spot_img
Homeຂ່າວພາຍ​ໃນຮັບຈ້າງວາງຢາພິດ ເພື່ອຄາດຕະກຳ ທີ່ບ້ານຫ້ວຍຮຽງ ເມືອງສົບເບົາ ແຂວງຫົວພັນ

ຮັບຈ້າງວາງຢາພິດ ເພື່ອຄາດຕະກຳ ທີ່ບ້ານຫ້ວຍຮຽງ ເມືອງສົບເບົາ ແຂວງຫົວພັນ

Published on

ວັນທີ 17 ຕຸລາ 2024 ເຈົ້າໜ້າທີ່ແຂວງຫົວພັນ ພ້ອມພາກສ່ວນກ່ຽວຂ້ອງນໍາຕົວຜູ້ຕ້ອງຫາມາຈຳລອງເຫດການວາງຢາພິດ ເພື່ອຄາດຕະກຳຄອບຄົວທ້າວເລັງຟາງ ບ້ານຫ້ວຍຮຽງ ເມືອງສົບເບົາ ແຂວງຫົວພັນ ເຮັດໃຫ້ລູກຊາຍຂອງທ້າວເລັງຟາງ ອາຍຸ 9 ປີ ເສຍຊີວິດ, ສ່ວນລູກສາວ 5 ປີ, ລູກຊາຍ 4 ປີ ສາມາດນໍາສົ່ງໂຮງໝໍໄດ້ທັນ.

ເຫດການເກີດຂຶ້ນເມື່ອວັນທີ 15 ກຸມພາ 2024 ຫ້ອງການຕຳຫຼວດ ປກສ ແຂວງຫົວພັນ ໄດ້ຮັບການລາຍງານຈາກ ປກສ ເມືອງສົບເບົາວ່າ: ມີເຫດການຄົນເສຍຊີວິດຢູ່ບ້ານຫ້ວຍຮຽງ ເມືອງສົບເບົາ ແຂວງຫົວພັນ, ເມື່ອຮັບແຈ້ງເຫດເຈົ້າໜ້າທີ່ໄດລົງໄປຈຸດເກີດເຫດສັນນະສູດຊາກສົບ ເກັບກຳຂໍ້ມູນຫຼັກຖານຈຶ່ງຮູ້ວ່າ: ເຫດການດັ່ງກ່າວມີການວາງຢາພິດ ເພື່ອຄາດຕະກຳ, ຫຼັງຈາກນັ້ນເຈົ້າໜ້າທີ່ໄດ້ຮີບຮ້ອນຊອກຫາເປົ້າໝາຍ ຈົນມາຮອດວັນທີ 16 ກຸມພາ 2024 ຈຶ່ງໄດ້ກັກຕົວ ທ້າວຄົວລີ, ອາຍຸ 49 ປີ, ປະຊາຊົນບ້ານ ບ້ານຫ້ວຍຮຽງ ເມືອງສົບເບົາ ແຂວງຫົວພັນ ມາດຳເນີນການສືບສວນ.

ຜ່ານການສືບສວນສອບສວນ ຜູ້ກ່ຽວຮັບສາລະພາບວ່າ: ໄດ້ລົງມືກະທຳຜິດແທ້, ມື້ວັນທີ 14 ກຸມພາ 2024 ມີບຸກຄົນບໍ່ຮູ້ຊື່ ແລະ ບໍ່ຈື່ໜ້າ ມາບອກວ່າມີວຽກໃຫ້ເຮັດ, ຖ້າສຳເລັດຈະໄດ້ເງິນຈຳນວນ 2,000,000-3,000,000 ດົງ (ສະກຸນເງິນຫວຽດນາມ) ວຽກທີ່ຕ້ອງເຮັດແມ່ນໄປວາງຢາພິດໃສ່ຄອບຄົວທ້າວເລັງຟາງ, ຜູ້ກ່ຽວໄດ້ຕົກລົງເພາະວ່າຕົນຮັບຈ້າງຖາງໄຮ່ໃຫ້ຄອບຄົວນີ້ຢູ່ແລ້ວ, ຫຼັງຈາກນັ້ນຜູ້ຈ້າງ ໄດ້ເອົາເງິນໃຫ້ຕົນຈຳນວນ 100,000 ດົງ ພ້ອມຢາພິດ 1 ຫໍ່ນ້ອຍ ເປັນຝຸ່ນສີຂາວ, ຫຼັງຈາກໄດ້ເງິນກໍເອົາໄປຊື້ຢາມາເສບ.

