Homeຂ່າວພະຍາກອນອາກາດສະພາບອາກາດວັນທີ 29 ຕຸລາ 2024 ໃນເວລາ 12:00 ໂມງ

ສະພາບອາກາດວັນທີ 29 ຕຸລາ 2024 ໃນເວລາ 12:00 ໂມງ

Published on

ຄວາມກົດດັນສູງຂອງອາກາດເຢັນມີກໍາລັງອ່ອນໄດ້ປົກຄຸມຢູ່ເຂດ ພາກເໜືອຂອງປະເທດລາວ, ສ່ວນເຂດພາກກາງ ລົງຫາ ພາກໃຕ້ ປົກຄຸມດ້ວຍຍ່ອມຄວາມກົດດັນຕໍ່າທີ່ທະເລຈີນໃຕ້. ສົມທົບກັບ ກະແສລົມຕາເວັນອອກ-ຕາເວັນອອກສ່ຽງເໜືອ ພັດປົກຄຸມເປັນ ສ່ວນໃຫຍ່. ເຊິ່ງຈະເຮັດໃຫ້ອາກາດເຢັນໃນຕອນເຊົ້າ ຢູ່ແຂວງພາກເໜືອ, ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ, ພ້ອມຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ແລະ ຈະມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງພາກກາງ ແລະ ພາກໃຕ້.

ພາກເຫນືອດ້ານຕາເວັນອອກ: ອາກາດເຢັນ ພ້ອມມີຫມອກບາງປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະ ມີລົມພັດແຮງຢູ່ບາງທ້ອງຖິ່ນ. ອຸນຫະພູມໃນລະຫວ່າງ 15 – 26 ອົງສາ.
ພາກເຫນືອດ້ານຕາເວັນຕົກ: ອາກາດເຢັນໃນຕອນເຊົ້າ, ສ່ວນຕອນບ່າຍອາກາດຮ້ອນ ພ້ອມມີລົມພັດ ແຮງຢູ່ບາງທ້ອງຖິ່ນ . ອຸນຫະພູມໃນລະຫວ່າງ 17 – 33 ອົງສາ.
ນະຄອນຫຼວງວຽງຈັນ: ອາກາດຮ້ອນ ແລະ ຈະມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມໃນລະຫວ່າງ 24 – 34 ອົງສາ.

ພາກກາງ: ອາກາດຮ້ອນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນຶ້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%ຂອງພາກ. ອຸນຫະພູມໃນລະຫວ່າງ 20 32 ອົງສາ.

ແຂວງໄຊສົມບູນ: ອາກາດເຢັນ ພ້ອມມີຫມອກບາງປົກຫຸ້ມໃນຕອນເຊົ້າ ແລະ ຈະມີລົມພັດແຮງເປັນ ບາງໂອກາດ. ອຸນຫະພູມໃນລະຫວ່າງ 17 – 33 ອົງສາ.
ພາກໃຕ້: ຍັງຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%ຂອງພາກ. ອຸນຫະພູມໃນລະຫວ່າງ 17 – 28 ອົງສາ.
ສໍາລັບເຂດພູພຽງບໍລະເວນ: ອາກາດເຢັນ ແລະ ຍັງຈະມີຝົນຕົກໃນລະດັບຄ່ອຍ ເປັນບາງໂອກາດ ຫຼື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30%. ອຸນຫະພູມໃນລະຫວ່າງ 14 – 22 ອົງສາ.

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...