Homeຂ່າວພາຍ​ໃນຜົນການສືບສວນເບື້ອງຕົ້ນ ກ່ຽວກັບນັກທ່ອງທ່ຽວ ຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ

ຜົນການສືບສວນເບື້ອງຕົ້ນ ກ່ຽວກັບນັກທ່ອງທ່ຽວ ຕ່າງປະເທດເສຍຊີວິດຢູ່ເມືອງວັງວຽງ

Published on

ພັທ ບົວທອງ ບໍລິບານ ຫົວໜ້າກອງບັນຊາການ ປກສ ເມືອງວັງວຽງ ແຂວງວຽງຈັນ ໄດ້ໃຫ້ສໍາພາດຕໍ່ສື່ມວນຊົນປ້ອງກັນຄວາມສະຫງົບ ໃນວັນທີ 25 ພະຈິກ 2024 ວ່າ: ການສືບສວນ-ສອບສວນ ກ່ຽວກັບເຫດການນັກທ່ອງທ່ຽວຕ່າງປະເທດ ເສຍຊີວິດຢູ່ເຮືອນພັກແຫ່ງໜຶ່ງຢູ່ເມືອງວັງວຽງ, ແຂວງວຽງຈັນ ໃນວັນທີ 12 ພະຈິກ 2024, ເຊິ່ງປັດຈຸບັນ ອົງການປົກຄອງ ເມືອງວັງວຽງ ແຂວງວຽງຈັນ ໄດ້ສົມທົບກັບກະຊວງ, ກົມ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງຊຸກຍູ້, ຕິດຕາມ, ກວດກາ ແລະ ເກັບກໍາຂໍ້ມູນ ກ່ຽວກັບເຫດການ, ສາເຫດໃນເບື້ອງຕົ້ນຂອງການເສຍຊີວິດນັກທ່ອງທ່ຽວຈໍານວນດັ່ງກ່າວຄາດວ່າ: ຍ້ອນການດື່ມສິ່ງມຶນເມົາຕ່າງໆ ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ.

ອາດເປັນຮູບພາບຂອງ ຂໍ້ຄວາມ

ຜູ້ທີ 1 ເພດຊາຍ ເຊື້ອຊາດ-ສັນຊາດ ອາເມລິກາ, ອາຍຸ 57 ປີ ແລະ ອີກ 2 ຄົນ ແມ່ນເພດຍິງ ຄົນສັນຊາດ-ເຊື້ອຊາດ ເດັນມາກ, ອາຍຸ 20 ປີ ແລະ 21 ປີ ມີອາການສາຫັດ ໄດ້ສົ່ງໄປປິ່ນປົວຢູ່ໂຮງໝໍສູນກາງ ຢູ່ນະຄອນຫຼວງວຽງຈັນ ແລະ ໄດ້ເສຍຊີວິດໃນເວລາຕໍ່ມາ, ສ່ວນການສືບສວນ-ສອບສວນຫາສາເຫດທີ່ແທ້ຈິງນັ້ນແມ່ນຍັງຢູ່ໃນຂັ້ນຕອນຂອງການປະສານສົມທົບກັບກະຊວງ, ກົມ, ອົງການ ແລະ ພາກສ່ວນທີ່ກ່ຽວຂ້ອງເກັບກໍາຂໍ້ມູນ ແລະ ເກັບຕົວຢ່າງຕ່າງໆ, ເພື່ອຊອກຄົ້ນຫາຂໍ້ມູນຕ່າງໆ ທີ່ຍັງບໍ່ທັນຈະແຈ້ງກ່ຽວກັບເຫດການການເສຍຊີວິດ ຂອງນັກທ່ອງທ່ຽວຕ່າງປະເທດໃນຄັ້ງນີ້ໃຫ້ມີຄວາມຊັດເຈນໂດຍໄວ ບົນພື້ນຖານຂອງການກວດກາ, ຢັ້ງຢືນຜົນຂອງການວິໄຈທາງດ້ານວິທະຍາສາດ.

ອາດເປັນຮູບພາບຂອງ 5 ຄົນ

ອາດເປັນຮູບພາບຂອງ 3 ຄົນ ແລະ ຂໍ້ຄວາມ

ສ່ວນເຮືອນພັກທີ່ເກີດເຫດດັ່ງກ່າວແມ່ນໄດ້ປິດການໃຫ້ບໍລິການ ແລະ ໄດ້ນໍາຕົວເປົ້າໝາຍຄື: ຜູ້ບໍລິຫານພາຍໃນໂຮງແຮມ ແລະ ກຳມະກອນຈໍານວນ 8 ຄົນ ມາກັກຕົວເພື່ອດໍາເນີນການສືບສວນ-ສອບສວນຕາມຂັ້ນຕອນກົດໝາຍຄື: ທ້າວ ເຢືອງວັນຮ່ວນ ອາຍຸ 34 ປີ, ອາຊີບນັກທຸລະກິດ; ທ້າວ ຫງຽງແມນຮຸ່ງ ອາຍຸ 38 ປີ ອາຊີບກຳມະກອນ; ທ້າວ ບູຍວັນດັດ ອາຍຸ 35 ປີ ອາຊີບ ກຳມະກອນ; ທ້າວ ຟາມດຶງຈິງ ອາຍຸ 42 ປີ ອາຊີບ ກຳມະກອນ;ທ້າວ ຈິກກັວກຕ່ວນ ອາຍຸ 23 ປີ ອາຊີບ ກໍາມະກອນ; ທ້າວ ເຢືອງດຶກຕ່ວນ ອາຍຸ 47 ປີ ອາຊີບ ກໍາມະກອນ; ທ້າວ ຫງຽງຊຸຍແອ້ງ ອາຍຸ 28 ປີ ອາຊີບກໍາມະກອນ ແລະ ທ້າວ ກວາງຊຸງ ອາຍຸ 44 ປີ ອາຊີບກໍາມະກອນ ທັງໝົດແມ່ນ ພັກເຊົາຢູ່ບ້ານວຽງແກ້ວ ເມືອງວັງວຽງ ແຂວງວຽງຈັນ.

ຂ່າວ: ວາລະສານປ້ອງກັນຄວາມສະຫງົບ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...