Homeຂ່າວກິລາສຸດຍອດ! ຈິນຕະນາຄຳ ບຸນເຮືອງ ນັກເພາະກາຍທີມຊາດລາວຄວ້າອີກ 1 ຫຼຽນຄຳ ໃນການແຂ່ງຂັນເພາະກາຍຊິງແຊ້ມໂລກ

ສຸດຍອດ! ຈິນຕະນາຄຳ ບຸນເຮືອງ ນັກເພາະກາຍທີມຊາດລາວຄວ້າອີກ 1 ຫຼຽນຄຳ ໃນການແຂ່ງຂັນເພາະກາຍຊິງແຊ້ມໂລກ

Published on

ຈິນຕະນາຄຳ ບຸນເຮືອງ ນັກກິລາເພາະກາຍທີມຊາດລາວ ສ້າງຜົນງານໂດດເດັ່ນຄວ້າຫຼຽນຄຳ ກາຍເປັນແຊ້ມໂລກຄົນທີ 2 ຕໍ່ຈາກ ທ້າວ ຄໍາຫລ້າ ສາມະວົງ ທີ່ສາມາດຄວ້າຫຼຽນຄຳໄດ້ ວັນທີ 8 ພະຈິກ ຜ່ານມາ ໃນການແຂ່ງຂັນເພາະກາຍຊິງແຊ້ມໂລກ ຄັ້ງທີ 15 ລະຫວ່າງວັນທີ 5-11 ພະຈິກ 2024 ທີ່ເປະເທດເມົາດີຟ

ໂດຍວັນທີ 9 ພະຈິກ 2024, ເປັນມື້ທໍາການແຂ່ງມື້ທີ 2 ລວມທັງຫມົດ 23 ລຸ້ນແຂ່ງຂັນ ຊິງໄຊ 23 ຫຼຽນຄໍາ ເຊິ່ງວ່າສະຫະພັນກິລາເພາະກາຍແຫ່ງຊາດລາວ ສົ່ງນັກກິລາເພາະກາຍທີມຊາດລາວ ລົງແຂ່ງຂັນລວມທັງຫມົດ 9 ລຸ້ນແຂ່ງຂັນ.
ຜ່ານການແຂ່ງຂັນນັກກິລາເພາະກາຍທີມຊາດລາວສາມາດຍາດມາໄດ້ 1 ຫຼຽນຄໍາ, 2 ຫຼຽນເງິນ, 1 ຫຼຽນທອງ ແລະ ອັນດັບ 4 ຂອງໂລກ ມາຈາກ: 1 ຫຼຽນຄໍາ ຈາກ: ນາງ ຈິນຕະນາ ຄໍາບຸນເຮືອງ (ລຸ້ນແຂ່ງຂັນ Swimming Suit) ຄວາມສູງບໍ່ເກີນ 165cm, 2 ຫຼຽນເງິນ ຈາກ: ນາງ ຈິນຕະນາ ຄໍາບຸນເຮືອງ (ລຸ້ນແຂ່ງຂັນ ຍິງຫຸ່ນງາມຄວາມສູງບໍ່ເກີນ 165cm ແລະ ລຸ້ນອາຍຸເກີນ 35 ປີ), 1 ຫຼຽນທອງ ຈາກ: ທ້າວ ຄໍາຫລ້າ ສາມະວົງ (ລຸ້ນແຂ່ງຂັນ Athletic Physique ຄວາມສູງບໍ່ເກີນ 160cm, ອັນດັບ 4 ຂອງໂລກ ຈາກ: ທ້າວ ຄໍາຫລ້າ ສາມະວົງ ແລະ ນາ ສີຕາ ທອງສຸລິນ (ລຸ້ນແຂ່ງຂັນ ສະແດງລີລາຄູ່ ຊາຍ-ຍິງ)

ສະຫລຸບຜົນງານທັບນັກກິລາລາວຮ່ວມແຂ່ງຂັນກິລາເພາະກາຍຊິງແຊ້ມໂລກຄັ້ງທີ 15 ນີ້:
– 2 ຫຼຽນຄໍາ
– 2 ຫຼຽນເງິນ
– 1 ຫຼຽນທອງ
ຢູ່ອັນດັບ 4 ຂອງໂລກ.

ທີ່ມາ: ສະຫະພັນເພາະກາຍແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...