spot_img
Homeຂ່າວພາຍ​ໃນຄວາມຄືບໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ສີໄຄ-ສີເກີດ

ຄວາມຄືບໜ້າໂຄງການປັບປຸງ ແລະ ສ້ອມແປງເສັ້ນທາງ ສີໄຄ-ສີເກີດ

Published on

ການປັບປຸງ ແລະ ສ້ອມແປງເສັ້ນທາງ 13 ເໜືອ ແຕ່ເສັ້ນທາງເຂດບ້ານສີໄຄ, ເມືອງສີໂຄດຕະບອງ ຫາ ເຂດບ້ານສີເກີດ, ເມືອງນາຊາຍທອງ, ນະຄອນຫຼວງວຽງຈັນ. ມາຮອດປັດຈຸບັນມີຄວາມຄືບໜ້າແລ້ວ 66%, ຄາດວ່າຈະສ້າງໃຫ້ສຳເລັດຕາມແຜນການໃນເດືອນມີນາ 2025. ຂະນະທີ່ການປະຕິບັດບາງໜ້າວຽກຍັງພົບຄວາມຫຍຸ້ງຍາກ ເຮັດໃຫ້ດຳເນີນໂຄງການຫຼ້າຊ້າ ເປັນຕົ້ນມີລົດບັນທຸກໜັກ ແລະ ລົດປະເພດຕ່າງໆແລ່ນສວນທາງຜ່ານໄປມາຈຳນວນຫຼາຍ ເຮັດໃຫ້ກີດຂວາງດຳເນີນການກໍ່ສ້າງ ພ້ອມການຍົກຍ້າຍລະບົບສາທາລະນຸປະໂພກຕ່າງໆ ແລະ ອື່ນໆ.

ອາດເປັນຮູບພາບຂອງ 10 ຄົນ ແລະ ຂໍ້ຄວາມ

ທ່ານ ລັດສະໝີ ອາລິຍະວົງສິງ ຫົວໜ້າໂຄງການປັບປຸງສ້ອມ ແປງເສັ້ນທາງສີໄຄ-ສີເກີດ ໃຫ້ສຳພາດໃນໂອກາດທີ່ ທ່ານ ລິດຕາ ຂັດທິຍະ ຮອງລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ທ່ານ ບຸນຍະວັດ ນິລະໄຊ ຫົວຫນ້າພະແນກ ຍທຂ ນວ ພ້ອມຄະນະ ແລະ ພາກສ່ວນກ່ຽວຂ້ອງ ລົງຕິດຕາມກວດກາຄວາມຄືບໜ້າການກໍ່ສ້າງໂຄງການດັ່ງກ່າວ ໃນວັນທີ 23 ຕຸລາ 2024 ວ່າ:

ອາດເປັນຮູບພາບຂອງ 3 ຄົນ ແລະ ຂໍ້ຄວາມ

ຮູບແບບການກໍ່ສ້າງປັບປຸງ ແລະ ສ້ອມແປງເສັ້ນທາງເລກ 13 ເໜືອ ໄລຍະທາງແຕ່ສີໄຄ-ສີເກີດ ແມ່ນໄດ້ຈັດຕັ້ງປະຕິບັດການຂະຫຍາຍໜ້າທາງເກົ່າອອກສອງຂ້າງທາງຈາກ 2 ເລນ ເປັນ 4 ເລນ ມີໜ້າທາງກວ້າງ 23 ແມັດ ລວມທັງທາງຍ່າງດອນກາງທາງ ແລະ ຮ່ອງນໍ້າໂຕ U ມີຝາປິດ ທັງສອງເບື້ອງຂອງໜ້າທາງ ຍົກເວັ້ນບາງຈຸດທີ່ມີພື້ນທີ່ຈໍາກັດ ເຊັ່ນ: ຕະຫຼາດສີໄຄ, ແຍກວັດນາແຮ່, ແຍກໜອງແຕ່ງ, ເຂດຕະຫຼາດອົກຊີ, ເຊິ່ງມີຄວາມຍາວທັງໝົດ 6 ກວ່າກິໂລແມັດ.

