນອກນັ້ນຂະແໜງ ບໍລິການ ຂະຫຍາຍຕົວເປັນອັນດັບທີສອງ 3,95%, ອັນພົ້ນເດັ່ນ ແມ່ນມາຈາກການເປັນເຈົ້າພາບກອງປະຊຸມສຸດຍອດອາຊຽນ ແລະ ການເປີດປີທ່ອງທ່ຽວລາວ ເຊິ່ງເຮັດໃຫ້ມີນັກທ່ອງທ່ຽວເຂົ້າມາ ນະຄອນຫລວງວຽງຈັນ ຫລາຍກວ່າ 1,53 ລ້ານເທື່ອຄົນ, ປະຕິບັດໄດ້ລື່ນແຜນ 53,8% (ມະຕິສະພາ ໃຫ້ໄດ້ 1 ລ້ານເທື່ອຄົນ) ແລະ ຂະແໜງກະສິກໍາ ກໍສືບຕໍ່ຂະຫຍາຍຕົວ ດີສົມຄວນ ໃນລະດັບ 4,3%. ໃນນັ້ນ, ການລົງທຶນລວມທົ່ວສັງຄົມ ສາມາດປະຕິບັດໄດ້ 31.000 ຕື້ກີບ, ປະຕິບັດໄດ້ລື່ນແຜນ 53,84% (ມະຕິສະພາ ໃຫ້ໄດ້ 20.150 ຕື້ກີບ).
อาจเป็นรูปภาพของ 1 คน และ แท่นบรรยาย
ໃນນີ້, ການລົງທຶນຂອງລັດ 407 ໂຄງການ, ລວມເປັນທຶນທັງໝົດ 168,61 ຕື້ກີບ ເທົ່າກັບ 88,31% ຂອງແຜນການປີ; ທຶນຊ່ວຍເຫລືອທາງການພັດທະນາ ປະຕິບັດໄດ້ 609,78 ຕື້ກີບ ເທົ່າກັບ 75,28% (ມະຕິສະພາ ໃຫ້ໄດ້ 810 ຕື້ກີບ) ແລະ ການລົງທຶນພາກເອກະຊົນພາຍໃນ ແລະ ຕ່າງປະເທດ ປະຕິບັດໄດ້ 30.221,83 ຕື້ກີບ, ປະຕິບັດໄດ້ລື່ນແຜນ 85,9% (ມະຕິສະພາ ໃຫ້ໄດ້ 16.260 ຕື້ກີບ).
ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ຕ້ອນຮັບຢ່າງອົບອຸ່ນ! ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ

ປະທານປະເທດ ຕ້ອນຮັບນາຍົກລັດຖະມົນຕີ ແຫ່ງ ຣາຊະອານາຈັກໄທ ໃນວັນທີ 16 ຕຸລາ 2025 ນີ້, ທີ່ທໍານຽບປະທານປະເທດ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ...

ຍທຂ ຈະສຸມໃສ່ວຽກງານເຄຫາ-ຜັງເມືອງ ນໍ້າປະປາຕາມແຜນພັດທະນາແບບຍືນຍົງ

ວຽກງານເຄຫາ ແລະ ຜັງເມືອງ, ວຽກງານນໍ້າປະປາ ກໍເປັນວຽກງານສໍາຄັນທີ່ພັກ-ລັດ ກໍຄືກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ໃຫ້ຄວາມສໍາຄັນ ແລະ ຈະສືບຕໍ່ສຸມໃສ່ແກ້ໄຂ ເພື່ອເຮັດໃຫ້ວຽກງານດັ່ງກ່າວບັນລຸຄາດໝາຍຕາມແຜນພັດທະນາແບບຍືນຍົງ. ສະຫາຍ ເຫຼັກໄຫຼ...

ຮຽນວາງຢາພິດໂດຍຖາມ ChatGPT ສາວອາເມລິກາໃຊ້ເວລາສຶກສາກວ່າ 3 ເດືອນ ເພື່ອວາງຢາຜົວ ສຸດທ້າຍຖືກເຈົ້າໜ້າທີ່ກັກໂຕ

ມີລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາທີ່ລັດໂຄໂລໄລນາ, ສະຫະລັດອາເມລິກາ ເຈົ້າໜ້າທີ່ໄດ້ເຂົ້າກັກໂຕຍິງ ອາຍຸ 43 ປີ ໃນຂໍ້ຫາພະຍາຍາມຈົບຊີວິດຜົວຂອງຕົນເອງ ໂດຍການໃຊ້ສານປົນເປື້ອນໃນອາຫານ ແລະ ເຄື່ອງດື່ມ. ຈາກການສືບສວນຂອງເຈົ້າໜ້າທີ່ໄດ້ຮູ້ວ່າ ໃນລະຫວ່າງ...

ໄລຍະ 3 ເດືອນ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ສາມາດດຶງດູດການລົງທຶນໄດ້ 1 ຕື້ກວ່າໂດລາ

ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ປະທານຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ ໄດ້ລົງຊີ້ນຳວຽກງານ ຫ້ອງການ ຄະນະກຳມະການສົ່ງເສີມ ແລະ ຄຸ້ມຄອງການລົງທຶນ. ໃນຕອນເຊົ້າຂອງ ວັນທີ 13...