spot_img
Homeຂ່າວການສຶກສາSCG ມອບທຶນການສຶກສາໃຫ້ແກ່ນັກຮຽນ

SCG ມອບທຶນການສຶກສາໃຫ້ແກ່ນັກຮຽນ

Published on

20141216103452

 

ໂຄງການ​ມອບ​ທຶນ​ການ​ສຶກສາ SCG Sharing the Dream ເລີ້ມ​ຈັດ​ຕັ້ງ​ປະຕິບັດ​ໂຄງການຄັ້ງທຳ​ອິດ​ຢູ່​ປະເທດ​ໄທ

ແລະ ຂະຫຍາຍ​ອອກ​ໄປ​ປະເທດ​ອື່ນໆ​ໃນອາ​ຊຽນ ໄດ້ແກ່ ​ສສ ຫວຽດນາມ ຟີ​ລິ​ປິນ ອິນ​ໂດ​ເນ​ເຊຍ ມຽນ​ມາ ແລະ ​

ສປປ ລາວ ປັດຈຸບັນ ໂຄງການ​ໄດ້​ມອບ​ທຶນ​ການ​ສຶກ​ສາ​ໃຫ້ນັກຮຽນ​ປີ​ລະ​ກວ່າ 5.000 ຄົນ ໃນ​ພູມ​ມີ​ພາກ​ອາ​ຊຽນ.

 

ສະເພາະ​ຢູ່​ລາວ ໄດ້​ດຳເນີນໂຄງການ​ມາ​ແຕ່ສົກຮຽນ 2012-2013 ເປັນຕົ້ນ​ມາ ສະເພາະສົກຮຽນ​ນີ້ ແມ່ນ​ເປັນ​ຄັ້ງ​

ທີ 3 ຮູບແບບ​ໃນ​ການ​ມອບ​ທຶນ​ແມ່ນ​ມອບ ໃຫ້​ນັກຮຽນ​ລະດັບ​ມັດທະຍົມ​ສຶກສາ​ຕອນ​ປາຍ ຈັດ​ກິດຈະກຳ​ຄວບຄູ່​

ກັບ​ການ​ມອບ​ທຶນ​ການ​ສຶກ​ສາ ເພື່ອ​ປູກ​ຈິດ​ສຳນຶກ​ໃຫ້​ແກ່​ເດັກ​ນັກຮຽນ​ເປັນ​ຄົນ​ດີ​ຂອງ​ສັງຄົມ ດຳເນີນ​ໂຄງການ

ຮ່ວມ​ກັບ​ອົງ​ກອນພັດທະນາ​ສັກ​ກາ​ຍະ​ພາບ​ເຍົາວະຊົນ ຄື​ສະມາຄົມ​ຮ່ວມ​ນ້ຳໃຈ​ກັບເດັກນ້ອຍ​ລາວ Action with

Lao Children (ALC).

 

ຂັ້ນ​ຕອນ​ໃນ​ການ​ຄັດ​ເລືອກເອ​​ສ​ຊີ​ຈີ ໄດ້​ປະກາດ​ຮັບ​ສະໝັກຜ່ານ​ສື່​ມວນ​ຊົນ ແລະ ໜ່ວຍງານ​ທີ່​ກ່ຽວຂ້ອງ ເພື່ອ

​ໄດ້​ຮ່ວມກັນ​ຄັດ​ເລືອກ​ຈາກ​ໃບ​ສະໝັກຂອງ​ນັກຮຽນ 52 ໂຮງຮຽນ​ຈາກ 9 ເມືອງ ໃນ​ຈຳນວນ 180 ຄົນ ແລ້ວ​ຈຶ່ງ​

ດຳເນີນ​ການ​ສຳພາດ ແລະ ຢ້ຽມຢາມ​ນັກຮຽນ​ທັງ​ໝົດແລ້ວ ​ຈຶ່ງ​ນຳ​ເອົາ​ຜົນ​ມາ​ປຶກສາ​ຫາລື​ຮ່ວມ​ກັນ ກ່ອນ​ປະ

ກາດ​ຜົນ​ໃຫ້ນັກຮຽນ​ທີ່​ຜ່ານ​ການ​ຄັດ​ເລືອກ ຈຳນວນ 150 ຄົນ ເພື່ອ​ດຳເນີນການ​ມອບ​ທຶນ​ການ​ສຶກ​ສາ​ໃຫ້​ໃນວັນ

​ທີ 15 ທັນວາ 2014 ທີ່​ມະຫາວິທະຍາໄລ​ແຫ່ງ​ຊາດ ພິເສດ​ໃນປີ​ນີ້ ໂຄງການ​ໄດ້​ມອບ​ທຶນ​ຊຸກຍູ້ໃຫ້​ນັກຮຽນ​ຜູ້​ທີ່​ເຄີຍ

​ໄດ້​ຮັບ​ທຶນ ແລະ ມີ​ຜົນງານ​ດີເດັ່ນ​ທາງ​ດ້ານກີລາ ສີ​ລະ​ປະ ແລະ ວັນນະກຳຈຳນວນ 13 ຄົນນຳ​ອີກ.

 

ເປັນ​ກຽດ​ເຂົ້າ​ຮ່ວມ​ງານ​ຄັ້ງ​ນີ້ ມີ​ທ່ານ​ນາງ ແສງ​ເດືອນ ຫຼ້າ​ຈັນທະ​ບູນ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສຶກ​ສາ

​ທິ​ການ ແລະ ກີລາ ທ່ານ​ເອກ​ອັກຄະລາຊະທູດໄທ ປະຈຳ​ລາວ ທ່ານ​ຮອງ​ປະທານ​ບໍລິສັດ ເອ​​ສ​ຊີ​ຈີ ພ້ອມ​ດ້ວຍຄະ

ນະ​ຜູ້​ບໍລິຫານ​ເອ​​ສ​ຊີ​ຈີ ພະນັກງານ​ຄູ-ອາຈານ ແລະ ພາກສ່ວນກ່ຽວຂ້ອງ​ເຂົ້າ​ຮ່ວມ.