ອາດເປັນຮູບພາບຂອງ 1 ຄົນ ແລະ ຂໍ້ຄວາມ

ຜ່ານການຈັດຕັ້ງປະຕິບັດໂຄງການ ໄລຍະຜ່ານມາໃນແຕ່ລະໜ້າວຽກ ມາຮອດປັດຈຸບັນໂຄງການມີຄວາມຄືບໜ້າແລ້ວ 66% ແລະ ໂຄງການກຳລັງເລັ່ງກໍ່ສ້າງຄອງນໍ້າແຄມທາງ ຍັງເຫຼືອປະມານ 900 ແມັດ ຄາດວ່າຈະໃຫ້ສໍາເລັດພາຍໃນທ້າຍເດືອນຕຸລາ 2024 ສ່ວນການເທເບຕົງໜ້າທາງ ແມ່ນປະຕິບັດໄດ້ປະມານ 35% ພ້ອມໜ້າວຽກອື່ນໆຄາດວ່າຈະສໍາເລັດພາຍໃນເດືອນມັງກອນ 2025 ພ້ອມນີ້ໂຄງການຍັງໄດ້ເລັ່ງຈັດຕັ້ງປະຕິບັດໜ້າວຽກຕ່າງໆເພື່ອໃຫ້ໂຄງການນີ້ສໍາເລັດຕາມແຜນການ.

ອາດເປັນຮູບພາບຂອງ 12 ຄົນ ແລະ ຂໍ້ຄວາມ

ທ່ານໃຫ້ຮູ້ຕື່ມວ່າ: ຜ່ານການປະຕິບັດຕົວຈິງ ບາງໜ້າວຽກຍັງພົບຄວາມຫຍຸ້ງຍາກເຮັດໃຫ້ໂຄງການມີຄວາມຊັກຊ້າ ເປັນຕົ້ນເສັ້ນທາງນີ້ເປັນທາງສາຍຫຼັກ ເປັນເຂດຊຸມຊົນໜາແໜ້ນເຊັ່ນ: ຕະຫຼາດ, ໂຮງຮຽນ, ໂຮງໝໍ, ຮ້ານຄ້າຂາຍ ແລະ ເຮັດທຸລະກິດລຽບຕາມຂ້າງທາງ ມີລົດບັນທຸກໜັກແລ່ນສວນທຽວທາງຜ່ານໄປມາ, ເຮັດໃຫ້ກີດຂວາງການກໍ່ສ້າງ ລະດູຝົນແກ່ຍາວ ການຍົກຍ້າຍລະບົບສາທາລະນຸປະໂພກລ່າຊ້າ ແລະ ບໍ່ໄດ້ຕາມແຜນເບື້ອງຕົ້ນ, ມາຮອດປັດຈຸບັນ ສະເລ່ຍລວມໄດ້ປະມານ 90% (ສໍາລັບເສົາໄຟຟ້າ ຍ້າຍສໍາເລັດ), ພ້ອມນີ້ຍັງໄດ້ແກ້ໄຂລວງຄອງລະບາຍນໍ້າເກົ່າ ປ້ອງກັນນໍ້າຖ້ວມ ລວມທັງລວງຄອງຊົນລະປະທານ ແກ້ໄຂສ້ອມ ແປງເສັ້ນທາງ ຮັບໃຊ້ການສັນຈອນ ມີການສະເໜີຫຼາຍຈາກປະຊາຊົນ ແລະ ຜູ້ນຳໃຊ້ທາງ ຕໍ່ກັບ ຂີ້ຝຸ່ນໄຫງ່ ທາງເຂົ້າເຮືອນມີຂີ້ຕົມ, ນໍ້າປະປາ, ຕັດຂາດ ທາງຊອຍເຂົ້າບ້ານ ແລະ ອື່ນໆ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...