ມາຮອດວັນທີ 15 ກຸມພາ 2024 ເວລາ 6 ໂມງເຊົ້າ ຕົນກໍໄປເຮືອນທ້າວເລັງຟາງ ເເລະ ເຮັດທຳທ່າໄປຖາມເອົາເງິນຄ່າຈ້າງຖາງໄຮ່, ແຕ່ທ້າວເລັງຟາງ ແລະ ເມຍໄດ້ອອກໄປຫາຟືນ ຈື່ງໄດ້ໂອກາດດີໃນການວາງຢາພິດ, ພໍດີເຫັນກະຕຸກນໍ້າອັດລົມປະລິມານ 1,5 ລິດ ທີ່ຍັງມີນໍ້າ 1/3 ຕັ້ງຢູ່ເທິງໂຕະ, ຈຶ່ງໄດ້ເອົາຢາພິດໃສ່ລົງໃນຕຸກດັ່ງກ່າວຈຳນວນໜຶ່ງ ແລະ ອີກຈຳນວນໜື່ງແມ່ນໃສ່ຖົງເສື້ອໄວ້ ແລ້ວອອກໄປຖາງໄຮ່ຕາມປົກກະຕິ, ໃນລະຫວ່າງທາງໄດ້ເອົາຢາພິດສ່ວນທີ່ເຫຼືອຖິ້ມເຂົ້າປ່າ, ເມື່ອກັບມາເຮືອນທ້າວເລັງຟາງ ກໍເຫັນລູກຂອງທ້າວເລັງຟາງມີອາການເຈັບທ້ອງ, ຕົນກໍເຮັດທຳທ່າວ່າບໍ່ມີຫຍັງເກີດຂຶ້ນ ແລະ ສຸດທ້າຍກໍຖືກເຈົ້າໜ້າທີ່ກັກຕົວມາດຳເນີນຄະດີໃນວັນທີ 16 ກຸມພາ 2024. ປັດຈຸບັນນີ້, ຕໍ່ກັບຄະດີທີ່ເກີດຂຶ້ນ ເຈົ້າໜ້າທີ່ໄດ້ທຳການສືບສວນສອບສວນຢ່າລະອຽດ ແລະ ຈະດຳເນີນຄະດີຕາມລະບຽບກົດໝາຍ.

ຂ່າວ: ປກສ ແຂວງຫົວພັນ

ບົດຄວາມຫຼ້າສຸດ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...

ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3

ອົງຄະນະພັກ ສສກ ຈະສຸມໃສ່ປະຕິຮູບລະບົບການສຶກສາ ສາຍສາມັນ ຈາກ 5+4+3 ເປັນ 6+3+3 ສະຫາຍ ຮສ.ປອ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ເລຂາຄະນະບໍລິຫານງານພັກ, ລັດຖະມົນຕີ...

ແຈ້ງເຕືອນຈາກກົມໃຫຍ່ຕຳຫຼວດ ໃຫ້ລະວັງ 10 ລັກສະນະການກໍ່ເຫດທີ່ເປັນການສໍ້ໂກງຊັບ ຖ້າພົບເຫັນເຫດລັກສະນະນີ້ ສາມາດແຈ້ງດຳເນີນຄະດີໄດ້

- ອີງຕາມ ຂໍ້ຕົກລົງຂອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ລົງວັນທີ 05 ມັງກອນ 2022 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງກົມໃຫຍ່ຕໍາຫຼວດ. ເພື່ອປ້ອງກັນ ບໍ່ໃຫ້ທຸກຄົນໃນສັງຄົມ ຕົກເປັນເຫຍື່ອຂອງກຸ່ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ...

ປະຫວັດບໍ່ທຳມະດາ ກໍລະນີແມ່ຕູ້ຄົນໄຕ້ຫວັນຖືກຖີບເທິງລົດໄຟຕອນນີ້ ຖືກກັກໂຕພ້ອມດຳເນີນຄະດີແລ້ວ

ໃນວັນທີ 01/10/2025 ທີ່ຜ່ານມາ, ສຳນັກຂ່າວໃນໄຕ້ຫວັນໄດ້ລາຍງານວ່າ ມີເຫດບໍ່ຄາດຄິດກ່ຽວກັບຜູ້ສູງ ກໍລະນີແມ່ຕູ້ທີ່ຖືກຍິງສາວປະເພດສອງ (LGBTQ) ຖີບຢູ່ໃນລົດໄຟ ໃນວັນທີ 29/09/2025 ທີ່ຜ່ານມາ, ເຊິ່ງກຳລັງເປັນກະແສດັງໃນໃນສື່ສັງຄົມອອນລາຍໃນປັດຈຸບັນ.ສາເຫດເກີດຈາກການຍາດບ່ອນນັ່ງພິເສດພາຍໃນຂະບວນລົດໄຟແຫ່ງໜຶ່ງໃນໄຕ້ຫວັນ ເນື່ອງຈາກບ່ອນນັ່ງນັ້ນເປັນບ່ອນຂອງຜູ້ສູງອາຍຸ ແມ່ຕູ້ິເລີຍພະຍາຍາມໄລ່ຍິງສາວປະເພດສອງອອກຈາກບ່ອນນັ່ງ...