spot_img
Homeຂ່າວພາຍ​ໃນລຳສາລະວັນ ຖືກຮອງຮັບເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

ລຳສາລະວັນ ຖືກຮອງຮັບເປັນມໍລະດົກແຫ່ງຊາດລະດັບທ້ອງຖິ່ນ

Published on

ໃນວັນທີ 21 ພະຈິກ 2024 ໄດ້ມີພິທີປະກາດ ລຳສາລະວັນ ເປັນມໍຣະດົກແຫ່ງຊາດ ລະດັບທ້ອງຖິ່ນ ທີ່ເປັນນາມມະທຳ, ໂດຍການເຂົ້າຮ່ວມຂອງ ທ່ານ ດາວວົງ ພອນແກ້ວ ເຈົ້າແຂວງສາລະວັນ; ທ່ານນາງ ດາລານີ ພົມມະວົງສາ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວ; ທ່ານ ສົມໃຈ ອຸ່ນຈິດ ຮອງເຈົ້າແຂວງສາລະວັນ ຜູ້ຊີ້ນຳວຽກງານວັດທະນະທຳ-ສັງຄົມ; ຄະນະນຳຂອງແຂວງ; ທ່ານ ເຈົ້າເມືອງ-ຮອງເຈົ້າເມືອງ 8 ຕົວເມືອງ; ທ່ານ ຫົວໜ້າ-ຮອງໜ້າພະແນກການ-ອົງການທຽບເທົ່າອ້ອມຂ້າງແຂວງ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

อาจเป็นรูปภาพของ 3 คน และ ข้อความ

ທ່ານ ມະໄລວອນ ສີປະເສີດ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະທ່ອງທ່ຽວແຂວງໄດ້ກ່າວເຖີງປະຫວັດຄວາມເປັນມາ ລໍາສາລະວັນ ແມ່ນຂັບລຳໜື່ງທີ່ເກີດມີມາແຕ່ດົນນານມາແລ້ວ ຢູ່ໃນເຂດແຄວ້ນທ້ອງຖິ່ນແຂວງສາລະວັນ ເຊີ່ງແມ່ນປະຊາຊົນແຂວງສາລະວັນ ເປັນຜູ້ປະດິດຄິດແຕ່ງຂຶ້ນມາ ແລະ ໄດ້ຮັບການສືບທອດຈາກຮຸ່ນສູ່ຮຸ່ນຈົນມາເຖີງປະຈຸບັນ. ຄໍາວ່າ: “ສາລະວັນ” ເພາະເປັນມູມເມືອງຕັ້ງຢູ່ໃນໂຄກປ່າຈິກ-ປ່າຮັງ ຫຼື ຕັ້ງແທນທີ່ບ້ານນາຮັງ ຫຼື ແປຕາມສັບບາລີທີ່ວ່າ “ສາລະວັນ” ກໍ່ແປວ່າ: ໂຄກປ່າຈິກ-ປ່າຮັງ ເຫຼົ່ານີ້ຍັງມີມາຮອດປັດຈຸບັນ ໄປຕາມຄວາມອຸດົມສົມບູນຂອງຊັບພະຍາກອນທໍາມະຊາດ ເຊິ່ງເປັນບ່ອນທີ່ມາຂອງການຕັ້ງຊື່ບ້ານ, ຊື່ເມືອງຈົນກາຍເປັນຊື່ຂອງແຂວງສາລະວັນ; ຖິ່ນກໍາເນີດຂອງກອນຜະຫຍາລໍາ“ສາລະວັນ” ຢູ່ແຄມແມ່ນໍ້າເຊໂດນຕາມບໍລິເວນເຂດທົ່ງພຽງ ແມ່ນພູມປັນຍາຊາວບ້ານຂອງທ້ອງຖິ່ນສາລະວັນ ໄດ້ມີການສືບທອດເສີມຂະຫຍາຍ ແຕ່ອະດີດຈົນເຖິງປັດຈຸບັນ ໃນລະຫວ່າງ ຄສ 1800 ແຕ່ມີບາງຄໍາເຫັນໄດ້ຢັ້ງຢືນວ່າ: “ສາລະວັນ” ເກີດທີ່ເຂດສະພາດ ເມືອງວາປີ ໃນປະຈຸບັນເຂດຄໍາທອງຫຼວງໃນເມື່ອກ່ອນ ປະຈຸບັນກໍ່ສັນນິຖານເຫັນວ່າ: ເຂດດັ່ງກ່າວຍັງມີການສືບທອດຫຼາຍກວ່າເຂດອື່ນ.

