spot_img
Homeຂ່າວຕ່າງປະເທດອຸໂມງຖະຫລົ່ມຢູ່ຫວຽດນາມ ກຳມະກອນຕິດຢູ່ດ້ານໃນ 12 ຄົນ ເຈົ້າໜ້າທີ່ເລັ່ງໃຫ້ການຊ່ວຍເຫລືອ

ອຸໂມງຖະຫລົ່ມຢູ່ຫວຽດນາມ ກຳມະກອນຕິດຢູ່ດ້ານໃນ 12 ຄົນ ເຈົ້າໜ້າທີ່ເລັ່ງໃຫ້ການຊ່ວຍເຫລືອ

Published on

EyWwB5WU57MYnKOuFIsMIhryao9ilWuMh9kScZQqjqQZFbFw3chKVD

 

ເຈົ້າໜ້າທີ່ກູ້ໄພຊາວຫວຽດນາມ ເລັ່ງໃຫ້ການຊ່ວຍເຫລືອ ແລະ ປ້ຳອາກາດເຂົ້າໄປພາຍໃນຈຸດເກີດເຫດ ເພື່ອພະຍາຍາມ

ຮັກສາຊີວິດກຳມະກອນຢ່າງໜ້ອຍ 12 ຄົນ ທີ່ຕິດຢູ່ພາຍໃນອຸໂມງຖະຫລົ່ມ ບໍລິເວນຈຸດກໍ່ສ້າງເຂື່ອນໄຟຟ້າ.

 

ເຈົ້າໜ້າທີ່ກູ້ໄພໄດ້ດຳເນີນພາລະກິດຊ່ວຍເຫລືອຢ່າງຮີບດ່ວນທີ່ສຸດ ໃນການເຈາະຮູຂະໜາດນ້ອຍ ເພື່ອປ້ຳອົກຊີເຢັນເຂົ້າ

ໄປພາຍໃນອຸໂມງ ເພື່ອຮັກສາຊີວິດຂອງກຳມະກອນ ທີ່ຕິດຢູ່ໃນອຸໂມງດັ່ງກ່າວ ເຊິ່ງໄດ້ຖະຫລົ່ມລົງມາໃນຕອນເຊົ້າຂອງວັນ

ທີ 16 ທັນວາຜ່ານມານີ້ ຍ້ອນຝົນຕົກໜັກໃນພື້ນທີ່ ໂດຍອຸໂມງດັ່ງກ່າວ ເປັນສ່ວນໜຶ່ງຂອງໂຄງການພັດທະນາໂຮງງານ

ໄຟຟ້າພະລັງງານນ້ຳ ໃນແຂວງເລີມດົ່ງ ທາງພາກກາງປະເທດຫວຽດນາມ.

 

ລ່າສຸດແຫລ່ງຂ່າວໄດ້ລາຍງານວ່າ ກຳມະກອນທີ່ຕິດຢູ່ພາຍໃນອຸໂມງດັ່ງກ່າວ ຍັງປອດໄພດີ ແລະ ພວກເຂົາສາມາດຕິດຕໍ່

ສື່ສານກັບທີມກູ້ໄພໄດ້ ໂດຍຜ່ານທໍ່ທີ່ສົ່ງເຂົ້າໄປດ້ານໃນ.

 

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...