 

ແຫລ່ງຂ່າວ: ວຽງຈັນໃໝ່

 

ບົດຄວາມຫຼ້າສຸດ

ກ້າວໄປອີກຂັ້ນ! ຍີ່ປຸ່ນສ້າງເລືອດທຽມ ສາມາດໃຊ້ທົດແທນໄດ້ທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນກວ່າ 2 ປີ

ເປັນການພັດທະນາທາງດ້ານເຕັກໂຕໂລຊີເລືອດທຽມຂອງປະເທດຍີ່ປຸ່ນທີ່ຈະມາແກ້ໄຂບັນຫາຂາດແຄນເລືອດໃນໂລກ ການພັດທະນາທາງດ້ານການແພດຂອງປະເທດຍີ່ປຸ່ນ ໄດ້ແນ່ໃສ່ຄວາມສຳຄັນໃນການຈັດສັນຫາເລືອດ ດ້ວຍການພັດທະນາເຕັກໂນໂລຊີ ເລືອດທຽມ ທີ່ສາມາດໃຊ້ໄດ້ກັບຄົນເຈັບທຸກກຸບເລືອດ ແລະ ສາມາດເກັບຮັກສາໄດ້ດົນ 2 ປີ. ໃນການວິໄຈຂອງມະຫາວິທະຍາໄລການແພດນາລາ ຂອງປະເທດຍີ່ປຸ່ນ ທີ່ໄດ້ພັດທະນາສານທີ່ເອີ້ນວ່າ hemoglobin vesicles ເປັນຫຼັກການດຶງເອົາ...

ແຜ່ນດິນໄຫວຂະໜາດ 6,0 ຣິກເຕີ ໃນປະເທດອັບການິສະຖານ ເຮັດໃຫ້ມີຜູ້ເສຍຊີວິດ 622 ຄົນ ແລະ ໄດ້ຮັບບາດເຈັບຫຼາຍກວ່າ 1,500 ຄົນ

ເກີດເຫດແຜ່ນດີນໄຫວໃນວັນທີ 31 ກັນຍາ 2025 ທີ່ປະເທດອັບການິສະຖານ ມີຂະໜາດ 6,0 ຣິກເຕີ ເຮັດໃຫ້ມີຜູ້ເສຍຊີວິດຈໍານວນ 622 ຄົນ ລາຍງານຫຼ້າສຸດ, ຈາກເຫດແຜ່ນດິນໄຫວໃນປະເທດອັຟການິສຖານ ທີ່ເກີດຂຶ້ນໃນວັນທີ 31...

ການຈັດການຂີ້ເຫຍື້ອທີ່ດີ ຄືຄວາມປອດໄພຕໍ່ສະພາບແວດລ້ອມ ແລະ ສັງຄົມ

ການຈັດການຂີ້ເຫຍື້ອ ຍັງເປັນສິ່ງທີ່ທ້າທ້າຍໃນແຕ່ລະຂົງເຂດ ຕັ້ງແຕ່ເຮືອນຊານ, ຫ້າງຮ້ານ, ບໍລິສັດ ຈົນໄປເຖິງບັນດາໂຮງງານຜະລິດຕ່າງໆ. ເນື່ອງຈາກເປັນໄປບໍ່ໄດ້ທີ່ຈະຫຼີກລ່ຽງບໍ່ໃຫ້ມີການສ້າງຂີ້ເຫຍື້ອເລີຍ. ເຊິ່ງບາງຄັ້ງຍັງພົບເຫັນການທຳລາຍ ແລະ ຈັດການຂີ້ເຫຍື້ອຢ່າງບໍ່ຖືກວິທີ ທີ່ສົ່ງຜົນເສຍຕໍ່ສິ່ງແວດລ້ອມ ແລະ ສ້າງຄວາມເປີເປື້ອນໃຫ້ສັງຄົມ ເຊັ່ນ:...

ຮູ້ຫຼືບໍ່? ທີ່ໄປທີ່ມາຂອງຊື່ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່

ພາຍຸແຕ່ລະລູກ ໃຜເປັນຄົນຕັ້ງ ແລະ ໃຜເປັນຄົນຄິດຊື່ ມາຮູ້ຄຳຕອບມື້ນີ້ ພາຍຸວິພາ, ພາຍຸຄາຈິກິ ໄດ້ມາຈາກໃສ ໃນໄລຍະນີ້ເຫັນວ່າມີພາຍຸກໍ່ໂຕຂຶ້ນມາຕະຫຼອດ ແລະມີຫຼາຍຄົນອາດຈະສົງໃສວ່າ ໃນການຕັ້ງຊື່ພາຍຸແຕ່ລະລູກ ແມ່ນໃຜເປັນຄົນຕັ້ງ ແລະຄໍາຕອບກໍຄື ຊື່ຂອງພາຍຸແມ່ນໄດ້ຖືກຕັ້ງຂຶ້ນຈາກປະເທດຕ່າງໆໃນທົ່ວໂລກ. ສຳລັບພາຍຸທີ່ສາມາດຕັ້ງຊື່ໄດ້ນັ້ນ ຕ້ອງແມ່ນພາຍຸລະດັບໂຊນຮ້ອນຂຶ້ນໄປ...