Homeຂ່າວພາຍ​ໃນປິດລົງຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

ປິດລົງຢ່າງເປັນທາງການ ກອງປະຊຸມສະມັດຊາໃຫຍ່ ໄອປາ ຄັ້ງທີ 45

Published on

ກອງປະຊຸມສະມັດຊາໃຫຍ່ ລັດຖະສະພາລະຫວ່າງຊາດອາຊຽນ ຫລື ໄອປາ (AIPA) ຄັ້ງທີ 45 ພາຍໃຕ້ຄຳຂວັນ: “ບົດບາດຂອງລັດຖະສະພາໃນການຊຸກຍູ້ການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມຂອງອາຊຽນ” ໄດ້ອັດລົງດ້ວຍຜົນສຳເລັດຢ່າງຈົບງາມ ໃນຕອນບ່າຍ ວັນທີ 21 ຕຸລາ 2024 ພາຍຫລັງດຳເນີນມາແຕ່ວັນທີ 18 ຕຸລາ ຜ່ານມາ, ທີ່ນະຄອນຫລວງວຽງຈັນ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ລາວ ແລະ ປະທານໄອປາ ຄັ້ງທີ 45, ມີປະທານລັດຖະສະພາຈາກບັນດາປະເທດສະມາຊິກໄອປາ ແລະ ປະເທດສັງເກດການ, ເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການໃຫຍ່ໄອປາ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.May be an image of 4 people, newsroom, dais and text

ທ່ານ ໄຊສົມພອນ ພົມວິຫານ ໄດ້ກ່າວວ່າ: ສປປ ລາວ ມີຄວາມຍິນດີ ແລະ ພາກພູມໃຈ ທີ່ໄດ້ຮັບກຽດເປັນເຈົ້າພາບ ແລະ ປະທານກອງປະຊຸມ ໄອປາ ຄັ້ງທີ 45 ໄດ້ປຶກສາຫາລື ແລະ ຕົກລົງຫລາຍຫົວຂໍ້ສໍາຄັນ ຕາມພາລະບົດບາດຂອງຕົນ ເພື່ອເປັນການສົ່ງເສີມ ແລະ ຮັດແໜ້ນການຮ່ວມມື ໃນຂະແໜງການນິຕິບັນຍັດ ກໍຄື ເພື່ອປະກອບສ່ວນເຂົ້າໃນຂະບວນການການ ສ້າງປະຊາຄົມອາຊຽນໃຫ້ມີຄວາມເຂັ້ມແຂງ ແລະ ນຳເອົາຜົນປະໂຫຍດມາສູ່ປະຊາຊົນ ກໍຄື ການປະກອບສ່ວນເຂົ້າໃນພາລະ ກິດລວມແຫ່ງການປົກປັກຮັກສາ ແລະ ສົ່ງເສີມ ສັນຕິພາບ, ສະຖຽນລະພາບ ແລະ ຄວາມສົມບຸນພູນສຸກຂອງພາກພື້ນ. ບັນດາຍັດຕິທີ່ໄອປາ ໄດ້ຮັບຮອງເອົາໃນໂອກາດກອງປະຊຸມຄັ້ງນີ້, ກວມເອົາຂົງເຂດການເມືອງ, ເສດຖະກິດ, ສັງຄົມ, ແມ່ຍິງ, ຊາວໜຸ່ມ, ວຽກງານພາຍໃນ, ກອງປະຊຸມລະຫວ່າງອາຊຽນ ແລະ ໄອປາ ເຊິ່ງຈະເປັນເອກະສານພື້ນຖານສຳຄັນ ສຳລັບການຜັນຂະຫຍາຍຄຳຂວັນສຳລັບການເປັນປະທານໄອປາ ຄັ້ງທີ 45 ຂອງ ສປປ ລາວ ໃນປີ 2024.

May be an image of 12 people, dais and textນອກຈາກນີ້, ກໍໄດ້ມີກອງປະຊຸມຮ່ວມລະຫວ່າງ ໄອປາ ກັບ ລັດຖະສະພາປະເທດສັງເກດການ ເພື່ອເພີ່ມທະວີການຮ່ວມມື, ການສະໜັບສະໜູນ, ແກ້ໄຂບັນຫາທີ່ເກີດຂຶ້ນ ແນໃສ່ຮັບປະກັນການເຊື່ອມຈອດ ແລະ ການເຕີບໂຕແບບກວມລວມ, ຊຶ່ງປະທານກອງປະຊຸມແຕ່ລະກຳມາທິການປະຈຳ ໄດ້ລາຍງານຈະແຈ້ງຄົບຖ້ວນແລ້ວ.