อาจเป็นรูปภาพของ 11 คน, แท่นบรรยาย และ ข้อความ

ກອນພະຫຍາ “ລໍາສາລະວັນ” ມັນແມ່ນໝາກຜົນອັນຍອດລວມ ຂອງໝໍລໍາພື້ນເມືອງຄືກັບລໍາອື່ນໆ ທີ່ມີເອກະລັກສະເພາະຂອງເນື້ອໃນທໍານອງລໍາ ແລະ ກອນລໍາໃຜມັນສະເພາະແລ້ວ ແມ່ນໃຊ້ຕໍ່ແຍກ້ຽວພາລາສີກັນລະຫວ່າງຄູ່ບ່າວສາວ ເພື່ອສ້າງສັນບັນຍາກາດໃຫ້ມີຄວາມເບີກບານມ່ວນຊື່ນ ເຊີ່ງມີກອນຜະຫຍາທີ່ແຕກຕ່າງກັນ ເຊັ່ນ: ກອນຜະຫຍາ “ສາລະວັນ” ມາຈາກປະກົດການຂອງຮູບແບບທໍາມະຊາດ ເປັນຕົ້ນ: ລະດູໃບໄມ້ຫຼົ່ນ, ລະດູໃບໄມ້ປົ່ງ, ລະດູບານໃໝ່, ປະກົດການຂອງສຽງຝົນຕົກ, ນົກຮ້ອງຫາກັນຕາມທົ່ງໄຮ່ນາ, ກອນຜະຫຍາ “ສາລະວັນ” ຈາກສຽງແມ່ກ່ອມລູກໃຫ້ນອນແລ້ວ; ເກີດມາຈາກການເຊື່ອຖື, ການຜະລິດ, ການລ້ຽງດູ, ຊ້ອງເຢົາຜີຟ້າ, ຜີເທວະດາ, ຜີໄທ້ ຂອງຄົນສະໄໝບູຮານໃນລະຫວ່າງເດືອນສາມຫາເດືອນສີ່ລາວ ຜູ້ທີ່ມີຄວາມເຊື່ອຖືກໍ່ໄດ້ເຕົ້າໂຮມກັນ, ຫາດອກໄມ້ທູບທຽນອາຫານຄາວ-ຫວານ, ເຫຼົ້າກ້ອງ, ໄຂ່ໜ່ວຍ, ສິ້ນຜືນ, ແພວາ ແລະ ມາຈາກການອອກແຮງງານຂອງປະຊາຊົນ, ການເລົ່ານິທານປາກຕໍ່ປາກ, ຈາກການອ່ານໜັງສືຜູກໃບລານ. ທໍານອງລໍາສາລະວັນ ເປັນທໍານອງທີ່ຟົດຟື້ນມ່ວນຊື່ນ, ນໍ້າສຽງຕັດຍາວເປັນເຄືອ ແລະ ກໍ່ປົງໄປຕາມຈັງຫວະຂອງທ້ອງຖິ່ນ ມີ 2 ທໍານອງຄື: ທໍານອງສາລະວັນ ແລະ ທໍານອງຄົງເຊໂດນ.

อาจเป็นรูปภาพของ 9 คน, แท่นบรรยาย, วัด และ ข้อความ

ກອນລໍາຜະຫຍາ “ສາລະວັນ” ໄດ້ຂຸດຄົ້ນມາຈາກໝໍຂັບ, ໝໍລໍາທັງ ຍິງ-ຊາຍ, ຜູ້ອາວຸໂສ ແລະ ຮຸ່ນສານຸສິດທັງຫຼາຍ ທີ່ບົ່ມຊ້ອນຄຸນຄ່າມະຫາສານທາງດ້ານຈິດໃຈໃຫ້ມີອຸດົມຄະຕິເຊັ່ນ: ໝໍລໍາສາລະວັນ ໄດ້ນໍາເອົາກອນຜະຫຍາພາສິດ, ຄະຕິເຕືອນໃຈ, ນິທານຕ່າງໆ ເພື່ອສຶກສາໃຫ້ມວນຊົນມີນໍ້າໃຈຮັກຊາດ ຮັກບ້ານເກີດເມືອງນອນ ທີ່ປະດັບເອ້ດ້ວຍທໍາມະຊາດທີ່ອຸດົມສົມບູນ ຈາກສະໄໝປູ່ຍ່າຕາຍາຍເຖິງເຊັ່ນລູກຫຼານ ທັງນີ້ກໍ່ເພື່ອໂຮມເອົາສະຕິປັນຍາຂອງຜູ້ອາວຸໂສກໍ່ຄືພອນສະຫວັນ, ຄວາມດຸໝັ່ນຂະຫຍັນພຽນ ອອກແຮງງານທາງດ້ານມັນສະໝອງ ເພື່ອໃຫ້ລູກຫຼານໄດ້ສືບທອດໄວ້ຢ່າງຍາວນານ.

ຂ່າວ: Media Laos

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...