Homeຂ່າວຕ່າງປະເທດເຈົ້າໜ້າທີ່ຕຳຫຼວດໄທ ຈັບກຸມຜູ້ລັກລອບນຳສັນຍານອິນເຕີເນັດຂ້າມນ້ຳຂອງ ຢ້ານເປັນຊ່ອງທາງໃຫ້ກຸ່ມແກ້ງຄຳເຊັນເຕີ

ເຈົ້າໜ້າທີ່ຕຳຫຼວດໄທ ຈັບກຸມຜູ້ລັກລອບນຳສັນຍານອິນເຕີເນັດຂ້າມນ້ຳຂອງ ຢ້ານເປັນຊ່ອງທາງໃຫ້ກຸ່ມແກ້ງຄຳເຊັນເຕີ

Published on

ອີງຕາມສຳນັກຂ່າວໄທລາຍງານໃນວັນທີ 20 ຕຸລາ 2024 ຜ່ານມາ, ພົນຕຳຫຼວດເອກ ນັດທະທອນ ເພາະສຸນທອນ ຄະນະກຳມະການກິດຈະການກະຈາຍສຽງ, ກິດຈະການໂທລະທັດ ແລະ ກິດຈະການໂທລະຄົມມະນາຄົມແຫ່ງຊາດ ຫຼື ກສທຊ ແຫ່ງປະເທດໄທ, ພ້ອມດ້ວຍເຈົ້າໜ້າຕຳຫຼວດພູທອນຈັງຫວັດມຸກດາຫານ ຮ່ວມຖະແຫຼງ: ຜົນການຈັບກຸມຜູ້ລັກລອບນຳສາຍສັນຍານອິນເຕີເນັດທີ່ໃຫ້ບໍລິການໃນໄທ ລາກສາຍຂ້າມຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ເຂົ້າມາໃນລາວໄລຍະໄກເຖິງ 5 ກິໂລແມັດ, ເຮັດໃຫ້ເຄືອຂ່າຍດັ່ງກ່າວສາມາດກະຈາຍສັນຍານອິນເຕີເນັດຄວບຄຸມພຶ້ນທີ່ຂະນາດໃຫຍ່ ຮອງຮັບຜູ້ໃຊ້ງານຈຳນວນຫຼາຍ ແລະ ເປັນຊ່ອງທາງໃຫ້ກຸ່ມແກ້ງຄໍເຊັນເຕີ້ ຕວົະຍົວະຄົນໄທຢ່າງສະດວກສະບາຍ.

ພົນຕຳຫຼວດເອກ ນັດທະທອນ ກ່າວວ່າ: ການປະຕິບັດການໃນຄັ້ງນີ້ເປັນການຮ່ວມມືລະຫວ່າງ ກສທຊ ແລະ ສຳນັກງານຕຳຫຼວດແຫ່ງຊາດ ປະເທດໄທ ໃນການລົງພຶ້ນທີ່ ເພື່ອຄວບຄຸມ ແລະ ກຳກັບການປະກອບກິດຈະການໂທລະຄົມມະນາຄົມໃຫ້ດປັນໄປຕາມກົດໝາຍ, ໃນກໍລະນີດັ່ງກ່າວທີ່ມີບໍລິສັດເອກຊົນແຫ່ງໜຶ່ງໄດ້ດຶງສາຍສັນຍານອິນເຕີເນັດຂ້າມ ຂົວມິດຕະພາບລາວ-ໄທ ແຫ່ງທີ 2 (ສະຫວັນນະເຂດ-ມຸກດາຫານ) ຖືເປັນການກະທຳທີ່ມີຄວາມຜິດໂດຍບໍ່ໄດ້ຮັບອະນຸຍາດ ເຊິ່ງເປັນຄວາມຜິດຕາມມາດຕາ 67(3) ຕາມກົດໝາຍ ການປະກອບກິດຈະການໂທລະຄົມມະນາຄົມ ເຊິ່ງຕ້ອງໂທດສູງສຸດຈຳຄຸກບໍ່ເກີນ 5 ປີ ຫຼື ປັບໄໝບໍ່ເກີນ 10 ລ້ານບາດ ຫຼື ທັງຈຳທັງປັບ.

ທັງນີ້ເຈົ້າໜ້າທີ່ຍັງໄດ້ທຳການ ຮື້ຖອນສາຍສັນຍານດັ່ງກ່າວ ພ້ອມທັງເຂົ້າກວດຄົ້ນຕູ້ຊິມ ແລະ ສາມາດຍຶດຊິມຂອງໄທຈຳນວນ 101,068 ຊິມ ແລະ ອຸປະກອນອືນອີກຈຳນວນຫຼາຍ.

ທີ່ມາ: ຂ່າວອອນລາຍໄທ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...