Homeຂ່າວການພັດທະນາ10 ເດືອນ 2024 ເກັບລາຍຮັບໄດ້ 46,174 ຕື້ກີບ ເທົ່າກັບ 92% ຂອງແຜນການປີ

10 ເດືອນ 2024 ເກັບລາຍຮັບໄດ້ 46,174 ຕື້ກີບ ເທົ່າກັບ 92% ຂອງແຜນການປີ

Published on

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລາຍງານຕໍ່ກອງປະຊຸມກອງປະຊຸມສະໄໝສາມັນເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ IX ວັນທີ 18 ພະຈິກ 2024 ນີ້ວ່າ: ການຈັດຕັ້ງປະຕິບັດແຜນງົບປະມານ 10 ເດືອນ ປີ 2024 ກະຊວງການເງິນ ສາມາດຈັດຕັ້ງປະຕິບັດລາຍຮັບ ທັງໝົດໄດ້ 46,174 ຕື້ກີບ ເທົ່າກັບ 92% ຂອງແຜນການປີ ຫລື ເທົ່າກັບ 15.72% ຂອງ GDP, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ ປະມານ 13,083 ຕື້ກີບ.

ໃນນັ້ນ, ມີລາຍຮັບພາຍໃນປະຕິບັດໄດ້ 43,170 ຕື້ກີບ, ທຽບໃສ່ໄລຍະດຽວ ກັນຂອງປີຜ່ານມາເພີ່ມຂຶ້ນ ປະມານ 11,293 ຕື້ກີບ ປະກອບມີລາຍຮັບສູນກາງ 29,900 ຕື້ກີບ ແລະ ລາຍຮັບທ້ອງຖິ່ນ 13,270 ຕື້ກີບ. ໝົດໃນປີ 2024 ຄາດຄະເນ ວ່າຈະສູ້ຊົນເກັບລາຍຮັບໃຫ້ໄດ້ 55,117 ຕື້ກີບ ເທົ່າກັບ 110% ໃນນີ້ ບໍ່ລວມລາຍຮັບວິຊາການ ແລະ ກອງທຶນທີ່ສະເໜີດັດແກ້ 941 ຕື້ກີບ.

ສິ່ງທີ່ພົ້ນເດັ່ນ ໃນການຈັດຕັ້ງປະຕິບັດ ລາຍຮັບເຂົ້າງົບປະມານມີທ່າອ່ຽງເພີ່ມຂຶ້ນ ເມື່ອທຽບໃສ່ໄລຍະດຽວກັນ ຍ້ອນການຂະຫຍາຍຕົວຂອງເສດຖະກິດພາຍໃນ, ການເປີດປີທ່ອງທ່ຽວລາວ ຕິດພັນກັບການເປັນປະທານອາຊຽນທີ່ ສປປ ລາວ ເປັນເຈົ້າພາບສາມາດຄຸ້ມຄອງເກັບລາຍຮັບ ທີ່ເປັນສະກຸນເງິນຕາຕ່າງປະເທດໄດ້ 438.9 ລ້ານໂດລາສະຫະລັດ ແລະ 1,251.3 ລ້ານບາດ ລວມເປັນເງິນກີບ 10,155 ຕື້ກີບ ເທົ່າກັບ 21%.

ສຳລັບລາຍຈ່າຍ 10 ເດືອນ 2024 ປະຕິບັດໄດ້ 41,512 ຕື້ກີບ ຂັ້ນສູນກາງປະຕິບັດໄດ້ 32,420 ຕື້ກີບແລະ ຂັ້ນທ້ອງຖິ່ນປະຕິບັດໄດ້ 9,092 ຕື້ກີບ; ຄາດຄະເນລາຍຈ່າຍໝົດປີ ຈະສູ້ຊົນປະຕິບັດບໍ່ເກີນກອບເພດານທີ່ສະພາແຫ່ງຊາດຮັບຮອງບົນຈິດໃຈປະຢັດ ແລະ ຕ້ານການຟຸມເຟືອຍ, ຍັງບໍ່ທັນລວມການຂໍດັດແກ້ລາຍຈ່າຍວິຊາການ ແລະ ກອງທຶນ 941 ຕື້ກີບ.
ສຳລັບທິດທາງລວມ ຄົ້ນຄວ້າຄາດໝາຍແຜນງົບປະມານ ປີ 2025 ສູ້ຊົນເກັບລາຍຮັບທັງໝົດ ໃນປີ 2025 ຈຳນວນ 68,100 ຕື້ກີບ. ສະເພາະລາຍຮັບພາຍໃນ ຈໍານວນ 62,700 ຕື້ກີບເພີ່ມຂຶ້ນ 17,630 ຕື້ກີບ, ສ່ວນຄາດໝາຍເພດານ ລວມຍອດລາຍຈ່າຍງົບປະມານແຫ່ງລັດ ທັງໝົດ 71,850 ຕື້ກີບ ໃນນີ້ລາຍຈ່າຍງົບປະມານປົກກະຕິພາຍໃນ 53,550 ຕື້ກີບ.

ແຫຼ່ງຂ່າວ: ຄວາມສະຫງົບ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...