Homeຂ່າວພາຍ​ໃນຮອງປະທານປະເທດລາວ ເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕໍາແໜ່ງ ປະທານ ແລະ ຮອງປະທານນາທິບໍດີ ແຫ່ງ ອິນໂດເນເຊຍ

ຮອງປະທານປະເທດລາວ ເຂົ້າຮ່ວມພິທີສາບານຕົນເຂົ້າຮັບຕໍາແໜ່ງ ປະທານ ແລະ ຮອງປະທານນາທິບໍດີ ແຫ່ງ ອິນໂດເນເຊຍ

Published on

ໃນລະຫວ່າງວັນທີ 19-21 ຕຸລາ 2024 ທີ່ຜ່ານມາ, ພະນະທ່ານ ນາງ ປານີ ຢາທໍ່ຕູ້, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕາງໜ້າໃຫ້ພັກປະຊາຊົນ ປະຕິວັດລາວ ແລະ ລັດຖະບານ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ນໍາພາຄະນະຜູ້ແທນຈາກ ສປປ ລາວ ເຂົ້າຮ່ວມພິທີສາບານໂຕ ເຂົ້າຮັບຕໍາແໜ່ງເປັນປະທານາທິບໍດີ ຄົນທີ 8 ແຫ່ງ ສາທາລະນະລັດອິນໂດ ເນເຊຍ ຂອງ ພະນະທ່ານ ພຣາໂບໂວ ສຸບຽນໂຕ (Prabowo SUBIANTO) ແລະ ເປັນຮອງປະທານາທິບໍດີ ຂອງ ພະນະທ່ານ ກຣິບຣານ ຣາກາບຸມິງ ຣາກາ (Gibran Rakabuming Raka) ຢ່າງເປັນທາງການ ຕາມການເຊື້ອເຊີນ ຂອງ ລັດຖະບານ ແຫ່ງ ສາທາລະນະລັດ ອິນໂດເນເຊຍ.

May be an image of 9 people

ເຊິ່ງພິທີທາງການໄດ້ຈັດຂື້ນໃນວັນທີ 20 ຕຸລາ 2024, ທີ່ ນະຄອນຫຼວງຈາກາກຕາ, ປະເທດອິນໂດເນເຊຍ ໂດຍມີການນຳຂັ້ນສູງ ຈາກບັນດາປະເທດອາຊຽນ, ສປ. ຈີນ, ອາເມລິກາ, ອັງກິດ, ອົດສະຕຣາລີ ແລະ ປະ ເທດເພື່ອນມິດຕ່າງໆ ຂອງອິນໂດເນເຊຍ ລວມຈຳນວນກວ່າ 32 ປະເທດ ເຂົ້າຮ່ວມຢ່າງພ້ອມພຽງ ເພື່ອສະແດງຄວາມຊົມເຊີຍ ແລະ ຍິນດີຕໍ່ປະທານາທິບໍດີ ແລະ ຮອງປະທານາທິບໍດີຄົນໃໝ່ ທີ່ໄດ້ຮັບໄຊຊະນະໃນການເລືອກຕັ້ງທົ່ວປະເທດ ໃນເດືອນກຸມພາ 2024 ທີ່ຜ່ານມາ.

May be an image of 5 people, dais and text

ໃນພິທີສໍາຄັນດັ່ງກ່າວ, ປະທານາທິບໍດີ ພຣາໂບໂວ ສຸບຽນໂຕ ໄດ້ກ່າວປາໄສ ຕໍ່ຜູ້ທີ່ເຂົ້າຮ່ວມພິທີສາບານໂຕຢ່າງເປັນທາງ ການ ເພື່ອສະແດງຄວາມຂອບໃຈ ແລະ ປະກາດນະໂຍບາຍທີ່ສໍາຄັນໃນການນໍາພາ ແລະ ພັດທະນາປະເທດອິນໂດເນເຊຍ ແຕ່ປີ 2024 ຈົນເຖິງ 2029. ພ້ອມນີ້, ທ່ານ ຍັງໄດ້ຈັດງານລ້ຽງຕ້ອນ ຮັບ ເພື່ອເປັນກຽດແກ່ບັນດາປະມຸກລັດ ແລະ ການນໍາຂັ້ນສູງ ຂອງ ປະເທດຕ່າງໆທີ່ເຂົ້າຮ່ວມງານຄັ້ງນີ້ຢ່າງສົມກຽດ.

