Homeຂ່າວພາຍ​ໃນທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ. ຣັດເຊຍ

ທູດລາວ ຍື່ນສານຕາຕັ້ງຕໍ່ປະທານາທິບໍດີ ສ. ຣັດເຊຍ

Published on

ໃນວັນທີ 05 ພະຈິກ 2024, ຢູ່ທີ່ ວັງແກຼມແລງ, ນະຄອນຫລວງ ມົດສະກູ, ສະຫະພັນ ຣັດເຊຍ, ທ່ານ ສີພັນດອນ ອ້ອຍບົວບຸດ ໄດ້ເຂົ້າຍື່ນສານຕາຕັ້ງ ຕໍ່ພະນະທ່ານ ວາລາດີເມຍ ວາລາດີເມຍໂຣວິຈ ປູຕິນ, ປະທານາທິບໍດີ ແຫ່ງ ສະຫະພັນ ຣັດເຊຍ ເພື່ອດໍາລົງຕໍ່າແໜ່ງເປັນເອກອັກຄະຖະທູດ ວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈຳ ປະເທດ ສະຫະພັນ ຣັດເຊຍ.

ທ່ານ ເອກອັກຄະລັດຖະທູດ ສີພັນດອນ ອ້ອຍບົວບຸດດີ ໄດ້ຮ່ວມກັບບັນດາທ່ານທູດຕ່າງປະເທດ ລວມທັງໝົດ 28 ທ່ານ ທີ່ເຂົ້າຮ່ວມໃນພິທີຍື່ນສານຕາຕັ້ງ ໃນຄັ້ງນີ້. ພາຍຫລັງຍື່ນສານຕາຕັ້ງແລ້ວ ທ່ານປະທານາທິບໍດີ ປູຕິນ ໄດ້ໃຫ້ກຽດມີຄໍາເຫັນຕໍ່ບັນດາທ່ານເອກອັກຄະລັດຖະທູດ, ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາທ່ານເອກອັກຄະລັດຖະທູດ ທີ່ໄດ້ຮັບການແຕ່ງຕັ້ງເປັນເອກອັກຄະລັດຖະທູດ ມາປະຈໍາ ຢູ່ ສະຫະພັນຣັດເຊຍ ເພື່ອມາປະຕິບັດໜ້າທີ່ການທູດອັນສົມກຽດ ເຊິ່ງເປັນພາລະກິດທີ່ສໍາຄັນ ແລະ ມີຄວາມຮັບຜິດຊອບ ໃນການເສີມຂະຫຍາຍ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມື ກັບ ສ. ຣັດເຊຍ ໃນດ້ານການເມືອງ, ເສດຖະກິດ, ດ້ານມະນຸດສະທຳ ແລະ ໃນຂົງເຂດວຽກງານດ້ານອື່ນໆ.

ຣັດເຊຍ ມີຄວາມມຸ້ງໝັ້ນພົວພັນຮ່ວມມືກັບປະເທດທີ່ເປັນມິດ, ການຮ່ວມມືກັບປະເທດເຫຼົ່ານັ້ນແມ່ນຫຼາກຫຼາຍຮູບແບບ, ມີຜົນປະໂຫຍດຮ່ວມກັນ, ເປັນຄູ່ຮ່ວມມືຢ່າງແທ້ຈິງ, ແລະໄດ້ຮັບການກໍ່ສ້າງບົນພື້ນຖານ ການເຄົາລົບຜົນປະໂຫຍດ ແລະ ອະທິ ປະໄຕ ຂອງກັນແລະກັນ. ຣັດເຊຍ ຈະສືບຕໍ່ຊຸກຍູ້ການພົວພັນຮ່ວມມືສອງຝ່າຍ ໃນດ້ານ ການເມືອງ, ເສດຖະກິດ, ມະນຸດສະທຳ, ໃນຂົງເຂດວັດທະນະທຳ, ກິລາ ແລະ ການສຶກສາ ຢ່າງເປັນປົກກະ ຕິ ກັບປະເທດຄູ່ຮ່ວມ ແລະ ປະເທດເພື່ອນມິດຍຸດທະສາດເຫຼົ່າ ນັ້ນ.

ໃນພິທີ່ການຍື່ນສານຕາຕັ້ງ ຕໍ່ປະທານາທິບໍດີ ວາລາດີເມຍ ວາລາດີເມຍໂຣວິຈ ປູຕິນ ຂອງບັນດາທ່ານທູດຕ່າງປະເທດ ປະຈໍາ ສ.ຣັດເຊຍ ໃນຄັ້ງນີ້ ໄດ້ເລີ່ມແຕ່ເວລາ 13 ໂມງ ຫາ 14 ໂມງ ຂອງວັນທີ 5 ພະຈິກ 2024 ເຊິ່ງດໍາເນີນໄປດ້ວຍບັນຍາກາດອັນດີ, ມີຄວາມເຂັ້ມງວດສູງທາງດ້ານຄວາມປອດໄພ-ພິທີ ການ ແລະ ການໃຫ້ກຽດຕໍ່ບັນດາທ່ານທູດ.

ແຫຼ່ງຂ່າວ: LNR

ບົດຄວາມຫຼ້າສຸດ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...