Homeຂ່າວພາຍ​ໃນສະພາບອາກາດວັນທີ 11 ພະຈິກ 2024 ເວລາ 12:00 ໂມງ

ສະພາບອາກາດວັນທີ 11 ພະຈິກ 2024 ເວລາ 12:00 ໂມງ

Published on

ຄວາມກົດດັນສູງຂອງອາກາດເຢັນຍັງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວດ້ວຍກໍາລັງອ່ອນ,ສົມທົບກັບກະແສລົມຕາເວັນອອກ ສ່ຽງເຫນືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຍັງຈະເຢັນ ຫາ ຫນາວເຢັນຢູ່ແຂວງພາກເຫນືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ.

ສໍາຫຼັບພາຍຸ ຢິນຊິ່ງ(Yinxing) ປະຈຸບັນຢູ່ບໍລິເວນທະເລຈີນໃຕ້ຕອນກາງ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກສຽງໃຕ້ຄາດວ່າຈະເຄື່ອນທີ່ຂື້ນມາໃກ້ແຄມຝັ່ງພາກກາງ ຂອງປະເທດຫວຽດນາມ ໃນໄລຍະວັນທີ 11-12 ພະຈິກນີ້ ເຊີ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ແຂວງພາກໃຕ້ຂອງປະເທດລາວ.

ພາກເຫນືອດ້ານຕາເວັນອອກ: ອາກາດຫນາວເຢັນ ພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນ ເຊົ້າ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຂອງພາກ. ອຸນຫະພູມໃນລະຫວ່າງ 11 – 27 ອົງສາ.

ພາກເຫນືອດ້ານຕາເວັນຕົກ: ອາກາດເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປ ອຸນຫະພູມໃນ ລະຫວ່າງ 16 – 33 ອົງສາ.

ນະຄອນຫຼວງວຽງຈັນ: ອາກາດເຢັນໃນຕອນເຊົ້າ ສ່ວນຕອນບ່າຍອາກາດຮ້ອນ ພ້ອມຈະມີ ບໍ່ມີຝົນ ລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ ອຸນຫະພູມໃນລະຫວ່າງ 21 34 ອົງສາ. ພາກກາງ: ອາກາດເຢັນ ແລະມີຫມອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ,ສ່ວນຕອນບ່າຍ ອາກາດຮ້ອນ ພ້ອມຈະມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 18 – 34 ອົງສາ.

ແຂວງໄຊສົມບູນ:ອາກາດຫນາວເຢັນພ້ອມມີຫມອກຫນາປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ບໍ່ມີຝົນ ອຸນຫະພູມໃນລະຫວ່າງ 10 – 33 ອົງສາ.

ພາກໃຕ້: ອາກາດເຢັນໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ພ້ອມມີລົມພັດແຮງຢູ່ບາງ ບໍ່ມີຝົນ ທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 20 – 34 ອົງສາ.

ສໍາລັບເຂດພູພຽງບໍລະເວນ: ອາກາດຫນາວເຢັນ ພ້ອມມີຫມອກຫນາປົກຫຸ້ມໃນຕອນເຊົ້າແລະ ຈະມີລົມພັດແຮງເປັນບາງໂອກາດ. ອຸນຫະພູມໃນລະຫວ່າງ 12 – 28 ອົງສາ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...