May be an image of 7 people, the Oval Office and text

ໃນໂອກາດນີ້, ພາຍຫຼັງສຳເລັດພີທີສາບານໂຕ, ພະນະທ່ານ ນາງ. ປານີ ຢາທໍ່ຕູ້, ຮອງປະທານປະເທດ ໄດ້ເຂົ້າຢ້ຽມຂໍ່ານັບ ພະນະທ່ານ ພຣາໂບໂວ ສຸບຽນໂຕ, ປະທານາທິບໍດີຄົນໃໝ່ ຂອງອິນໂດເນເຊຍ ແລະ ພົບປະກັບ ທ່ານ Muhammad Sarmuji, ເລຂາທິການໃຫ່ຍພັກໂກນກາ ເພື່ອນຳເອົາຄຳອວຍ ພອນອັນປະເສີດ ແລະ ການຊົມເຊີຍຢ່າງອົບອຸ່ນຈາກພັກ, ລັດ ຖະບານ ແລະ ປະຊາຊົນລາວ ມາຍັງ ປະທານາທິບໍດີຜູ້ໃໝ່ ພ້ອມ ດ້ວຍຄະນະລັດຖະບານ ໃໝ່, ຕີລາຄາສູງຕໍ່ການຮ່ວມມືທີ່ມີໝາກຜົນໃນໄລຍະຜ່ານມາ ແລະ ເຫັນດີຈະຮ່ວມມືກັນເສີມຂະຫຍາຍສາຍພົວພັນອັນດີງາມທີ່ເປັນມູນເຊື້ອ ແລະ ການພົວພັນທີ່ດີລະຫວ່າງສອງພັກ ແລະ ສອງປະເທດໃຫ້ແຕກດອກອອກຜົນຍິ່ງໆຂື້ນ.

May be an image of 6 people and text

ການເຂົ້າຮ່ວມພິທີສຳຄັນຄັ້ງນີ້ ຂອງຄະນະຜູ້ແທນລາວ ເປັນ ການສືບຕໍ່ເຈດຕະນາລົມອັນສະເໝີຕົ້ນສະເໝີປາຍ ໃນການສົ່ງ ເສີມການພົວພັນຮ່ວມມືທີ່ດີ ລະຫວ່າງ ສປປ ລາວ ກັບບັນດາປະເທດຕ່າງໆ ໃນພາກພື້ນ ແລະ ໃນໂລກ ໂດຍສະເພາະ ກັບອິນ ໂດເນເຊຍ ທີ່ຢູ່ໃນຄອບຄົວອາຊຽນດຽວກັນ ທັງຍັງເປັນການນໍາເອົາການສະໜັບສະໜູນຢ່າງຈິງໃຈ ຈາກພັກ, ລັດຖະບານ ແລະ ປະຊາຊົນ ແຫ່ງ ສປປ ລາວ ມາຍັງພັກ, ລັດຖະບານ ແລະ ປະຊາ ຊົນ ແຫ່ງ ສາທາລະນະລັດ ອິນໂດເນເຊຍ ໃນໂອກາດທີ່ມີຄວາມໝາຍສຳຄັນໃນຄັ້ງນີ້. ການເຂົ້າຮ່ວມງານດັ່ງກ່າວ ຂອງຄະນະຜູ້ ແທນແຫ່ງ ສປປລາວໃນຄັ້ງນີ້, ແມ່ນໄດ້ຮັບການຕ້ອນຮັບຢ່າງສົມ ກຽດ ແລະ ອົບອຸ່ນ ຈາກລັດຖະບານ ແລະ ປະຊາຊົນອິນໂດເນເຊຍ.

ຂ່າວ: ວສລ

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...