spot_img
Homeຂ່າວພາຍ​ໃນແຂວງບໍ່ແກ້ວ ທໍາລາຍຢາເສບຕິດຫຼາຍປະເພດ ລວມ 18,249 ກິໂລກຼາມ

ແຂວງບໍ່ແກ້ວ ທໍາລາຍຢາເສບຕິດຫຼາຍປະເພດ ລວມ 18,249 ກິໂລກຼາມ

Published on

ໃນວັນທີ 22 ຕຸລາ 2024 ທີ່ສະໝາມບິນເກົ່າ ແຂວງບໍ່ແກ້ວ ໄດ້ຈັດພິທີທໍາລາຍຢາເສບຕິດ ຈໍານວນ 16 ລາຍການ ໂດຍການເຂົ້າຂອງທ່ານ ທອງຈັນ ມະນີໄຊ ເຈົ້າແຂວງບໍ່ແກ້ວ, ມີການນໍາຂອງແຂວງ-ເມືອງ, ກອງບັນຊາການ ປກຊ-ປກສ, ນັກທຸລະກິດ, ອໍານາດການປົກຄອງບ້ານ, ນັກຮຽນ-ນັກສຶກສາເຂົ້າຮ່ວມ.

May be an image of lumberyard and text

ທ່ານ ພັທ ປັນຍາ ແສງວິຈິດ ຮອງຫົວໜ້າກອງບັນຊາການ ປກສ ແຂວງບໍ່ແກ້ວ ໄດ້ຜ່ານຂໍ້ຕົກລົງຂອງທ່ານເຈົ້າແຂວງ ເລກທີ 1254/ຈຂ-ບກ, ວ່າດ້ວຍການອານຸຍາດໃຫ້ທຳລາຍຢາເສບຕິດທີ່ເຈົ້າໜ້າທີ່ຢຶດໄດ້ ແລະ ໂດຍຜ່ານການຕັດສີນຂອງສານປະຊາຊົນຢ່າງເດັດຂາດຊຶ່ງມີ 16 ລາຍການ, ມີນໍ້າໜັກທັງໝົດ 18,249 ກິລາກຼາມ.

May be an image of 8 people

ໃນນັ້ນ, ມີຢາບ້າ 82,244,611 ເມັດ, ນໍ້າໜັກ 8,963 ກິໂລກຣາມ, ຢາໄອສ໌ 928 ຫໍ່, 166 ຖົງ, 37 ຫຼອດ, 1 ກ້ອນ, ນໍ້າໜັກ 928 ກິໂລກຣາມ, ຄາເຟອິນ 289 ເປົາ, 1 ຫໍ່, 2 ຖົງ, ນໍ້າໜັກ 7,226 ກິໂລກຣາມ, ເຄຕາມິນ 224 ຫໍ່, 97 ຖົງ, ນໍ້າໜັກ 224 ກິໂລກຼາມ, ເຮໂລອິນ 1,895 ແຫ່ງ, 2 ຖົງ, 1 ຫໍ່, 1 ກ້ອນ, 11 ຫຼອດ ນໍ້າໜັກ 908 ກິໂລກຣາມ, ຝິນ 1 ກ້ອນ, ນໍ້າໜັກ 20.9 ກຣາມ, ແປ້ງຝຸ່ນ 52 ຖົງ, 119 ຫຼອດ, ນໍ້າໜັກ 619.52 ກຣາມ, ຢາອີ ຈຳນວນ 23 ເມັດ, ນໍ້າໜັກ 3.6 ກຣາມ, ເມັດສີເຫຼືອງ 2 ເມັດ, ນໍ້າໜັກ 0,4 ກຣາມ, ເມັດສີຟ້າ 8 ເມັດ, ນໍ້າໜັກ 6.6 ກຣາມ, ຄໍລາເຈັນ ຈຳນວນ: 66 ຖົງ, ຢາສູບໄຟຟ້າ ຈຳນວນ: 3,465 ອັນ, ຖັງບັນຈຸສານໄນຕັດອ໋ອກໄຊຈຳນວນ: 2 ຖັງ, ນໍ້າຢາດີໄອ (ສ່ວນປະສົມນໍ້າກະທ້ອມ) ມີ 558 ຂວດ, ນໍ້າຕານໝາກພ້າວ (ສ່ວນປະສົມນໍ້າກະທ້ອມ) ມີ 50 ຂວດ ແລະ ໃບກະທ້ອມ 20 ກີໂລກຣາມ.

ຂ່າວ: ປະຊາຊົນ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...