spot_img
Homeຂ່າວພາຍ​ໃນກະຊວງໂຍທາ ວາງແຜນສຸມໃສ່ຟື້ນຟູສະພາບຊຸດໂຊມຫຼາຍເສັ້ນທາງໃນທົ່ວປະເທດ

ກະຊວງໂຍທາ ວາງແຜນສຸມໃສ່ຟື້ນຟູສະພາບຊຸດໂຊມຫຼາຍເສັ້ນທາງໃນທົ່ວປະເທດ

Published on

ທ່ານ ງາມປະສົງ ເມືອງມະນີ, ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງ ສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 26 ພະຈິກ 2024 ນີ້ວ່າ: ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ວາງມາດຕະການໃນການຟື້ນຟູ ສະພາບຊຸດໂຊມຂອງບັນດາເສັ້ນທາງໃນທົ່ວປະເທດ, ໂດຍສະເພາະລະບົບເສັ້ນທາງເພື່ອອໍານວຍຄວາມສະ ດວກໃຫ້ແກ່ການຂົນສົ່ງ, ການຜະລິດ ແລະ ການທ່ອງທ່ຽວເປັນຕົ້ນ: ທາງຫຼວງແຫ່ງຊາດ ທີ່ໄດ້ຮັບການປັບປຸງ ແລະ ຟື້ນຟູ ສໍາເລັດ ມີ 3 ຕອນທາງຄື: ທາງເລກ 13 ເໜືອ ແຕ່ ສີເກີດ-ໂພນໂຮງ; ທາງເລກ 13 ໃຕ້ ແຕ່ຊາຍແດນນະຄອນຫລວງວຽງຈັນ, ກມ 71 ຫາ ທ່າແຂກ ແລະ ທາງເລກ 11 ແຕ່ ຂົວນໍ້າສັງ ຫາ ຄົກເຂົ້າດໍ.

May be an image of text

ສຳລັບທາງຫຼວງແຫ່ງຊາດທີ່ກຳລັງດໍາເນີນການປັບປຸງ ແລະ ຟື້ນຟູ ມີຈໍານວນ 5 ເສັ້ນ ຄື: ທາງເລກ 2E ແຕ່ ເມືອງໄຊ ຫາ ເມືອງຂວາ; ທາງເລກ 2W ແຕ່ ເມືອງໄຊ ຫາ ເມືອງ ປາກແບ່ງ; ທາງເລກ 13 ເໜືອ ແຕ່ ສີໄຄ-ສີເກີດ; ທາງເລກ 13 ໃຕ້ ແຕ່ ໄຟແດງ ຫລັກ 21 ຫາ ຊາຍແດນແຂວງບໍລິຄໍາໄຊ ແລະ ທາງເລກ 12 ແຕ່ທ່າແຂກ ຫາ ນາເພົ້າ ຊາຍແດນ ລາວ-ຫວຽດນາມ.ສືບຕໍ່ຈັດຕັ້ງປະຕິບັດວຽກຟື້ນຟູທາງເລກ 8 (ກມ 42+800 ຫາ ກມ 52+325) ທີ່ໄດ້ ຮັບຄວາມເສຍຫາຍຈາກໄພພິບັດ ໃນປີ 2023.

May be an image of 2 people, street and road

ນອກຈາກນີ້, ສືບຕໍ່ຂຶ້ນແຜນງົບປະມານບ້ວງກອງທຶນທາງ ເຂົ້າໃນວຽກບູລະນະຮັກສາ ແລະ ສ້ອມແປງທາງຫລວງແຫ່ງຊາດ ແລະ ທາງຫລວງທ້ອງຖິ່ນ ປະຈໍາປີ 2025; ສືບຕໍ່ວຽກປັບປຸງ ແລະ ສ້ອມແປງທາງຫລວງທ້ອງຖິ່ນ ພາຍໃຕ້ໂຄງການພັດທະນາແລວທາງເສດຖະກິດ ພາກພື້ນອາຊີຕາເວັນອອກສຽງໃຕ້ ເພື່ອການເຊື່ອມໂຍງ ແລະ ເຊື່ອມຈອດ (SEARECC) ຢູ່ 5 ແຂວງ (ຜົ້ງສາລີ, ຫຼວງນໍ້າທາ, ອຸດົມໄຊ, ຫຼວງພະບາງ ແລະ ໄຊຍະບູລີ) ນອນຢູ່ໃນ 12 ເມືອງ, ກວມເອົາ ຈໍານວນ 13 ເສັ້ນທາງ ລວມຄວາມຍາວທັງໝົດ 300 ກິໂລແມັດ; ສືບຕໍ່ວຽກບູລະນະຮັກສາ ແລະ ສ້ອມແປງທາງຫຼວງທ້ອງຖິ່ນພາຍໃຕ້ໂຄງ ການ LRSP2 ທີ່ນໍາໃຊ້ເງິນກູ້ດອກເບ້ຍຜ່ອນຜັນ ຈາກທະນາຄານໂລກ, ອົງການນໍດິກ ເພື່ອການພັດທະນາ, ທະນາຄານລົງທຶນເອີຣົບ ແລະ ງົບປະມານສົມທົບຈາກກອງທຶນທາງ ແລະ ແຂວງ.

No photo description available.

ພ້ອມນີ້ ໄດ້ຈັດຕັ້ງປະຕິບັດຢູ່ 6 ແຂວງ (ຜົ້ງສາລີ, ອຸດົມໄຊ, ໄຊຍະບູລີ, ຫົວພັນ, ຊຽງຂວາງ ແລະ ບໍລິຄໍາໄຊ) ກວມເອົາຈໍານວນ 61 ເສັ້ນທາງ ລວມຄວາມຍາວທັງໝົດ 1.968 ກມ; ສືບຕໍ່ໂຄງການພັດທະນາທາງຊົນນະບົດ ທີ່ໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ເຢຍລະມັນ(KFW) ມີ 2 ໂຄງການ ຄື: ໂຄງການພັດທະນາທາງຊົນ ນະບົດ ໄລຍະ 3 (RDP3) ແລະ ໄລຍະ 4 (RDP4) ໄດ້ຈັດຕັ້ງປະຕິບັດຢູ່ 2 ແຂວງ ຄື: ແຂວງຫົວພັນ, ກວມເອົາ 5 ເສັ້ນທາງລວງຍາວທັງໝົດ 74,8 ກມ, ກໍ່ສ້າງຂົວ 9 ແຫ່ງລວງຍາວ 270 ແມັດ ແລະ ແຂວງຜົ້ງສາລີ ກວມເອົາ 4 ເສັ້ນທາງ ລວງຍາວທັງໝົດ 150 ກມ ແລະ ກໍ່ສ້າງຂົວ 5 ແຫ່ງ ລວງຍາວ 60 ແມັດ. ສ່ວນໂຄງການປັບປຸງທາງຫຼວງທ້ອງຖິ່ນ ເພື່ອການເຊື່ອມໂຍງ-ເຊື່ອມຈອດ ໃຫ້ມີຄວາມທົນທານຕໍ່ກັບການປ່ຽນແປງຂອງສະພາບດິນຟ້າອາກາດ CRRCIP ຢູ່ 3 ແຂວງພາກໃຕ້ (ແຂວງຄໍາມ່ວນ, ສະຫວັນນະເຂດ ແລະ ສາລະວັນ) ລວມລວງຍາວປະມານ 300 ກິໂລແມັດ.

อาจเป็นรูปภาพของ 3 คน, ถนน และ ถนน

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...