spot_img
Homeຂ່າວຕ່າງປະເທດແພດກຳປູເຈຍ ພົບຜູ້ຕິດເຊື້ອເອດ ໃນບ້ານດຽວກັນຫລາຍກ່ວາ 80 ຄົນ!

ແພດກຳປູເຈຍ ພົບຜູ້ຕິດເຊື້ອເອດ ໃນບ້ານດຽວກັນຫລາຍກ່ວາ 80 ຄົນ!

Published on

CAMBODIA-HEALTH-AIDS

 

ເຈົ້າໜ້າທີ່ດ້ານສາທາລະນະສຸກກຳປູເຈຍ ເປີດເຜີຍວານນີ້ (16 ທັນວາ) ວ່າ ຊາວກຳປູເຈຍຫລາຍກ່ວາ 80 ຄົນ ລວມ

ທັງເດັກນ້ອຍ ແລະ ຜູ້ສູງອາຍຸ ຕິດເຊື້ອເອດພາຍໃນບ້ານດຽວກັນ ຄາດຕິດເຊື້ອຈາກເຂັມສັກຢາ.

 

ຊາວບ້ານຫລາຍຮ້ອຍຄົນ ຕ້ອງຕື່ນຕົກໃຈ ຫລັງຈາກເຈົ້າໜ້າທີ່ແພດຂອງກຳປູເຈຍ ເປີດເຜີຍຈາກບ້ານແຫ່ງໜຶ່ງໃນ

ແຂວງພະຕະບອງ ທາງພາກຕາເວັນຕົກຂອງກຳປູເຈຍວ່າ ມີປະຊາຊົນ 82 ຄົນ ຈາກບ້ານດຽວກັນ ຕິດເຊື້ອ HIV ຫລື

ເອດ ຈາກຜ່ານການກວດຫາເຊື້ອຢູ່ໃນສູນສາທາລະນະສຸກ ໂດຍໃນນັ້ນແມ່ນເປັນເດັກນ້ອຍເຖິງ 14 ຄົນ.

 

ທັງນີ້ ເຈົ້າໜ້າທີ່ສາທາລະນະສຸກກຳປູເຈຍ ໄດ້ໃຫ້ທັດສະນະວ່າ ການຕິດເຊື້ອໃນອັດຕາທີ່ສູງຢູ່ໃນບ້ານດຽວກັນດັ່ງກ່າວ

ນີ້ ອາດເປັນການແຜ່ເຊື້ອຜ່ານເຂັມສັກຢາຂອງໝໍໃນທ້ອງຖິ່ນ, ແນວໃດກໍຕາມ ນີ້ເປັນພຽງການສັນນິຖານເບື້ອງຕົ້ນ

ເທົ່ານັ້ນ.

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...