Homeຂ່າວທ້ອງຖິ່ນງານບຸນຊ່ວງເຮືອປະເພນີປະຈໍາປີ 2024 ຂອງແຂວງວຽງຈັນ

ງານບຸນຊ່ວງເຮືອປະເພນີປະຈໍາປີ 2024 ຂອງແຂວງວຽງຈັນ

Published on

ງານບຸນຊ່ວງເຮືອປະເພນີປະຈໍາປີ 2024 ຂອງແຂວງວຽງຈັນ ຈະໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 3 ພະຈິກ (11) 2024, ກົງກັບວັນອາທິດ, ຂຶ້ນ 3 ຄໍ່າ, ເດືອນ 12 ພສ 2567 ຊຶ່ງອົງການປົກຄອງແຂວງວຽງຈັນ, ເມືອງທຸລະຄົມ ແລະ ບໍລິສັດ ນໍ້າເພັດຈະເລີນຊັບ ຈໍາກັດຜູ້ດຽວ ໄດ້ຮັບກຽດເປັນເຈົ້າພາບຈັດຂຶ້ນຢູ່ທີ່ທ່ານໍ້າງື່ມ ຄຸ້ມນໍ້າພະນາຍ, ບ້ານເກິນກາງ.

ເພື່ອອະນຸລັກຮັກສາວັດທະນະທໍາຮີດຄອງປະເພນີ ໂດຍສືບສານຕໍານານການແຂ່ງຂັນເຮືອຍາວປະເພນີຕາມຮອຍບັນພະບູລຸດ ກໍຄືມູນເຊື້ອອັນດີງາມຂອງຊາດລາວ-ຂອງຊາວແຂວງວຽງຈັນ ແລະ ຊາວລ້ອງງື່ມ; ຕ້ອນຮັບ ແລະ ຊົມເຊີຍປີທ່ອງທ່ຽວລາວ, ທ່ອງທ່ຽວແຂວງວຽງຈັນ 2024 ຕາມນະໂຍບາຍສົ່ງເສີມ, ໂຄສະນາ, ດຶງດູດ, ກະຕຸ້ນການທ່ອງທ່ຽວ, ເສດຖະກິດ, ກະຈາຍລາຍໄດ້ສູ່ຊຸມຊົນ; ສ້າງຂະບວນການ, ຕ້ອນຮັບ ແລະ ຊົມເຊີຍກອງປະຊຸມໃຫຍ່ 3 ຂັ້ນ ຂອງພັກ; ວັນສະຖາປານາສາທາ ລະນະລັດປະຊາທິປະໄຕປະຊາຊົນລາວຄົບຮອບ 49 ປີ ແລະ ວັນສໍາຄັນອື່ນໆຂອງຊາດ; ສະຫຼຸບຜົນການເກັບກ່ຽວຜົນຜະລິດລະດູຝົນ ຕິດພັນກັບການຫ້າງຫາກະກຽມເຂົ້າໃສ່ການຜະລິດລະດູແລ້ງ; ເປີດໂອກາດໃຫ້ຄະນະສີພາຍເຮືອຊ່ວງໄດ້ມາເຂົ້າຮ່ວມແຂ່ງຂັນ, ແລກປ່ຽນທັກສະທ່ວງທ່າລີລາ ການພາຍເຮືອທີ່ຖືກຕາມກົດລະບຽບ; ເພື່ອຝຶກຊ້ອມຮ່າງກາຍໃຫ້ແຂງແຮງ, ຄັດເລືອກນັກກິລາ ໃຫ້ເປັນມືອາຊີບ; ກິລາເພື່ອສຸຂະພາບ, ມິດຕະພາບ, ຄວາມສາມັກຄີ ແລະ ກິລາຫ່າງໄກຢາເສບຕິດ.

ເລີ່ມຄົບງັນເອົາຕະຫຼາດນັດວາງສະແດງຂາຍສິນຄ້າປະເພດຕ່າງໆ ນັບແຕ່ວັນທີ 28 ຕຸລາ(10) 2024 ເປັນຕົ້ນໄປມີກໍານົດຄົບງັນ 7 ວັນ, ຮູບແບບຂອງການຈັດງານໂດຍລວມແມ່ນລັກສະນະຄືກັບປີຜ່ານມາ, ແຕ່ມີຈຸດພິເສດຄືງານປີນີ້ແມ່ນຈັດແບບຍິ່ງໃຫຍ່ເນື່ອງຈາກພໍດີຄົບຮອບ 3 ປີ ທີ່ຈັດງານບຸນຊ່ວງເຮືອແຂວງວຽງຈັນຢູ່ເມືອງທຸລະຄົມ.

ເພື່ອສ້າງສີສັນໃຫ້ແກ່ງານ, ໃນວັນທີ 2 ພະຈິກ 2024 ມີການແຂ່ງຂັນຊ່ວງເຮືອກິລາປະເພດ 12 ສີພາຍ ລາງວັນຊະນະເລີດໄດ້ຮັບເງິນສົດ 30,000,000 ກີບ, ຄາດຄະເນມີເຮືອເຂົ້າຮ່ວມແຂ່ງຂັນບໍ່ຕໍ່າກວ່າ 50 ລໍາ, ສໍາລັບເຮືອທີ່ມາລົງທະບຽນໄດ້ຮັບເງິນສົດຈໍານວນ 800,000 ກີບ.

ພ້ອມນັ້ນ ຍັງມີວົງດົນຕີໃຫຍ່ຊື່ສຽງໂດ່ງດັງຈາກແດນໃຕ້ມານໍາພາສ້າງບັນຍາກາດເບີກບານມ່ວນຊື່ນ ຄື ວົງດົນຕີເທບພອນໄຊ, ໃນວັນເປີດງານແຂ່ງຂັນຊ່ວງເຮືອຍາວປະເພນີ 55 ສີພາຍຢ່າງເປັນທາງການແມ່ນທີ 3 ພະຈິກ 2024, ມີຟ້ອນລາຍງ້າວ ແລະ ສິລະປະຂອງນ້ອງນັກຮຽນໃຫ້ໄດ້ຮັບຊົມ, ມີເຮືອເຂົ້າແຂ່ງຂັນທັງໝົດ 17 ລໍາ, ລາງວັນຊະນະເລີດໄດ້ຮັບເງິນສົດ 50,000,000 ລ້ານກີບ ພ້ອມຂັນເງິນສົດ 1 ໜ່ວຍ , ສ່ວນລາງວັນຖັດລົງມາກໍ່ໄດ້ຮັບຂອງຂວັນລາງວັນຢ່າງເໝາະສົມ ລວມທັງເຮືອຕົກຮອບ, ເຮືອເອ້ຢ້ອງປະດັບປະດາສວຍງາມ ທີ່ມາສ້າງບັນຍາກາດ, ມາເຊຍສ້າງຄວາມມ່ວນຊື່ນທາງໜ້ານໍ້າ ກໍໄດ້ຮັບລາງວັນເຊັ່ນດຽວກັນ.

ທີ່ມາ: ແຂວງວຽງຈັນອອນລາຍ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...