อาจเป็นรูปภาพของ 1 คน, แท่นบรรยาย และ ข้อความເພື່ອໃຫ້ຜົນຂອງກອງປະຊຸມ ໄອປາ ຄັ້ງນີ້, ໄດ້ຮັບການຈັດຕັ້ງຜັນຂະຫຍາຍໃຫ້ເປັນຮູບປະທຳ, ທ່ານ ໄຊສົມພອນ ພົມວິຫານ ຮຽກຮ້ອງບັນດາສະມາຊິກລັດຖະສະພາລະຫວ່າງຊາດອາຊຽນ, ລັດຖະສະພາປະເທດສັງເກດການ ແລະ ຄູ່ຮ່ວມພັດທະນາໄອປາ ນຳເອົາເນື້ອໃນຈິດໃຈສຳຄັນຂອງບັນດາມະຕິຕ່າງໆ ກໍຄື ຄຳຕົກລົງຂອງກອງປະຊຸມ ໄປເຜີຍແຜ່ ແລະ ເຊື່ອມສານເຂົ້າໃນວຽກງານຂອງຕົນໃຫ້ປະກົດຜົນເປັນຈິງ, ສາມາດປະເມີນໄດ້ ແລະ ມີການລາຍງານຢ່າງເປັນລະບົບ.

อาจเป็นรูปภาพของ 12 คน, แท่นบรรยาย และ ข้อความ

ພ້ອມນີ້, ທ່ານ ໄຊສົມພອນ ພົມວິຫານ ຍັງໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ມາຍັງບັນດາລັດຖະສະພາປະເທດສະມາຊິກໄອປາ, ລັດຖະສະພາສັງເກດການ, ກອງເລຂາໄອປາ, ສະພາແຫ່ງຊາດລາວ ແລະ ທຸກພາກສ່ວນທີ່ກ່ຽວຂ້ອງ ທັງພາຍໃນ ແລະ ຕ່າງປະເທດ ທີ່ໄດ້ໃຫ້ການສະໜັບສະໜູນຊ່ວຍເຫລືອ ສປປ ລາວ ໃນການປະຕິບັດໜ້າທີ່ ອັນມີກຽດສະຫງ່າດັ່ງກ່າວ ດ້ວຍຜົນສຳເລັດອັນຈົບ ງາມ ແລະ ທ່ານຍັງສະແດງຄວາມເຊື່ອໝັ້ນວ່າ ພາຍໃຕ້ການເປັນປະທານໄອປາ ຂອງມາເລເຊຍ ໃນຄັ້ງຕໍ່ໄປນີ້ ຈະປະສົບຜົນສຳເລັດໃໝ່ໃຫຍ່ຫລວງກ່ວາເກົ່າ.

ຂ່າວ: ປະເທດລາວ

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຊີ້ນຳໃຫ້ ຍທຂ ພັດທະນາກໍ່ສ້າງ ແລະ ປັບປຸງເສັ້ນທາງໃຫ້ມີຄຸນນະພາບ ໄດ້ມາດຕະຖານສາກົນ.

ໃນວັນທີ 13 ຕຸລາ 2026 ນີ້, ທີ່ຫ້ອງປະຊຸມໃຫຍ່ກະຊວງໂຍທາທິການ ແລະ ຂົນສົ່ງ, ພະນະທ່ານ ສະເຫຼີມໄຊ ກົມມະສິດ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ແຫ່ງ...

ຄະນະຜູ້ແທນ ສສ ຫວຽດນາມ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 11-17 ຕຸລານີ້

ສະຫາຍ ວັນໄຊ ພອງສະຫວັນ ກຳມະການກົມການເມືອງສູນກາງພັກ ຄະນະເລຂາທິການສູນກາງພັກ ປະທານຄະນະກວດກາສູນກາງພັກ ປະທານອົງການກວດກາແຫ່ງລັດ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງສູນກາງ ໄດ້ຕ້ອນຮັບ ສະຫາຍ ຫງວຽນ ວັນ ເລືອງ ຫົວໜ້າໂຮງຮຽນພະນັກງານກວດກາ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ຈີນ ປະຈຳລາວ

ໃນຕອນບ່າຍວັນທີ 12 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ນາງ ຟາງ ຫົງ,...

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ

ທ່ານ ວັນໄຊ ພອງສະຫວັນ ປະທານອົງການກວດກາແຫ່ງລັດ ໄດ້ລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານປະຈໍາປີ 2026 ແລະ ທິດທາງແຜນການເຄື່ອນໄຫວປະຈໍາປີ 2027 ຂອງອົງການກວດກາແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...