Homeຂ່າວພາຍ​ໃນທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ

ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ ແຂວງຫົວພັນ

Published on

ວັນທີ 22 ຕຸລາ 2024 ນີ້, ໂຄງການເກັບກູ້ລະເບີດແຂວງຫົວພັນໄດ້ລົງພື້ນທີ່ທຳລາຍບົມໃຫຍ່ 750 ປອນ ຢູ່ບ້ານໂພນທອງ ເມືອງວຽງໄຊ. ໂດຍການຊີ້ນໍາຂອງທ່ານ ພັນຕາ ທອນວົງສາ ກຳມະການພັກແຂວງ, ຫົວໜ້າພະແນກແຮງງານ ແລະ ສະຫວັດດີການສັງຄົມແຂວງ, ຮອງປະທານຄະນະກຳມະການແຫ່ງຊາດວ່າດ້ວຍການແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ແຂວງຫົວພັນ, ທ່ານ ມາກ ລັດເຊວ ຊ່ຽວຊານທີ່ປຶກສາປະຈໍາ TT ຜູ້ໃຫ້ທຶນໃນຄັ້ງນີ້, ມີບັນດາທ່ານຄະນະຊ່ຽວຊານມາຈາກໂຄງການເກັບກູ້ລະເບີດແຫ່ງຊາດ, ໂຄງການເກັບກູ້ລະເບີດປະຈໍາແຂວງຫົວພັນ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງວຽງໄຊ ແລະ ອຳນາດການປົກຄອງບ້ານໂພນທອງເຂົ້າຮ່ວມ.

May be an image of 2 people

ການທຳລາຍບົມໃຫຍ່ 750 ປອນໃນຄັ້ງນີ້ແມ່ນນໍາໃຊ້ກະສອບຊາຍ 6.000 ກະສອບ, ດິນຊາຍຈໍານວນ 200 ໂຕນ, ວາງອ້ອມຮອບ 360 ອົງສາ, ຂຸດຂຸມເລິກ 5 ແມັດ. ການຈັດຕັ້ງປະຕິບັດແມ່ນໄດ້ຕັດຟີວບົມຢູ່ສະຖານທີ່ຂົ້ວບ້ານໂພນທອງຈຸດທີ່ພົບເຫັນບົມແລ້ວເຄື່ອນຍ້າຍຈາກບ່ອນດັ່ງກ່າວໄປທຳລາຍຢູ່ຈຸດທີ່ໂຄງການເກັບກູ້ລະເບີດແຂວງຫົວພັນໄດ້ກຳນົດໄວ້ ຊຶງຫ່າງຈາກບ້ານໂພນທອງປະມານ 4 ກິໂລແມັດ.

May be an image of 7 people

ປະຈຸບັນ, ການທຳລາຍບົມໃຫຍ່ 750 ປອນ ແມ່ນສຳເລັດ ຕາມແຜນທີ່ໄດ້ກຳນົດໄວ້ ແລະ ພໍ່ແມ່ປະຊາຊົນທຸກຄົນພາຍໃນບ້ານມີຄວາມປອດໄພ. ເນື່ອງຈາກການຈັດຕັ້ງປະຕິບັດໄດ້ມີການວາງແຜນ ແຕ່ງຕັ້ງຄະນະຮັບຜິດຊອບຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນບ້ານມີສ່ວນຮ່ວມບວກໃສ່ເຕັກນິກຂອງຊ່ຽວຊານທີ່ປະຕິບັດຕາມມາດຖານການແກ້ໄຂລະເບີດບໍ່ທັນແຕກ.

ຂ່າວ: ຂ່າວຫົວພັນ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...